spot_img
Homeຂ່າວທ້ອງຖິ່ນຜົນເສຍຫາຍຈາກພາຍຸລະດູຮ້ອນ ຫລາຍທ້ອງຖິ່ນ ຍັງໄດ້ຮັບຜົນກະທົບໜັກ!

ຜົນເສຍຫາຍຈາກພາຍຸລະດູຮ້ອນ ຫລາຍທ້ອງຖິ່ນ ຍັງໄດ້ຮັບຜົນກະທົບໜັກ!

Published on

ຂປລ. ໃນ​ປີ 2016 ​ໂດຍ​ສະ​ເພາະ​ໄລຍະ​​ເ​ເດືອນ​ເມສາ​ນີ້, ປະຊາຊົນ​ຫລາຍ​ທ້ອງ​ຖິ່ນ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໄດ້​ຮັບ​ຜົນ​ກະທົບ​ ອັນ​ໄດ້​ສ້າງ​ຜົນ​ເສຍ​ຫາຍທາງ​ຊີວິດ ​ແລະ ຊັບສິນ​ຂອງ​ປະຊາຊົນ​ ເປັນ​ຈຳນວນ​ຫລວງ​ຫລາຍ. ມາ​ຮອດ​ປັດຈຸບັນ​ ຢູ່ບາງ​ທ້ອງ​ຖິ່ນ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ ຈາກ​ອຳນາດ​ການ​ປົກຄອງ​ແລ້ວ ​ໃນ​ເບື້ອງ​ຕົ້ນ ​ແລະ ບາງ​ທ້ອງ​ຖິ່ນ​ ກຳລັງ​ດຳ​ເນີນ​ການຕິດຕາມ​ກວດກາ​ ປະ​ເມີນ​ຜົນ​ເສຍ​ຫາຍ.

​ຢູ່​​ເມືອງ​ຫລາ ​ແຂວງ​ອຸດົມ​ໄຊ ໃນ​ວັນ​ທີ 24 ​ເມສາ ໄດ້​ເກີດ​ມີ​ຝົນຕົກ ​ແລະ ລົມພັດ​ແຮງ ​ເຮັດ​ໃຫ້​ເຮືອນ​ຊານ​ ຂອງ​ປະຊາຊົນ ​ໄດ້​ຮັບ​ຜົນ​ກະທົບ 144 ຫລັງ, ​ເລົ້າ​ເຂົ້າ 10 ກວ່າ​ຫລັງ, ​ໂຮງຮຽນ 7 ​ແຫ່ງ, ຫ້ອງການ 1 ຫລັງ, ປະຊາຊົນ 15 ຄອບຄົວ ບໍ່​ມີ​ທີ່ຢູ່​ອາ​ໄສ, ​ເສັ້ນທາງ​ຫລາຍ​ສາຍ​ ຖືກ​ຕົ້ນ​ໄມ້​ຫັກ​ທັບ​ ​ເຮັດ​ໃຫ້ການ​ສັນຈອນ ​ໄປ-ມາ ພົບ​ຄວາມ​ຫຍຸ້ງຍາກ.

​ຢູ່​ເມືອງ​ຜາ​ອຸດົມ ​ແຂວງ​ບໍ່​ແກ້ວ ທີ່ ​ເກີດ​ມີ​ຝົນຕົກ-ລົມ​ພັດ​ແຮງ ​ໃນ​ວັນ​ທີ 22 ​ເມສາ ​ເຮັດ​ໃຫ້​ເຮືອນ​ຊານ​ ຂອງ​ປະຊາຊົນ​ ໄດ້​ຮັບ​ຜົນ​ເສຍ​ຫາຍ 284 ຫລັງ, ​ໃນ​ນັ້ນ​​ເສຍ​ຫາຍ​ໜັກ 8 ຫລັງ, ຕົ້ນ​ໄມ້​ອຸດສາຫະກຳ ​ແລະ ຕົ້ນ​ໄມ້​ກິນ​ໝາກ​ ໄດ້​ຮັບ​ຜົນ​ເສຍ​ຫາຍ. ລວມມູນ​ຄ່າ​ເສຍ​ຫາຍ​ປະມານ 20 ລ້ານ​ກວ່າ​ກີບ. ມາ​ໃນ​ວັນ​ທີ 25 ​ເມສາ ອຳນາດ​ການ​ປົກຄອງ​ແຂວງ, ​ເມືອງ ​ແລະ ພາກສ່ວນ ​ກ່ຽວຂ້ອງ ​ໄດ້​ລົງ​ຕິດຕາມ​ ໃຫ້ການ​ຊ່ວຍ​ເຫລືອ ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ປະກອບ​ມີ ​ເຂົ້າສານ 2.500 ກວ່າ​ກິ​ໂລ, ​ເງິນ 150 ຕື້​ກີບ, ສາດ 150 ຜືນ ​ແລະ ອາຫານ​ແຫ້ງ ຈຳນວນ​ໜຶ່ງ. ປັດຈຸບັນ ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ແມ່ນ​ກຳລັງ​ສ້ອມ​ແປງ ​ເຮືອນ​​ຂອງ​ຕົນ​ ໃຫ້​ຄືນ​ສູ່​ສະພາບ​ເດີມ.

