spot_img
Homeຂ່າວຕ່າງປະເທດຊາວຝຣັ່ງປະຫລາດໃຈ ແມ່ນ້ຳທັງສາຍປ່ຽນເປັນສີຂຽວ ທີ່ແທ້ແມ່ນຍ້ອນແບບນີ້!

ຊາວຝຣັ່ງປະຫລາດໃຈ ແມ່ນ້ຳທັງສາຍປ່ຽນເປັນສີຂຽວ ທີ່ແທ້ແມ່ນຍ້ອນແບບນີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ເມສານີ້ວ່າ ຊາວຝຣັ່ງຢູ່ເມືອງກຳແປ ທາງພາກຕາເວັນຕົກຂອງປະເທດ ໄດ້ພາກັນແປກປະຫລາດໃຈ ເມື່ອແມ່ນ້ຳລໍເດັດ ທີ່ໄຫລພາດຜ່ານໃຈກາງເມືອງ ໄດ້ປ່ຽນສະພາບກາຍເປັນສີຂຽວອ່ອນ ເຮັດໃຫ້ສ້າງຄວາມວິຕົກກັງວົນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ.

ພາຍຫລັງບໍ່ດົນ ໜ່ວຍງານສິ່ງແວດລ້ອມຂອງຝຣັ່ງ ໄດ້ອອກມາຖະແຫລງວ່າ ປະກົດການນ້ຳປ່ຽນສີຢູ່ແມ່ນ້ຳລໍເດັດ ແມ່ນເປັນໜຶ່ງໃນກິດຈະກຳ ໂຄງການປຸກລະດົມບັນຫາສິ່ງແວດລ້ອມ ຂອງໜ່ວຍງານພວກຕົນ ໂດຍເຈົ້າໜ້າທີ່ສິ່ງແວດລ້ອມຂອງຝຣັ່ງ ໄດ້ທຳການເຈືອຈາງສີຍ້ອມລົງໃນແມ່ນ້ຳດັ່ງກ່າວ ເພື່ອເຮັດໃຫ້ແມ່ນ້ຳ ກາຍເປັນສີຂຽວອ່ອນ ແນໃສ່ເຮັດໃຫ້ປະຊາຊົນຊາວຝຣັ່ງ ເກີດຄວາມສົນໃຈ ແລະ  ໃຫ້ຄວາມສຳຄັນ ຕໍ່ບັນຫາຄຸນນະພາບແຫລ່ງນ້ຳ ທີ່ກຳລັງກາຍເປັນບັນຫາໃຫຍ່ໃນທົ່ວໂລກ.

ທັງນີ້ ໜ່ວຍງານດັ່ງກ່າວໄດ້ຢືນຢັນວ່າ ການຍ້ອມສີຂຽວອ່ອນ ໃສ່ແມ່ນ້ຳລໍເດັດນີ້ ຈະບໍ່ກໍ່ໃຫ້ເກີດມົນລະພິດແຕ່ຢ່າງໃດ ແລະ ຈະບໍ່ສົ່ງຜົນອັນຕະລາຍ ຕໍ່ກັບສັດນ້ຳ ແລະ ລະບົບນິເວດຕ່າງໆ ຊຶ່ງຄາດວ່າອີກພາຍໃນ 1-2 ມື້ ສີຂອງແມ່ນ້ຳ ກໍຈະກັບຄືນມາສູ່ສະພາວະປົກກະຕິ.

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...