spot_img
Homeຂ່າວເຫດການມອບ-ຮັບໜ້າທີ່ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້

ມອບ-ຮັບໜ້າທີ່ ລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້

Published on

ພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ລະຫວ່າງທ່ານ ດຣ ເພັດ ພົມພິພັກ ຜູ້ເກົ່າ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ລຽນ ທີແກ້ວ ອະດິດລັດຖະມົນຕີກະຊວງການເງິນ ມາເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຜູ້ໃໝ່, ໄດ້ມີຂຶ້ນໃນບ່າຍວັນທີ 27 ເມສານີ້ຢູ່ກະຊວງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີບັນດາຮອງລັດຖະມົນຕີ, ຄະນະພັກ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງຫລວງຫລາຍ ເພື່ອປະຕິບັດຕາມການຕົກລົງຂອງ ກົມການເມືອງສູນກາງພັກ, ສະພາແຫ່ງຊາດ,  ລັດຖະດໍາລັດຂອງປະທານປະເທດ ແລະ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານ ເພັດ ພົມພິພັກ ໄດ້ລາຍງານໂດຍຫຍໍ້ ການເຄື່ອນໄຫວຂອງ ກະຊວງກະສິກໍາ ແລະ ປ່າໄມ້ ໃນໄລຍະຜ່ານມາວ່າ: ຂະແໜງກະສິກໍາ-ປ່າໄມ້ ມີພາລະບົດບາດໃນການຄຸ້ມຄອງມະຫາພາກ ໃນການພັດທະນາກະສິກໍາ-ປ່າໄມ້ ທົ່ວປະເທດ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຜະລິດເປັນສີນຄ້າ, ກະສິກໍາສະອາດ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ, ທັງຈັດສັນອາຊີບຄົງທີ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ເພື່ອແກ້ໄຂຄວາມທຸກຍາກ, ໃນໄລຍະ 5 ປີຜ່ານມາຂະແໜງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 2,8-3%, ກວມອັດຕາສ່ວນປະມານ 24% ຂອງລວມຍອດຜະລິດຕະພັນພາຍໃນ (GDP), ສາມາດຜະລິດເຂົ້າໄດ້ທັງໝົດ 4,1 ລ້ານໂຕນໃນປີ 2015, ການລ້ຽງສັດຂະຫຍາຍຕົວສະເລ່ຍ 5% ຕໍ່ປີ, ສາມາດສະໜອງຊີ້ນ, ປາ ແລະ ໄຂ່ ໄດ້ຢ່າງພຽງພໍຕາມຄວາມຕ້ອງການຂອງສັງຄົມ, ການຜະລິດເປັນສີນຄ້າ ມີບາດກ້າວພົ້ນເດັ່ນ, ໂດຍສະເພາະການປູກກາເຟ, ສາລີ, ມັນຕົ້ນ, ເຂົ້າ, ໝາກເດືອຍ, ກ້ວຍ, ໝາກໂມ, ອ້ອຍ ມີການເຕີບໃຫຍ່ຂະ ຫຍາຍຕົວ, ສ່ວນການລ້ຽງສັດແບບເປັນຟາມ, ລ້ຽງປາໃນໜອງ, ກະຊັງ ກໍມີຈໍານວນເພີ່ມຂຶ້ນ ນັບມື້ ແລະ ອັນພົ້ນເດັ່ນໃນປີ 2015 ຜ່ານມາ, ສ ປປ ລາວ ໄດ້ຮັບໃບຢັ້ງຢືນຈາກອົງການອາຫານ ແລະ ການກະເສດຂອງອົງການສະຫະປະຊາຊາດ ທີ່ສາມາດບັນລຸຄາດໝາຍສະຫັດສະວັດທີ 1 ໃນການຫລຸດຜ່ອນ ການຂາດແຄນດ້ານສະບຽງອາຫານ ແລະ ແກ້ໄຂຄວາມທຸກຍາກຈາກ 42% ໃນປີ 1990 ມາເປັນ 18% ໃນປີ 2015 ແລະ ຄາດວ່າຮອດປີ 2020 ຈະສູ້ຊົນໃຫ້ຫລຸດພົ້ນ ຈາກສະຖານະພາບການຂາດແຄນດ້ານສະບຽງອາຫານ ແລະ ຄວາມທຸກຍາກໄດ້.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໂອລົມຊີ້ນໍາຕໍ່ຄະນະພັກ-ຄະນະນໍາ ແລະ ພະນັກງານວິຊາການກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ຍາດມາໄດ້ ເປັນຕົ້ນແມ່ນ: ວຽກງານການຜະລິດສະບຽງອາຫານ ແລະ ການຜະລິດສີນຄ້າກະສິກໍາ, ການຄໍ້າປະກັນທາງດ້ານສະບຽງອາຫານ, ການຄຸ້ມຄອງປ່າເຫັນວ່າມີບາດກ້າວພົ້ນເດັ່ນຫລາຍ, ແຕ່ແນວໃດກໍຕາມ ຢາກໃຫ້ພວກເຮົາມີຄວາມເຂົ້າໃຈເປັນເອກະພາບກັນວ່າ, ປັດຈຸບັນສະບຽງອາຫານພວມເປັນບັນຫາລວມຂອງໂລກ, ສະພາບການດັ່ງກ່າວ ມັນຮຽກຮ້ອງໃຫ້ທຸກປະເທດໃນໂລກ ຕ້ອງມີແຜນຮັບມືຢ່າງຮີບດ່ວນ, ໂດຍສະເພາະການມີຄັງແຮເຂົ້າ, ສະນັ້ນຂໍໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ຈົ່ງສືບຕໍ່ເອົາໃຈໃສ່ ສ້າງຕັ້ງຄັງແຮເຂົ້າ ທີ່ຮັບປະກັນທາງດ້ານຄຸນນະພາບ ແລະ ປະສິດທິພາບສູງ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງ ທາງດ້ານສະບຽງອາຫານໃນຕໍ່ໜ້າ, ນອກຈາກນີ້ກໍໃຫ້ເອົາໃຈໃສ່ ປົກປັກຮັກສາຄວາມດັ້ງເດີມຂອງປ່າໄມ້ໃຫ້ດີ, ໂດຍສະເພາະບໍ່ໃຫ້ມີການບຸກລຸກປ່າດົງດິບ, ປ່າສະຫງວນ, ປ່າປ້ອງກັນ ດ້ວຍການຈັດສັນທີ່ດິນການຜະລິດ ຢ່າງເປັນລະບົບເຊັ່ນ: ດິນປູກພືດກະສິກໍາ, ອຸດສະຫະກໍາອື່ນໆໃນພື້ນທີ່ປ່າເຊື່ອມໂຊມ ແລະ ເພື່ອຮັບປະກັນໃຫ້ການປົກຫຸ້ມຂອງປ່າໄມ້ ກວມຫລາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດໃຫ້ປະກົດຜົນເປັນຈິງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...