spot_img
Home​ຂ່າວບັນເທິງງາມຈົນແມ່ຍິງອາຍ "ຫລິງຫລິງ ປິຍາດາ" ສາວປະເພດສອງຂອງລາວ

ງາມຈົນແມ່ຍິງອາຍ “ຫລິງຫລິງ ປິຍາດາ” ສາວປະເພດສອງຂອງລາວ

Published on

ສຽງສ່ວນຫຼາຍໃນໂລກ Social ຕ້ອງມີຄຳເວົ້າທີ່ວ່າ ຫລິງ ຫລິງ ສາວປະເພດສອງຂອງລາວ ງາມ ທຽບເທົ່າກັບ ປອຍ ຕີຣຊາພາ ຂອງໄທ ດ້ວຍຄວາມໂດດເດັ່ນທາງດ້ານຮູບຮ່າງ, ໜ້າຕາ ທີ່ບອກວ່າສົມສ່ວນເຫຼືອເກີນ

589

ສາວຄົນນີ້ຖືໄດ້ວ່າເປັນສາວປະເເພດສອງຂອງລາວຄົນທຳອິດທີ່ໄປໂດ່ງດັງໄກເຖິງຕ່າງແດນ ນາງມີດີກຣີເປັນເຖິງຮອງອັນດັບສອງຂອງເວທີ ມິສ ອິນເຕີເນເຊັ່ນແນລຄລິນ 2014 ແລະ ຄວາມງາມຂອງນາງຖືວ່າບໍ່ເປັນຮອງໃຜ ສ່ວນການແຕ່ງຕົວຂອງນາງກໍ່ບໍ່ທຳມະດາເພາະແອບແຝງໄປດ້ວຍຄວາມເຊັກຊີເບົາໆແຕ່ມີລະດັບ ຈົນຜູ້ຍິງແທ້ໆຕ້ອງຍອມນາງ

47

ເຊິ່ງຜົນງານລ່າສຸດຂອງນາງແມ່ນການໄດ້ເຂົ້າໄປເປັນໜຶ່ງໃນ 10 ນັກສະແດງ “ສົງຄາມນາງງາມ ຊີຊັ່ນ 2” ເຊິ່ງຈະອອກສາຍທາງຊ່ອງ ONE 31 ເຊິ່ງຕົວລະຄອນທີ່ໄດ້ບົດ ຫລິງຫລິງ ຮັບບົດ ເປັນ ມິວມິວ ກະເທີຍສາວໄຮໂຊ ມາປະກວດຫຼິ້ນໆ ຈັ່ງໃດກໍ່ຢ່າລືມຕິດຕາມຜົນງານຂອງນາງໄດ້ໃນໄວໆນີ້

48

ກ່ວານາງຈະມາເປັນແມ່ຍິງເຕັມຕົວໄດ້ຂະໜາດນີ້ ຫລິງ ຫລິງ ຕ້ອງໄດ້ຜ່ານການຍອມຮັບຈາກພໍ່ຢູ່ເປັນເວລາດົນພໍສົມຄວນ ແຕ່ສຸດທ້າຍພໍ່ກໍ່ຍອມໃຈອ່ອນ ແລະ ສອນໃຫ້ຮູ້ວ່າ “ ຖ້າຈະເປັນແມ່ຍິງກໍ່ຕ້ອງໃຫ້ງາມໃຫ້ຄືແມ່ຍິງ ຢ່າເຮັດເລື່ອງໃຫ້ຂາຍໜ້າ ” ຫຼັງຈາກນັ້ນນາງກໍ່ໄດ້ເຂົ້າມາສັນຍະກຳໜ້າເອິກ ຕໍ່ດ້ວຍການຜ່າຕັດແປງເພດ ຕາມດ້ວຍການປັບປຸງຮູບຮ່າງໜ້າຕາ ເຊັ່ນ: ເຫຼົາໂນກແກ້ມ, ຊີດຊີລິໂຄນທີ່ກົ້ນ, ບອກກັບການດູແລຕົວເອງ ອອກກຳລັງເປັນປະຈຳເລີຍເຮັດໃຫ້ນາງງາມສົມສ່ວນຂະໜາດນີ້

4987

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...