spot_img
Homeຂ່າວຕ່າງປະເທດຫວຽດນາມສັ່ງຄຸມເຂັ້ມ ອາຫານທະເລຢູ່ພາກກາງ ຫລັງເຫດປາຕາຍເຕັມຊາຍຫາດ ຍັງບໍ່ມີຂໍ້ສະຫລຸບ!

ຫວຽດນາມສັ່ງຄຸມເຂັ້ມ ອາຫານທະເລຢູ່ພາກກາງ ຫລັງເຫດປາຕາຍເຕັມຊາຍຫາດ ຍັງບໍ່ມີຂໍ້ສະຫລຸບ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ເມສາຜ່ານມານີ້ວ່າ ທາງການຫວຽດນາມ ໄດ້ມີຄຳສັ່ງຫ້າມຈຳໜ່າຍ ແລະ ແຈກຢາຍຜະລິດຕະພັນຈາກສັດນ້ຳທີ່ຕາຍແລ້ວ ໃນເຂດພື້ນທີ່ 4 ແຂວງພາກກາງຂອງປະເທດ ຫລັງຈາກທີ່ເກີດເຫດປາ ແລະ ສັດນ້ຳໃນທະເລ ບໍລິເວນຊາຍຝັ່ງຂອງເຂດດັ່ງກ່າວ ຕາຍ ແລະ ຖືກນ້ຳຊັດເຂົ້າມາຄ້າງຢູ່ຕາມຊາຍຫາດ ເປັນຈຳນວນມະຫາສານ ຊຶ່ງປັດຈຸບັນຍັງບໍ່ທັນມີຂໍ້ສະຫລຸບຊັດເຈນ ວ່າເກີດຂຶ້ນຍ້ອນສາເຫດອັນໃດແທ້.

ແນວໃດກໍຕາມ ລັດຖະບານໄດ້ລະບຸວ່າ ປາຕາຍອາດເປັນຍ້ອນສານພິດທີ່ຖືກປ່ອຍອອກມາ ຈາກກິດຈະກຳຂອງມະນຸດ ຫລື ຈາກປະກົດການນ້ຳປ່ຽນສີຕາມທຳມະຊາດ ຊຶ່ງໄດ້ຜະລິດສານພິດທີ່ເປັນອັນຕະລາຍ.

 

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...