spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ໂອ້ລົມພະນັກງານຫລັກແຫລ່ງ ກະຊວງການຕ່າງປະເທດ

ນາຍົກລັດຖະມົນຕີ ໂອ້ລົມພະນັກງານຫລັກແຫລ່ງ ກະຊວງການຕ່າງປະເທດ

Published on

ຂປລ.ໃນຕອນບ່າຍ ວັນທີ 28 ເມສາ ນີ້ ຢູ່ທີ່ກະຊວງການຕ່າງປະເທດ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ຕໍ່ພະນັກງານກະຊວງການຕ່າງປະເທດ ພາຍຫລັງທີ່ທ່ານໄດ້ຖືກແຕ່ງຕັ້ງ ໄປຮັບໜ້າທີ່ເປັນ ນາຍົກລັດຖະມົນຕີຄົນໃໝ່ ຕາມການຮັບຮອງຂອງ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 20 ເມສາ ຜ່ານມາ. ​ໂດຍມີຄະນະພັກ, ຄະນະນຳກະຊວງການຕ່າງປະເທດ, ຄະນະກົມ ແລະ ພະນັກງານທົ່ວກະຊວງການຕ່າງປະເທດເຂົ້າຮ່ວມ.

ໄລຍະຜ່ານມາ ພາຍຫລັງທີ່ກອງປະຊຸມອົງຄະນະພັກ ກະຊວງການຕ່າງປະເທດ ໄດ້ເລືອກຕັ້ງເອົາ ສະຫາຍ ສະເຫລີມໄຊ ກົມມະສິດ ເປັນເລຂາຄະນະພັກ ກະຊວງການຕ່າງປະເທດແລ້ວ, ວຽກງານທີ່ກ່ຽວຂ້ອງຂອງ ກະຊວງການຕ່າງປະເທດ ກໍໄດ້ມີການມອບໝາຍໃຫ້ ສະຫາຍເລຂາຄະນະພັກກະຊວງຜູ້ໃໝ່  ຢ່າງເປັນລະບົບ ແລະ ເປັນລຳດັບມາ.

ການໂອ້ລົມຕໍ່ພະນັກງານ ກະຊວງການຕ່າງປະເທດ ຂອງທ່ານນາຍົກຄັ້ງ​ນີ້ ກໍເພື່ອກ່າວອຳລາຢ່າງເປັນທາງການ ພາຍຫລັງທີ່ທ່ານໄດ້ເຮັດໜ້າທີ່ ເປັນເວລາທັງໝົດເກືອບ 15 ປີ ຢູ່ກະຊວງການຕ່າງປະເທດ, ໂດຍການເປັນຮອງລັດຖະມົນຕີ 5 ປີ (1989-1993) ແລະ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ 10 ປີ ຄື ແຕ່ປີ 2006 ຈົນເຖິງປີ 2016 ນີ້.

