Homeວິທະຍາສາດ-ວິທະຍາການ​ພັດທະນາ​ຫຸ່ນ​ຍົນ​ແບບ​ໃໝ່ ເພື່ອ​ນຳ​ໃຊ້​ໃນ​ການກຳຈັດ​ເລືອດ ທີ່​ກ້າມ​ເປັນ​ກ້ອນ​ຢູ່​ໃນ​ສະ​ໝອງ

​ພັດທະນາ​ຫຸ່ນ​ຍົນ​ແບບ​ໃໝ່ ເພື່ອ​ນຳ​ໃຊ້​ໃນ​ການກຳຈັດ​ເລືອດ ທີ່​ກ້າມ​ເປັນ​ກ້ອນ​ຢູ່​ໃນ​ສະ​ໝອງ

Published on

ບັນດາ​ນັກ​ຄົ້ນຄວ້າໃນສະຫະລັດ ກຳລັງ​ພັດທະນາ​ຫຸ່ນ​ຍົນ​ແບບ​ໃໝ່ ທີ່ອອກ​ແບບ​ມາ ເພື່ອ​ນຳ​ໃຊ້​ໃນ​ການກຳຈັດ​ເລືອດ
ທີ່​ກ້າມ​ເປັນ​ກ້ອນ​ຢູ່​ໃນ​ສະ​ໝອງ. ​ຫຸ່ນ​ຍົນ​ທີ່​ມີ​ເຂັມ​ຕິດ​ຢູ່​ປາຍ​ທີ່​ວ່າ​ນີ້​ ຍັງ​ບໍ່​ທັນ​ໄດ້​ຖື​ກນຳ​ໃຊ້​ໃນ​ຫ້ອງ​ຜ່າຕັດ​ເທື່ອ ​
ແຕ່ໃນ​ການຜ່າຕັດສະໝອງຈຳລອງນັ້ນ ມັນສາມາດ ​ດູດ​ເອົາເລືອດ​ທີ່​ກ້າມ​ຢູ່​ໃນສະ​ໝອງ ອອກ​ໄດ້ຮອດ 90 ​ເປີ​ເຊັນ.

ບັນດາ​ນັກ​ຄົ້ນຄວ້າ​ທີ່​ມະຫາວິທະຍາ​ໄລ Vanderbilt ​ໃຊ້​ວຸ້ນ​ສີ​ແດງ​ແລະ​ສີ​ເຫລືອງເຮັດ​ສະໝອງ​ຈຳລອງ
​ເພື່ອ​ທົດ​ລອງ​ໃຊ້​ຫຸ່ນ​ຍົນ​ດັ່ງ​ກ່າວ ຊຶ່ງພາກສ່ວນ​ສີ​ແດງ ​ແມ່ນ​ໝາຍ​ເຖິງ​ບ່ອນທີ່​ເລືອດກ້າມເປັນ​ກ້ອນ. ​
ຫຸ່ນ​ຍົນດັ່ງກ່າວ ມີ​ເຂັມ​ສຽບ​ຢູ່​ປາຍ​ຂອງ​ມັນທີ່​ສາມາດຖອດ​ອອກ​ໄດ້​ແລະ​ແຫຍ່​ໄປ​ຍັງ​ຈຸດ​ໃດ​ກໍ​ໄດ້ ​ແລະ​ອອກ​ແບບ​ມາ​ເພື່ອໃຫ້​
ເຂົ້າ​ໄປ​ຮອດຈຸດ​ທີ່​ເລືອດ​ກ້າມເປັນ​ກ້ອນຢູ່​ໃນ​ສະໝອງ ຊຶ່ງ​ມື້​ໃດ​ມື້​ນຶ່ງ ພວກ​ນາຍ​ແພດ​ຜ່າຕັດ​ອາດ​ຈະ​ນຳ​ໃຊ້
​ເພື່ອ​ດູດ​ເອົາ​ເລືອດທີ່​ກ້າມ​ນັ້ນ​ອອກ​ມາ ໂດຍ​ບໍ່​ເຮັດ​ໃຫ້ເນື້ອ​ເຍື່ອຂອງ​ສະໝອງ ທີ່ຢູ່ບໍລິ​ເວນ​ອ້ອມ​ຂ້າງ​ນັ້ນ​ເສຍ​ຫາຍ.

ພວກ​ນັກ​ຄົ້ນຄວ້າ ​ກຳລັງ​ພະຍາຍາມ​ອອກ​ແບບ​ເຄື່ອງມື​ຕ່າງໆ​ ທີ່​ສາມາດເອົາ​ໄປ​ຕິດ​ກັບ​ຫລອດ​ເຫຼັກ​ຂອງ​ຫຸ່ນ​ຍົນ​ດັ່ງກ່າວ
​ເຊັ່ນ​ເຄື່ອງມື​ນ້ອຍໆ ທີ່​ສາມາດ​ທັບ​ກ້ອນ​ເລືອດໃຫ້​ແຕກ​ໄດ້ ກ່ອນ​ຈະດູດ​ເລືອດ​ອອກ​ນັ້ນ. ຫຸ່ນຍົນ​ຕິດເຂັມ​ດັ່ງກ່າວ​ນີ້
ຈະຕ້ອງ​ໄດ້​ຜ່ານການ​ທົດ​ລອງຕື່ມ​ອີກ​ຫຼາຍ​ຄັ້ງ ​ແລະ​ຜ່ານຂັ້ນ​ຕອນການ​ອະນຸມັດ​ເສຍ​ກ່ອນ
ກ່ອນ​ຈະ​ສາມາດ​ເອົາໄປ​ໃຊ້​ໃນ​ຫ້ອງ​ຜ່າຕັດ​ໄດ້ ແລະບັນດາ​ນັກ​ຄົ້ນຄວ້າຫວັງ​ວ່າ ​ເວລາ​ໃດ​ເຄື່ອງມື​ນີ້​ຫາກ​ພ້ອມສຳລັບ​ໃຊ້​ໄດ້​ແລ້ວ
ພວກ​ນາຍ​ແພດ​ຜ່າຕັດກໍຈະ​ສາມາດ​ຊ່ອຍ​ຊີວິດ​ຜູ້​ຄົນ​ໄດ້​ຫຼາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...