Homeຂ່າວຕ່າງປະເທດຈີນ​ຈະ​ປັບຂຶ້ນ​ລາຄານໍ້າມັນ​ແອັດ​ຊັງ-ກາ​ຊວນ ​ເປັນຄັ້ງ​ທຳ​ອິດ​​ປີ​ນີ້ໃນ​ມື້​ອື່ນ

ຈີນ​ຈະ​ປັບຂຶ້ນ​ລາຄານໍ້າມັນ​ແອັດ​ຊັງ-ກາ​ຊວນ ​ເປັນຄັ້ງ​ທຳ​ອິດ​​ປີ​ນີ້ໃນ​ມື້​ອື່ນ

Published on

ຄະນະ​ກຳມະການ​ພັດທະນາ ​ແລະ ປະຕິ​ຮູບ​​ແຫ່ງ​ຊາດ​ຈີນ (NDRC) ປະກາດ​ໃນ​ມື້​ນີ້​ວ່າ ຈີນ​ຈະ​ປັບ​ຂຶ້ນ​ລາຄາ​ຂາຍຍ່ອຍ​ນໍ້າມັນ​ແອັດ​ຊັງ ​ແລະ ກາ​ຊວນ ​ໂດຍ​ມີ​ຜົນ​ບັງຄັບ​ໃຊ້​ຕັ້ງ​ແຕ່​ມື້​ອື່ນ ຊຶ່ງ​ເປັນ​ການ​ປັບ​ຂຶ້ນ​ລາຄາ​ນໍ້າມັນ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປີ​ນີ້.

ທັງ​ນີ້ ຈີນ​ຈະ​ປັບ​ຂຶ້ນ​ລາຄາ​ນໍ້າມັນ​ແອັດ​ຊັງ ​ແລະ ກາ​ຊວນ 165 ຢວນ ​ແລະ 160 ຢວນຕໍ່​ໂຕນ​ຕາມ​ລຳດັບ.

ຄັ້ງ​ນີ້​ນັບ​ເປັນ​ການ​ປັບ​ຂຶ້ນ​ລາຄາ​ນໍ້າມັນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ຈີນ​ປັບ​ໂຄງ​ສ້າງ​ລາຄາ​ໃນ​ເດືອນ​ມີນາ ​ໂດຍ​ພາຍ​ໃຕ້​ໂຄ້ງ​ສ້າງ​ປະຈຸ​ບັນ ຈີນ​ຈະ​ປັບ​ລາຄາ​ນໍ້າມັນ​ໃນ​ກໍລະນີ​ທີ່​ມີ​ການ​ປ່ຽນ​ແປງ​​ລາຄາ​ນໍ້າມັນ​ດິບ​ໃນ​ຕະຫຼາ​ດໂລກຊຶ່ງ​ເຮັດ​ໃຫ້​ລາຄາ​ນໍ້າມັນ​​ແອັດ​ຊັງ ​ແລະ ກາ​ຊວນ​ຂອງ​ຈີ​ນປ່ຽນ​ແປງ​ຫຼາຍ​ກວ່າ 50 ຢວນ​ເປັນ​ເວລາ 10 ວັນ ທຳການ​ຍົກ​​ເວັ້ນ​ໃນ​ກໍລະນີ​ທີ່​ລາຄາ​ນໍ້າມັນ​ດິບ​ໂລກ​ຕົກ​ຕໍ່າ​ກວ່າ 40 ​ໂດ​ລາ ຫຼື ພຸ່ງ​ຂຶ້ນ​ສູງ​ກວ່າ 130 ​ໂດ​ລາ​ຕໍ່​ບາ​ເຣວ.

​NDRC ເປີດ​ເຜີຍ​ວ່າ ທາງ​ຄະນະ​ກຳມະການ​ຈະ​ນັບ​ຕາ​ຜົນ​ກະທົບ​ຂອງ​ໂຄງ​ສ້າງ​ລາຄາ​​ໃໝ່​ແບບ​ໃກ້​ຊິດ ​ແລະ ຈະ​ທຳ​ການ​ປັບປຸງ​ເພື່ອ​ຮອງ​ຮັບ​ກາ​ນປ່ຽນ​ແປງ​ໃນ​ຕະຫຼາດ​ໂລກ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...