spot_img
Homeຂ່າວການສຶກສາເປີດຮັບສະໝັກແລ້ວເດີໂຄງການເດີນທະເລ

ເປີດຮັບສະໝັກແລ້ວເດີໂຄງການເດີນທະເລ

Published on

ໂຄງການຊາວໜຸ່ມເດີນທະເລ ອາຊຽນ – ຍີ່ປຸ່ນ ປະຈໍາປີ 2016, ໂຄງການຊາວໜຸ່ມເດີນທະເລ ເປັນໂຄງການແລກປ່ຽນທາງດ້ານວັດທະນະທໍາ, ການພັດທະນາ ເສດຖະກິດ – ສັງຄົມ ແລະ ການສຶກສາ ໂດຍຜ່ານການເຮັດກິດຈະກຳຕ່າງໆຮ່ວມກັນ ຂອງ ບັນດາຊາວໜຸ່ມຈາກບັນດາປະເທດສະມາຊິກອາຊຽນ – ຍີ່ປຸ່ນ. ຫ້ອງການ ສູນກາງ ຊປປລ ໄດ້ຄົ້ນຄວ້າ ແລະ ເຫັນວ່າ: ໂຄງການດັ່ງກ່າວມີຜົນດີໃນການເສີມສ້າງຄວາມເຂົ້າໃຈອັນດີ ຂອງ ຊາວໜຸ່ມທີ່ເຂົ້າຮ່ວມໂຄງການ, ທັງເປັນການຍົກສູງບົດບາດຂອງຊາວໜຸ່ມລາວໃນເວທີສາກົນ ແລະ ເພື່ອສືບຕໍ່ຍາດແຍ່ງການພົວພັນ – ຮ່ວມມື ຂອງ ສປປ ລາວ ໃນເວທີ ອາຊຽນ – ຍີ່ປຸ່ນ ໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນການເຂົ້າຮ່ວມໂຄງການດັ່ງກ່າວ. ສະນັ້ນ, ຈຶ່ງໄດ້ແຈ້ງມາຍັງບັນດາຊາວໜຸ່ມ, ນັກຮຽນ ນັກສຶກສາ ຜູ້ທີ່ສົນໃຈສະໝັກສອບເສັງຄັດເລືອກ ເຊິ່ງຕ້ອງມີມາດຖານ ແລະ ເງື່ອນໄຂ ດັ່ງລຸ່ມນີ້:
I. ມາດຖານ ແລະ ເງື່ອນໄຂຜູ້ສະໝັກເຂົ້າຮ່ວມ :
1. ເປັນຊາວໜຸ່ມອາຍຸລະຫວ່າງ 18 – 30 ປີ, ສຸຂະພາບແຂງແຮງ, ຖືສັນຊາດລາວ
2. ສາມາດເວົ້າ, ຂຽນ, ອ່ານ ແລະ ນຳໃຊ້ພາສາອັງກິດໃນການສື່ສານໄດ້ໃນລະດັບດີ.
3. ມີຄຸນສົມບັດ, ມີທັດສະນະມະຫາຊົນ ແລະ ມີຜົນງານປະກອບສ່ວນໃນວຽກງານອາສາສະໝັກຊາວໜຸ່ມໃນການຊ່ວຍເຫຼືອສັງຄົມ ແລະ ພັດທະນາປະເທດຊາດຂອງຕົນ. ຖ້າເປັນສະມາຊິກ ຊປປລ ທີ່ໄດ້ຮັບໃບຍ້ອງຍໍຕ່າງໆ ຈະໄດ້ ຮັບການພິຈາລະນາໃນກໍລະນີພິເສດ.
4. ສາມາດປະກອບສ່ວນຄ່າໃຊ້ຈ່າຍທີ່ຈຳເປັນສຳລັບຕົນເອງ ໃນການກະກຽມເຂົ້າຮ່ວມໂຄງການ.
5. ສຳລັບຊາວໜຸ່ມທີ່ເຄີຍເຂົ້າຮ່ວມໂຄງການເຄື່ອນໄຫວວຽກງານຕ່າງປະເທດ ຂອງ ສູນກາງ ຊປປລ ຈະຄັດເອົາພຽງແຕ່ 2 ຄົນ, ເປັນຍິງ 1 ຄົນ ແລະ ຊາຍ 1 ຄົນ ຕາມຜົນຄະແນນ ແລະ ຈະຕ້ອງໄດ້ຮັບການຢັ້ງຢືນເຫັນດີຈາກ ສະໂມສອນອະດີດຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລ ອາຊຽນ – ຍີ່ປຸ່ນ ຫຼື LaoSAA.
