spot_img
Homeຂ່າວຕ່າງປະເທດມາດາມ ຫງວຽນ ທີ ເຟືອງ ເຖົາ ມະຫາເສດຖີແມ່ຍິງ ພັນລ້ານຄົນທຳອິດຂອງຫວຽດນາມ

ມາດາມ ຫງວຽນ ທີ ເຟືອງ ເຖົາ ມະຫາເສດຖີແມ່ຍິງ ພັນລ້ານຄົນທຳອິດຂອງຫວຽດນາມ

Published on

ມາດາມ ຫງວຽນ ທີ ເຟືອງ ເຖົາ (Nguyễn Thị Phương Thảo) ອາຍຸ 45 ປີ ກໍາລັງກາຍເປັນມະຫາເສດຖີແມ່ຍິງ ພັນລ້ານຄົນທຳອິດຂອງຫວຽດນາມ ແລະ ອາດຈະເປັນຄົນທຳອິດຂອງອາຊຽນທີ່ສ້າງທຸລະກິດຈົນມາເປັນມະຫາເສດຖີດ້ວຍມັນສະໝອງ ແລະ ສອງມືຂອງຕົນເອງ.

ລາວເລີ່ມເຮັດວຽກໄດ້ເງິນລ້ານຕອນອາຍຸ 21 ປີ ໂດຍການຂາຍແຟັກ ແລະ ນ້ຳຍາງພາລາ ແລະ ລາວໃຊ້ເວລາອີກ 25 ປີຕໍ່ມາເຂົ້າສູ່ທຸລະກິດສາຍການບິນ ແລະ ອະສັງຫາລິມະຊັບ. ປັດຈຸບັນເປັນເຈົ້າຂອງຫຸ້ນ 95% ຂອງສາຍການບິນຫວຽດເຈັສ໌ ແລະ ມີການປະເມີນວ່າສາຍການບິນຫວຽດເຈັສ໌ ຈະເຂົ້າຕະຫຼາດຫຼັກຊັບ ເຊິ່ງມີຍອດຊັບສິນປະມານ 1000 ລ້ານໂດລາສະຫະລັດ. ນອກຈາກຫຸ້ນໃຫຍ່ໃນຫວຽດເຈສ໌ ແລ້ວ ລາວຍັງເປັນເຈົ້າຂອງ ໂຄງການພັດທະນາອະສັງຫາລິມະຊັບ ເມືອງມັງກອນ (Dragon City) ໃນນະຄອນຫຼວງໂຮ່ຈີິມິນ ເຊິ່ງມີເນື້ອທີ່ລວມ 65 ເຮັກຕາ ເຊິ່ງລວມຊັບສິນແລ້ວຈະເກືອບຮອດ 1000 ລ້ານໂດລາສະຫະລັດ ກາຍເປັນມະຫາເສດຖີແມ່ຍິງຄົນທຳອິດຂອງຫວຽດນາມ ທີ່ໄດ້ເຂົ້າໃນກຸ່ມມະຫາເສດຖີພັນລ້ານໂດລາສະຫະລັດຂອງດັດຊະນີມະຫາເສດຖີ ຂອງສຳນັກຂ່າວ (Bloomberg Billionaires Index) ຊັບສິນທີ່ສ້າງຄວາມຮັ່ງມີໃຫ້ລາວຢ່າງໄວວາແມ່ນ ສາຍການບິນຫວຽດເຈັສ໌ ທີ່ເປັນສາຍການບິນເອກະຊົນທີ່ປະສົບຄວາມສຳເລັດ ແລະ ຂະຫຍາຍຕົວຢ່າງໄວວາໃຊ້ເວລາພຽງບໍ່ຫຼາຍປີທີ່ໄດ້ເປີດກິດຈະການ ສາມາດຄອງຕະຫຼາດການບິນໃນປະເທດໄດ້ຫຼາຍກວ່າ 30% ຂະນະນີ້, ຫວຽດເຈສ໌ ມີຖ້ຽວບິນໄປ 47 ສະໜາມບິນໃນປະເທດ ແລະ ຕ່າງປະເທດລວມເຖິງ ນະຄອນຫຼວງໂຊລ ສເກົາຫຼີ, ກຸງເທບ ແລະ ສິງກະໂປ ໂດຍຄາດວ່າພາຍໃນປີນີ້ ຫວຽດເຈສ໌ ສາມາດເອົາຊະນະຫວຽດນາມແອຣໄລ໌ ສາຍການບິນແຫ່ງຊາດທີ່ກໍ່ຕັ້ງມາເປັນເວລາດົນນານໄດ້ສຳເລັດ. ຊັບສິນອີກສ່ວນໜຶ່ງຄື ໂຄງການເມືອງມັງກອນ ທີ່ລາວໄດ້ຊື້ດິນໄວ້ເມືອ 10 ປີກ່ອນເປັນເນື້ອທີ່ກວ້າງຂວາງທີ່ຢູ່ເຂດເສດຖະກິດຂອງໂຮ່ຈິມິນ Complex Dragon City ເຊິ່ງມີມູນຄ່າການລົງທຶນປະມານ 1000 ລ້ານໂດລາສະຫະລັດ ຖ້າສ້າງສຳເລັດດິນຕອນນີ້ຈະມີມູນຄ່າເພີ່ມມະຫາສານ. ນອກນີ້, ລາວຍັງມີຫຸ້ນໃນຣີສອດອີກຫຼາຍແຫ່ງ ແລະ ມີຫຸ້ນ 20% ໃນທະນາຄານເອກະຊົນ HD Bank ມີຕໍາແໜ່ງເປັນຮອງປະທານ.

