Homeຂ່າວພາຍ​ໃນຫວຽດນາມ ລົງທຶນຢູລາວ 5 ຕື້ໂດລາ

ຫວຽດນາມ ລົງທຶນຢູລາວ 5 ຕື້ໂດລາ

Published on

ບັນດາວິສາຫະກິດ ຫວຽດນາມ ໄດ້ຈົດທະບຽນລົງ ທຶນເຂົ້າລາວປະມານ 5 ຕື້ໂດ ລາສະຫະລັດ, ແຕ່ຫຼາຍໂຄງ ການຍັງບໍ່ທັນໄດ້ນຳເຂົ້າເຄື່ອນ ໄຫວ. ຍ້ອນຄືແນວນັ້ນ, ຄວາມ ຫວັງທີ່ວາງອອກໃນໄລຍະຈະ ມາເຖິງບໍ່ພຽງແຕ່ແມ່ນເລີ່ມຕົ້ນ ລົງທຶນໃໝ່ຈາກຫວຽດນາມ ເຂົ້າລາວ, ຫາກຍັງແມ່ນຊຸກຍູ້ ລະດັບການປະຕິບັດບັນດາ ໂຄງການທີ່ມີແລ້ວໃນປັດຈຸບັນ.

ຕົ້ນເດືອນເມສາຜ່ານມາ ທ່ານຮອງເຈົ້າແຂວງໄຊສົມ ບູນ ຂອງລາວໄດ້ໄປນະຄອນ ໂຮ່ຈິມິນ ເພື່ອເປີດກອງປະຊຸມ ແນໃສ່ຊຸກຍູ້ການລົງທຶນເຂົ້າ ໄຊສົມບູນ. ບັນດາຂົງເຂດຕົ້ນຕໍ ທີ່ໄຊສົມບູນຢາກໃຫ້ບັນດາ ວິສາຫະກິດຫວຽດນາມລົງທຶນ ເຂົ້າ ແມ່ນດ້ານພະລັງງານ ແລະ ບໍ່ແຮ່, ອຸດສາຫະ ກຳປຸງແຕ່ງ, ການທ່ອງທ່ຽວ, ກະສິກຳ-ປ່າ ໄມ້. ບໍ່ພຽງແຕ່ສະເພາະແຂວງ ໄຊສົມບູນ, ຫຼາຍທ້ອງຖິ່ນອື່ນໆ ຂອງລາວກໍກຳລັງຢາກຮຽກ ຮ້ອງການລົງ ທຶນຈາກບັນດາ ວິສາຫະກິດຫວຽດນາມ.

ບໍລິສັດ ຮວ່າງ ແອັງ ຢາ ລາຍ ໄດ້ລົງທຶນສ້າງເດີ່ນບິນຢູ່ ອັດຕະປື (ລາວ) “ນີ້ແມ່ນຈຸດ ຊຸກຍູ້ການຮ່ວມມືລົງທຶນລະ ຫວ່າງສອງປະເທດ, ພິເສດ ແມ່ນສ້າງໂອກາດ ເພື່ອໃຫ້ ບັນດາວິສາຫະກິດຫວຽດນາມ ຮັບຮູ້ກ່ຽວກັບບັນດາໂຄງການ ລົງທຶນຢູ່ລາວ. ເພີ່ມທະວີການ ຕິດຕໍ່ພົວພັນ ແລະ ຊຸກຍູ້ບັນດາ ການເຄື່ອນໄຫວຮ່ວມມືການ ລົງທຶນ, ການຄ້າ. ທ່ານ ໂດເຍີດ ຫ່ວງ ຫົວໜ້າກົມການລົງທຶນ ຕ່າງປະເທດ (ກົມແຜນການ ແລະ ການລົງທຶນ) ຢັ້ງຢືນວ່າ: ບັນດາວິສາຫະກິດຫວຽດນາມ ກຳລັງລົງທຶນ 258 ໂຄງການ ຢູ່ລາວ, ດ້ວຍເງິນລົງທຶນຈົດທະ ບຽນທັງໝົດເຂົ້າລາວປະມານ 5 ຕື້ໂດລາສະຫະລັດ. ປັດຈຸ ບັນລາວ ແມ່ນຕະຫຼາດລົງທຶນ ໃຫຍ່ທີ່ສຸດຂອງວິສາຫະກິດ ຫວຽດນາມ.
ໂຕເລກສະຖິຕິໃຫ້ເຫັນ ວ່າ: ກະແສເງິນລົງທຶນຈາກ ຫວຽດນາມເຂົ້າລາວ ໄດ້ສືບຕໍ່ ເພີ່ມ ຂຶ້ນໃນໄລຍະ 2011-2015, ນັບທັງດ້ານຈຳນວນ ໂຄງການ ແລະ ເງິນລົງທຶນທັງ ໝົດທີ່ຈົດທະບຽນ. ຫຼາຍໂຄງ ການທີ່ບັນດາວິສາຫະກິດ ຫວຽດນາມລົງທຶນຢູ່ລາວໄດ້ ແລະ ກຳລັງເຄື່ອນໄຫວຢ່າງມີ ປະສິດທິຜົນ, ເຊັ່ນບັນດາໂຄງ ການຂອງກຸ່ມບໍລິສັດ ຮວ່າງແອັງ ຢາລາຍ, ກຸ່ມບໍລິສັດຫວຽດ ແທລ ຫຼື ບັນດາໂຄງການກໍ່ສ້າງ ລະບົບແຈກຢາຍ ນ້ຳມັນຂອງ ກຸ່ມບໍລິສັດນ້ຳມັນຫວຽດນາມ, ໂຄງການສະໜາມກ໊ອຟ ແລະ ໂຮງແຮມ, ເຮືອນຢູ່ດ້ວຍເງິນ ລົງທຶນທັງໝົດ 1 ຕື້ໂດລາສະ ຫະລັດ ຂອງບໍລິສັດຫຸ້ນສ່ວນ ລົງທຶນ ແລະ ທຸລະກິດສະໜາມ ກ໊ອຟ ລອງແທ໋ງ.