6. ມີພອນສະຫວັນທາງດ້ານສິລະປະ – ວັດທະນະທໍາ, ວັນນະຄະດີ, ມີຄວາມຮູ້ພື້ນຖານທາງດ້ານການສຶກສາ, ສິ່ງແວດ ລ້ອມ ແລະ ເສດຖະກິດ – ສັງຄົມ ຂອງ ສປປ ລາວ.
7. ມີເວລາເຂົ້າຮ່ວມການຝຶກຊ້ອມ, ເຂົ້າຮ່ວມກິດຈະກຳພາຍໃນກຸ່ມ, ກະກຽມຂໍ້ມູນ, ປະຕິບັດລະບຽບໂຄງການ ແລະ ສາມາດເຂົ້າຮ່ວມໂຄງການຕັ້ງແຕ່ມື້ເລີ່ມຕົ້ນ ຈົນເຖິງມື້ສິ້ນສຸດໂຄງການ.
8. ສຳລັບພະນັກງານ ແລະ ນັກສຶກສາ ຜູ້ທີ່ຈະຍື່ນສອບເສັງ ຕ້ອງມີເອກະສານເຫັນດີຢັ້ງຢືນນຳສົ່ງຈາກ ເລຂາຄະນະບໍລິຫານງານຊາວໜຸ່ມທີ່ຕົນສັງກັດຢູ່ຄັດຕິດມາພ້ອມ. ບຸກຄົນທີ່ບໍ່ໄດ້ເປັນສະມາຊິກຊາວໜຸ່ມໃຫ້ມີໃບຢັ້ງຢືນຈາກ ຄຊປປລ ຂັ້ນບ້ານ ຢັ້ງຢືນຮ່ວມກັບອົງການປົກຄອງບ້ານ ຫຼື ຂັ້ນທ້ອງຖິ່ນທີ່ຕົນສັງກັດຢູ່ຄັດຕິດມາພ້ອມ.
9. ສຳລັບຊາວໜຸ່ມ, ນັກຮຽນ – ນັກສຶກສາຕ່າງແຂວງ ຕ້ອງຮັບຜິດຊອບຄ່າເດີນທາງພາຍໃນປະເທດ, ຄ່າອາຫານ, ຄ່າທີ່ຢູ່ພັກ-ເຊົາ ໃນໄລຍະເຂົ້າຮ່ວມການສອບເສັງ ແລະ ໃນໄລຍະການຝຶກຊ້ອມລໍຖ້າເຂົ້າຮ່ວມໂຄງການຢູ່ນະຄອນຫຼວງວຽງຈັນ ລວມທັງຄ່າເດີນທາງ ໄປ – ກັບ ລະຫວ່າງ ທ້ອງຖິ່ນ – ສູນກາງ – ທ້ອງຖິ່ນ.
10. ຄະນະປະທານສະໂມສອນ ອະດີດຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລ ອາຊຽນ – ຍີ່ປຸ່ນ, ອະດີດຮອງຫົວໜ້າຄະນະໂຄງການດັ່ງກ່າວນີ້ ແລະ ຄະນະບໍລິຫານງານ ຊປປລ ຂັ້ນຕ່າງໆ ຖ້າທ່ານໃດມີຄວາມສົນໃຈສະໝັກເປັນຫົວໜ້າຄະນະຜູ້ແທນຊາວໜຸ່ມລາວ ທີ່ຈະເຂົ້າຮ່ວມໂຄງການໃນປີນີ້ ກໍ່ສາມາດແຈ້ງລາຍຊື່ໃຫ້ ສູນກາງ ຊປປລ ຮັບຊາບໄດ້ ( ບໍ່ມີການສອບເສັງ ແຕ່ຈະມີການຄັດເລືອກຕາມເງື່ອນໄຂ ແລະ ລະບຽບການຂອງໂຄງການ )
II. ການແຈກຢາຍແບບຟອມສະໝັກ :
1. ເລີ່ມແຈກຢາຍແບບຟອມ ແລະ ປິດຮັບສະໝັກ ຕັ້ງແຕ່ ວັນທີ 27 ເມສາ – 20 ພຶດສະພາ 2016 ໃນວັນ ແລະ ເວລາລັດຖະການ, ສຳລັບຄ່າທຳນຽມລົງທະບຽນສອບເສັງ ແມ່ນ 20,000 ກີບ / ຄົນ.