ທ່ານນາຍົກລັດຖະມົນຕີ ສະແດງຄວາມເພິ່ງພໍໃຈ ຕະຫລອດໄລຍະສິບກ່ວາປີຜ່ານມາທີ່ເຫັນວ່າ ວຽກງານການຕ່າງປະເທດຂອງປະເທດເຮົາ ມີຄວາມເຂັ້ມແຂງຂຶ້ນ ໃນທ່ວງທ່າໃໝ່ຕື່ມອີກກ້າວໜຶ່ງ, ການເຄື່ອນໄຫວການຕ່າງປະເທດຂອງ ສປປ ລາວ ພາຍໃຕ້ການຊີ້ນຳ ນຳພາຂອງການນຳ ພັກ- ລັດ, ໂດຍສະເພາະກະຊວງການຕ່າງປະເທດ ກໍຄືຄວາມເອົາໃຈໃສ່ ການປະຕິບັດວຽກງານຂອງພະນັກງານ ການຕ່າງປະເທດທຸກຄົນ ແມ່ນສາມາດເຮັດຫລ້ອນໜ້າທີ່ເປັນຢ່າງດີ, ມີຜົນງານຢ່າງພົ້ນເດັ່ນ, ໄດ້ກໍ່ສ້າງຖັນແຖວພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມກ້າວໜ້າ, ປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຄວາມປະຢັດມັດທະຍັດ, ສ້າງສຳນັກງານການທູດທີ່ຕ່າງປະເທດ ທີ່ເປັນມູນມໍລະດົກຂອງພວກເຮົາໄດ້ຫລາຍແຫ່ງ, ໄດ້ປັບປຸງກົນໄກແບບແຜນວິທີເຮັດວຽກ ທີ່ກ້າວໜ້າຄ່ອງຕົວ ແລະ ອື່ນໆ. ສາມາດປະກອບສ່ວນເຂົ້າ ໃນຜົນງານຂອງພາລະກິດລວມແຫ່ງຊາດເປັນ ຢ່າງດີ. ໃນສະພາບຕໍ່ໜ້າ ແມ່ນຈະມີທັງກາລະໂອກາດທີ່ດີ, ມີທັງສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ຂໍໃຫ້ພະນັກງານເຮົາ ຈົ່ງບຸກບືນພ້ອມກັນປະຕິບັດໜ້າທີ່ໃຫ້ດີເພື່ອເປັນທີ່ເພິ່ງ ແລະ ໄວ້ວາງໃຈໄດ້ຂອງພັກ-ລັດເຮົາ. ບັນຫາສຳຄັນໃນຕໍ່ໜ້າ ກ່ອນອື່ນໝົດແມ່ນຕ້ອງພ້ອມກັນເຮັດໜ້າທີ່ ເປັນປະທານອາຊຽນ ຂອງປະເທດເຮົາໃຫ້ສຳເລັດເປັນຢ່າງດີ ແລະ ຈາກນັ້ນ, ກໍຍັງມີໜ້າທີ່ວຽກງານສຳຄັນຫລາຍສິ່ງຫລາຍຢ່າງຕໍ່ໆໄປ. ເວົ້າລວມແລ້ວ ແມ່ນສືບຕໍ່ຮັກສາມູນເຊື້ອອັນດີ, ສືບຕໍ່ແກ້ໄຂສິ່ງຄ້າງຄາ, ປັບປຸງແກ້ໄຂ ແລະ ມີຄວາມສາມັກຄີກັນປະຕິບັດໜ້າທີ່ໃຫ້ລຸລ່ວງໄປດ້ວຍດີ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ການຕ່າງປະເທດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ທ່ານນາ ຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ນຳພາ ແລະ ປະກອບສ່ວນອັນສຳຄັນ ເຂົ້າໃນການປະຕິບັດວຽກງານການຕ່າງປະເທດ ທີ່ມີຜົນສຳເລັດດີຕະຫລອດໄລຍະທີ່ທ່ານ ເປັນລັດຖະມົນຕີການຕ່າງປະເທດ ແລະ ທັງໃຫ້ການໂອ້ລົມຊີ້ນຳທີ່ສຳຄັນຕໍ່ກະຊວງການຕ່າງປະເທດໃນຄັ້ງນີ້. ພ້ອມກັນນັ້ນ, ກໍໄດ້ ຕາງໜ້າພະນັກງານທົ່ວກະຊວງ ກ່າວຮັບຄຳໂອ້ລົມຊີ້ນຳ ແລະ ປະຕິຍານທີ່ຈະສືບຕໍ່ຢຶດໝັ້ນ ປະຕິບັດຕາມແນວທາງການຕ່າງປະເທດຂອງພັກ-ລັດ ຢ່າງມີໄຊ, ຢຶດໝັ້ນການເຮັດວຽກເປັນໝູ່ຄະນະ, ຍົກສູງນໍ້າໃຈແຫ່ງຄວາມສາມັກຄີພາຍໃນຢ່າງໜັກແໜ້ນ ເພື່ອພ້ອມກັນປະຕິບັດສຳເລັດ ໜ້າທີ່ອັນມີກຽດ ທີ່ພັກ ແລະ ລັດຖະບານມອບໝາຍໃຫ້ເປັນຢ່າງດີ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...

ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th SCO Summit) ໃນລະຫວ່າງວັນທີ 31ສິງຫາ - 1...