ສ່ວນ​ຢູ່​ບ້ານ​ປາງ​ຄຳ ​ເມືອງ​ປາກ​ລາຍ ​ແຂວງ​ໄຊ​ຍະ​ບູລີ ເວລາ 16:20​ ໂມງ ຫາ 18:40 ​ໂມງ ຂອງ​ວັນ​ທີ 21 ​ເມສາ ໄດ້ເກີດມີລົມ, ຝົນຕົກ​ ​ແລະ ມີໝາກເຫັບຕົກ ຕິດຕໍ່ຢ່າງແຮງອັນໄດ້ເຮັດໃຫ້ ເຮືອນຊານປະຊາຊົນ ເປ່ເພຫລາຍກວ່າ 160 ຄອບຄົວແລະອາຄານ ສະຖານທີ່ຕ່າງໆ ເຊັ່ນ: ຫໍປະຊຸມບ້ານ, ໂຮງຮຽນ, ສຸກສາລາ, ເສັ້ນທາງເຂົ້າບ້ານ ແມ່ນຖືກດິນເຊາະເຈື່ອນ, ສັດປີກເສຍຫາຍ 40 ກ່ວາໂຕ, ຈານດາວທຽມ 11 ຈານ, ກະເບື້ອງ 4.900 ແຜ່ນ, ສັງກະສີ 879 ແຜ່ນ, ​ເນື້ອ​ທີ່​ທຳ​ການ​ຜະລິດ​ ຖືກ​ດິນ​ຖົມ​ຫລາຍກວ່າ ສິບເຮັກຕາ. ຄາດ​ຄະ​ເນ​ ຜົນ​ເສຍ​ຫາຍ​ ເບື້ອງ​ຕົ້ນ 100 ລ້ານ​ກວ່າ​ກີບ.

​​ໃນ​ຂະນະ​ດຽວ​ກັນ, ຢູ່​ເທສະ​ບານ ​​ເມືອງ​ປາກ​ລາຍ ບໍ່ ​​ເກີດມີ​ພະຍຸ​ລະດູ​ຮ້ອນ ​ແຕ່ບໍ່​ມີ​ໄຟຟ້າ, ນ້ຳ​ປະປາ​ໃຊ້ ເປັນ​ເວລາ​ຕິດ​ຕໍ່ກັນ 4-5 ວັນ​ ​ເພາະ​ໄດ້​ຮັບ ​ຜົນ​ກະທົບ​ຈາກ​ ພາຍຸພັດ​ເຂົ້າ​ແຂວງ​ ໃກ້​ຄຽງ​ຂອງ ປະ​ເທດ​ເພື່ອນ​ບ້ານ ​ເນື່ອງ​ຈາກ​ວ່າ​ ຢູ່​ເທສະ​ບານ​ເມືອງ​ດັ່ງກ່າວ ​ໄດ້​ຊົມ​ໃຊ້​ໄຟຟ້າ ​ຈາກ​ປະ​ເທດ​ເພື່ອນ​ບ້ານ. ປັດຈຸບັນ ​ປະຊາຊົນ​ໄດ້​ຊົມ​ໃຊ້​ໄຟຟ້າ​ ເປັນ​ປົກ​ກະຕິ​ແລ້ວ.

​ສຳລັບ​ ຢູ່​ເຂດ​ເທສະ​ບານ ​ເມືອງ​ທ່າ​ແຂກ ​ໂດຍ​ສະ​ເພາະ ​ພັກເຊົາຂອງພະສົງ ແລະ ບ່ອນສະກະລະບູຊາ ຂອງພໍ່ແມ່ປະຊາຊົນ ຢູ່ ວັດພະທາດ ສີໂຄດຕະບອງ ຖືກເສຍຫາຍ ແມ່ນ​ຫລັງຄາກະເບື້ອງ (ສິມໃຫ່ຍ), ສາລາໂຮງທຳ (ຫໍແຈກ) ໄດ້ຖືກເສຍຫາຍຂຸລົງ ແລະ ເສຍຫາຍໜັກກ່ວາໝູ່ແມ່ນ ກົມມະລຽນ ຢູ່ທາງພາກເບື້ອງໃຕ້ຂອງວັດ ເປັນແຖວທີ່ມີ ຄວາມຍາວ 40 ແມັດ. ​ແຕ່​ຍັງ​ບໍ່​ສາມາດ​ ປະ​ເມີນ​ເປັນ​ມູນ​ຄ່າ ​ເສຍ​ຫາຍ​​ໄດ້​ເທື່ອ.

 

ແຫລ່ງຂ່າວ:

ຂປລ

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...