2. ສ່ວນການລົງທະບຽນສອບເສັງ, ການຂໍຮັບແບບຟອມ ແລະການນຳສົ່ງແບບຟອມແມ່ນສາມາດພົວພົນໄດ້ທີ່ກົມຈັດຕັ້ງ ສູນກາງ ຊປປລ ( ຊັ້ນ 1 ຕຶກອິນຊີ A ) ກ່ອນເວລາ 16:00 ໂມງ ຂອງວັນທີ 20 ພຶດສະພາ 2016, ໂທລະສັບ : 020 22208370
3. ສຳລັບຜູ້ສະໝັກຕ່າງແຂວງ ສາມາດພົວພັນ – ສະໝັກໄດ້ທີ່ ຫ້ອງການຊາວໜຸ່ມແຂວງ ແລະ ສົ່ງກັບຄືນໃຫ້ພາກສ່ວນດັ່ງກ່າວເພື່ອນຳສົ່ງໃຫ້ ກົມຈັດຕັ້ງ ສູນກາງ ຊປປລ ໃນວັນ ແລະ ເວລາ ທີ່ໄດ້ກຳນົດ.
4. ວັນທີ 23 ພຶດສະພາ 2016, ເວລາ 9:00 – 11:00 ໂມງ ຜູ້ທີ່ໄດ້ຍື່ນແບບຟອມທັງໝົດແມ່ນໃຫ້ເຂົ້າມາຮັບຟັງການໂອ້ລົມຈາກຄະນະບໍລິຫານງານ ສະໂມສອນອະດີດຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລ ອາຊຽນ – ຍີ່ປຸ່ນ ເພື່ອ ເກັບກຳຂໍ້ມູນທີ່ເປັນປະໂຫຍດ ກ່ອນການສອບເສັງຕົວຈິງ.
III. ຮູບການສອບເສັງຄັດເລືອກ :
1. ການສອບເສັງ ແມ່ນຈະໄດ້ຈັດຂຶ້ນເປັນ 2 ຮອບ ຄື :
– ຮອບທີ 01 ແມ່ນການສອບເສັງພາກຂຽນ ເພື່ອຄັດເລືອກເອົາ 50 ຄົນ, ເປັນຍິງ 25 ຄົນ, ຊາຍ 25 ຄົນ.
– ຮອບທີ 02 ແມ່ນການສອບເສັງພາກສຳພາດ ເຊິ່ງໃນຮອບນີ້ຈະຄັດເລືອກເອົາພຽງແຕ່ 28 ຄົນ, ເປັນຍິງ 14 ຄົນ ແລະ ຊາຍ 14 ຄົນເທົ່ານັ້ນ.
2. ການສອບເສັງພາກຂຽນ ແມ່ນເລີ່ມຕັ້ງແຕ່ເວລາ 9:00 ໂມງ – 10:00 ໂມງ ຂອງ ວັນທີ 28 ພຶດສະພາ 2016.
3. ການສອບເສັງພາກສຳພາດ ແມ່ນເລີ່ມຕັ້ງແຕ່ເວລາ 8:30 ໂມງ – 12:00 ໂມງ ຂອງວັນທີ 4 ມິຖຸນາ 2016.
4. ສຳລັບສະຖານທີ່ສອບເສັງ ແມ່ນຈະໄດ້ຈັດຂຶ້ນໃນຈຸດດຽວ ຢູ່ທີ່ ຕຶກດ້ານຫລັງສຳນັກງານ ສູນກາງ ຊປປລ.
ໝາຍເຫດ : ລະອຽດແມ່ນສາມາດໄປເບິ່ງແຈ້ງການ ທີ່ ຫ້ອງການ ສູນກາງ ຊປປລ ໄດ້ເພີ່ມຕື່ມ ແລະ ລົງຖະບຽນສະໝັກ ເພື່ອຂໍຮັບເອົາແບບຟອມ ໄດ້ໃນວັນທີ 28 ເມສາ 2016 ນີ້…
– ຊ່ວຍແຈ້ງຂ່າວນີ້ ໃຫ້ທາງຊາວໜຸ່ມລາວຜູ້ທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂໄດ້ຮັບຊາບ ເພື່ອພິຈາລະນາສະໝັກເຂົ້າຮ່ວມຕາມທາງຄວນດ້ວຍ,
ດ້ວຍຄວາມນັບຖື ແລະ ຮັກແພງ,
ຂໍໃຫ້ທຸກທ່ານໂຊກດີ smile emoticon

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...