ໃນປີຜ່ານມາລາຍຮັບ ຂອງຮວ່າງແອັງຢາລາຍ ຢູ່ລາວ ບັນລຸ 2.314 ຕື້ດົງ. ສ່ວນເຄືອ ຄ່າຍຢູນີແທວ ເຊິ່ງແມ່ນ ຫວຽດ ແທລ ເຮັດທຸລະກິດຮ່ວມກັບ ລາວ ເອເຊຍ ເທເລຄອມກາຍ ເປັນເຄືອຂ່າຍໂຄລະຄົມກວມ ອັດຕາສ່ວນຫຼາຍທີ່ສຸດຢູ່ລາວ, ດ້ວຍຫຼາຍກວ່າ 53%. ນີ້ກໍ ແມ່ນໜຶ່ງໃນບັນດາ ຈຸດພົ້ນ ເດັ່ນ ທີ່ບັນລຸຜົນສຳເລັດໃນການລົງ ທຶນເຂົ້າລາວຂອງວິສາຫະກິດ ຫວຽດນາມ.

ຕາມການລາຍງານຂອງ ສະມາຄົມບັນດານັກລົງທຶນ ເຂົ້າລາວ (AVIL) ບັນດາໂຄງ ການລົງທຶນຂອງບັນດາວິສາ ຫະກິດຫວຽດນາມໃນບັນດາ ຂົງເຂດໄຟຟ້າ, ກະສິກຳ-ປ່າໄມ້, ການເງິນ-ການທະນາຄານ, ບໍ່ ແຮ່…ກໍ່ໄດ້ຮັບການຕີລາຄາສູງ.

ທ່ານ ເຈນີບັກຫ່າ ປະທານ AVIL ໃຫ້ຮູ້ວ່າ: “ສະຫະພັນ ບັນດາວິສາຫະກິດຫວຽດນາມ ປະ ຈຳລາວ ໄດ້ປະກອບສ່ວນ ສິດ ສອນເຕັກໂນໂລຊີໃໝ່, ຍົກ ລະດັບການສຶກສາກ້າວໜ້າ ເຂົ້າ ລາວ, ບຳລຸງສ້າງຖັນແຖວ ພະ ນັກງານ, ກຳມະກອນລາວ ທີ່ ມີ ສີມື, ສ້າງວຽກເຮັດງານທຳ ໃຫ້ ແກ່ 40.000 ແຮງງານຂອງ ທ້ອງຖິ່ນໃນລາວ. ບັນດາວິສາ ຫະກິດຫວຽດນາມ ປະຈຳລາວ ໄດ້ປະກອບສ່ວນເຂົ້າງົບປະ ມານຂອງລາວຫຼາຍກວ່າ 250 ລ້ານໂດລາສະຫະລັດ, ພິເສດ ແມ່ນໄດ້ຊ່ວຍເຫຼືອດ້ານສັງຄົມ ຂອງລາວ ຫຼາຍກວ່າ 70 ລ້ານ ໂດລາສະຫະລັດ”.

ກອງປະຊຸມຮ່ວມມືລົງ ທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນ ຢູ່ດານັງໃນເດືອນມີນາ 2016 ທ່ານ ຫງວຽນຊວນຟຸກ ນາຍົກ ລັດຖະມົນຕີຫວຽດນາມ (ຕອນ ນັ້ນເພິ່ນເປັນຮອງນາຍົກ) ໄດ້ ຢັ້ງຢືນວ່າ: ບັນດາວິສາຫະກິດ ຄວນຖືວຽກງານການລົງທຶນຢູ່ ລາວຄືກັນກັບລົງທຶນຢູ່ຫວຽດ ນາມ, ດັ່ງນັ້ນ ຈຸດມຸ່ງໝາຍ ພັດ ທະນາຕ້ອງຍາວນານ, ບັນດາ ໂຄງການລົງທຶນ ໃໝ່ຕ້ອງມີລັກ ສະນະຍຸດທະສາດ. “ຕ້ອງສຸມ ໃສ່ຜັນຂະຫຍາຍສົນທິສັນຍາ 2 ຝ່າຍ ຫວຽດນາມ-ລາວ ໄລຍະ 2016-2020 ພ້ອມກັນຊຸກຍູ້ການຕິດຕໍ່ພົວພັນດ້ານຄົມມະນາຄົມລະຫວ່າງ 2 ປະເທດ ຊຸກຍູ້ວຽກງານປະຕິຮູບປະຕູດຽວ, ສອງປະເທດ ຕ້ອງຄົ້ນ ຄວ້າລະບອບ, ນະໂຍບາຍ ເພື່ອ ຊ່ວຍເຫຼືອບັນດາວິສາຫະກິດ ເຂົ້າມາລົງທຶນ. ບັນດາວິສາຫະ ກິດຕ້ອງຊຸກຍູ້ໂດຍໄວລະດັບ ການປະຕິບັດ ໂຄງການທີ່ໄດ້ຮັບອະນຸຍາດ ແລະ ຕ້ອງປະຕິບັດຕາມກົດໝາຍຂອງທ້ອງຖິ່ນ ຢ່າງເຄັ່ງຄັດ ເພື່ອຜັນຂະຫຍາຍບັນດາໂຄງການ ການລົງ ທຶນ.

ຮຽບຮຽງໂດຍ: ວິໄລວັນ ຂຸນສາທອນ

ຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...