ມາດາມ ເຫງີຍນ ທີ ເຟືອງ ເຖົາ ໄດ້ກ່າວວ່າ “ຂ້ອຍບໍ່ເຄີຍນັບວ່າຕົນເອງມີຊັບສິນເງິນຄໍາຫຼາຍເທົ່າໃດ ຄິດແຕ່ວ່າຈະເຮັດແນວໃດໃຫ້ບໍລິສັດເຕີບໃຫຍ່ຂະຫຍາຍຕົວຂຶ້ນ ແລະ ຈະເຮັດແນວໃດໃຫ້ພະນັກງານມີລາຍໄດ້ຫຼາຍ ແລະ ຈະເຮັດໃຫ້ສາຍການບິນຂຶ້ນເປັນຜູ້ນຳໃນຕະຫຼາດໄດ້.

ລາວເລີ່ມເຮັດທຸລະກິດຕັ້ງແຕ່ປີ 1988 ໃນຂະນະທີ່ຍັງເປັນນັກສຶກສາປີ 2 ຢູ່ໃນມະຫາວິທະຍາໄລທີ່ນະຄອນຫຼວງມົດສະກູ ໃນຂະແໜງວິຊາການເງິນ ແລະ ເສດຖະສາດ ເລີ່ມເຮັດຄ້າຂາຍດ້ວຍກ້ອນເງິນພຽງເລັກໜ້ອຍເພື່ອຈັດຊື້ສິນຄ້າ,ເຄື່ອງນຸ່ງ, ເຄື່ອງໃຊ້ໃນສຳນັກງານ ແລະ ສິນຄ້າອຸປະໂພກບໍລິໂພກຈາກຍີ່ປຸ່ນ, ຮົງກົງ ແລະ ສເກົາຫຼີ ໄປຂາຍໃນຣັດເຊຍ.

Bloomberg ລະບຸວ່າ: ສາຍການບິນຫວຽດເຈສ໌ ບໍ່ວ່າຈະເຮັດຫຍັງກໍຕາມ ກຳລັງເອົາຊະນະສາຍການບິນແຫ່ງຊາດຫວຽດນາມ ແລະ ໄອອາຕ້າ ຄາດວ່າ ຈະເປັນສາຍການບິນ 1 ໃນ 10 ຂອງໂລກທີ່ມີອັດຕາຂະຫຍາຍຕົວໄວທີ່ສຸດໃນໄລຍະ 20 ປີຕໍ່ໜ້າ.
————-
Cr. Target Magazine

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...