Homeຂ່າວຕ່າງປະເທດຍີ່ປຸ່ນຜະລິດເຂົ້າລາຄາຖືກເພື່ອເພີ່ມທະວີສົ່ງອອກ

ຍີ່ປຸ່ນຜະລິດເຂົ້າລາຄາຖືກເພື່ອເພີ່ມທະວີສົ່ງອອກ

Published on

ເວັບໄຊຕ່າງປະເທດ ລາຍງານວ່າ: ຊາວນາຍີ່ປຸ່ນ ພວມມຸ່ງໄປສູ່ການຜະລິດເຂົ້າ ດ້ວຍລາຄາຖືກກວ່າ ທຽບກັບປັດຈຸບັນ ເພື່ອເພີ່ມທະວີ ການສົ່ງອອກ, ຫຼັງຈາກທີ່ຍີ່ປຸ່ນເຊັນ ສັນຍາຂໍ້ຕົກລົງຫຸ້ນສ່ວນ ຍຸດທະສາດອາຊີ-ປາຊີຟິກ (TPP).

ບັນດາຜູ້ຊ່ຽວຊານດ້ານ ກະສິກຳໃຫ້ຮູ້ວ່າ: ບັນດາແນວ ພັນເຂົ້າຂອງຍີ່ປຸ່ນ ໄດ້ຮັບຮູ້ວ່າ ມີຄຸນນະພາບດີ, ແຕ່ການ ເຄື່ອນໄຫວສົ່ງອອກເຂົ້າສານ ຂອງປະເທດນີ້ຍັງມີລາຄາສູງຢູ່.

ສະຫະພັນສະຫະກອນ ກະສິກຳຍີ່ປຸ່ນ (NFACA) ໄດ້ບັນລຸເປົ້າໝາຍຍົກສູງຄວາມສາມາດໃນການຍາດແຍ່ງກັບ ບັນດາຜູ້ຜະລິດເຂົ້າຂອງຕ່າງ ປະເທດ ໃນຕະຫຼາດສາກົນ ເພື່ອ ຮັບປະກັນການຈະເລີນເຕີບ ໂຕຂອງການສົ່ງອອກເຂົ້າ.

NFACA ຂຶ້ນແຜນມຸ້ງໄປ ສູ່ການແນະນຳພາກສ່ວນກ່ຽວຂ້ອງ ການຜະລິດຂອງຍີ່ປຸ່ນ ຈຳນວນໜຶ່ງສຸມໃສ່ປູກເຂົ້າລາຄາຖືກ ໂດຍຕັດຫຼຸຸດຄ່າໃຊ້ຈ່າຍ ແລະ ເພາະປູກແນວພັນເຂົ້າທີ່ ມີສະມັດຖະພາບສູງກວ່າເກົ່າ.

NFACA ວາງເປົ້າໝາຍ ເພີ່ມທະວີອີກ 6 ເທົ່າ ຂອງປະລິມານ ການສົ່ງອອກເຂົ້າໃນແຕ່ລະ ປີຂຶ້ນ 10.000 ໂຕນ ໃນຮອບ 3 ປີຈະມາເຖິງ, ເພື່ອ ຍົກສູງຄວາມສາມາດໃນການ ຍາດແຍ່ງໃຫ້ຊາວນາຍີ່ປຸ່ນເມື່ອເຂົ້າຮ່ວມ TPP.

ຍີ່ປຸ່ນ ແລະ ອາເມຣິກາ ພ້ອມທັງ 10 ປະເທດອື່ນອີກ ໄດ້ເຊັນສັນຍາ TPP ແລະ ສ້າງ ຕະຫຼາດຂະໜາດໃຫຍ່ດ້ວຍ ພົນລະເມືອງ 800 ລ້ານຄົນ, ກວມ 40% ຂອງ GDP ໂລກ ແລະ 25 % ຂອງການຄ້າທັງ ໝົດໃນທົ່ວໂລກ.

 ຂ່າວຈາກ: ສຳນັກຂ່າວເອບີຊີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...