ຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 7 (ຕອບຈົບ)

ອ່ານຕໍ່ຈາກມື້ວານນີ້

ນ້າ ໄດ້ແນມເບິ່ງແຕ່ຕີນຄ່ອຍໄລ່ຂຶ້ນໄປເທື່ອລະໜ້ອຍ ປະກົດວ່າຜູ້ຊາຍທີ່ຢືນຢູ່ຕໍ່ໜ້າແມ່ນ ສັນຈອນ ທີ່ກຳລັງກັ້ງຄັນຫົ່ມທ່າມກາງຝົນຕົກ ສັນຈອນ ໄດ້ຍິ້ມໃສ່ໜ້າດ້ວຍສີໜ້າເບີກບານ ແຕ່ ນ້າ ເມື່ອເຫັນໜ້າສັນຈອນ ພັດເຮັດສີໜ້າຕົກສະເງີ້ ບໍ່ຄິດວ່າຈະໄດ້ພົບສັນຈອນອີກຄັ້ງ ຫຼັງຈາກຂາດການຕິດຕໍ່ກັນມາດົນ

ສັນຈອນໄດ້ພັບຄັນຫົ່ມແລະຢືນເວົ້າກັບ ນ້າ ດ້ວຍສຽງສັ່ນໆ ເໝືອນກັບຄົນແລ່ນມາເມື່ອຍວ່າ: ຄິດວ່າສິມາບໍ່ທັນແລ້ວ, ເຂົາຄິດວ່າເພິ່ນກັບເມືອເຮືອນກ່ອນແລ້ວ!

ນ້າເຮັດໜ້າບູດໃສ່ສັນຈອນ ເຮັດບໍ່ຕອບ ມິດຢູ່ ສັນຈອນເມື່ອເຫັນໜ້າ ນ້າແບບນີ້ກໍ່ປ່ຽນສີໜ້າທັນທີຈາກສີໜ້າແວວຕາທີ່ຍິ້ມແຍ້ມກັບເປັນສີໜ້າງົງໆ ສັນຈອນໄດ້ນັ່ງລົງຕັ່ງຂ້າງໆ ນ້າ ແລະ ທຳອິດແມ່ນຖາມຫາ ວັນ ແລະ ນິງ ກ່ອນວ່າມື້ນີ້ຄືບໍ່ເຫັນພວກເຂົາ ແຕ່ໜ້າກໍ່ມິດບໍ່ຕອບ ເຮັດໜ້າເສີຍໆໃສ່ສັນຈອນ ແລ້ວຫັນໜ້າໜີ ສັນຈອນກໍ່ອຶ້ງໄປ ແລ້ວສັນຈອນກໍ່ເວົ້າກັບ ນ້າຕໍ່ໄປວ່າ ຊ່ວຍນີ້ພວກເຮົາບໍ່ໄດ້ລົມກັນເລີຍ ແລະ ກໍ່ຖາມ ນ້າ ວ່າເປັນຫຍັງ ໂທຫາຄືບໍ່ຮັບ ທັກເຟສໄປຄືບໍ່ຕອບ ຂຽນໜັງສືຍັດໃສ່ກ້ອງໂຕະໄວ້ກະບໍ່ຕອບກັບ, ສົ່ງ line ຫາກະບໍ່ຕອບ ນ້າບໍ່ປາກມີແຕ່ນັ່ງກົ່ມໜ້າ ແລະ ກຳມືໄວ້ແໜ້ນ ສັນຈອນຊວນ ນ້າ ລົມຫຼາຍອັນຫຼາຍແນວແຕ່ ນ້າ ກໍ່ມິດທ່າດຽວ ຕອນນັ້ນຫົວໃຈສັນຈອນສັ່ນວຶດໆ ທັງງົງ ແລະ ບໍ່ຮູ້ວ່າໂຕເອງເຮັດຫຍັງຜິດ ຖາມຫຍັງ ນ້າກະບໍ່ຕອບ ບໍ່ແນມເບິ່ງຮອດໜ້າໂຕເອງ ເຮັດຄືຄົນບໍ່ຮູ້ຈັກກັນມາກ່ອນເລີຍ ໃນສະໝອງຂອງສັນຈອນຄິດ ນີ້ມັນເກີດຫຍັງຂຶ້ນ ໃນຂະນະທີ່ສັນຈອນກຳລັງເອົາມືຈົກລົງໃນກະເປົາທີ່ພາຍມານຳເພື່ອເອົາສິ່ງໜຶ່ງຂຶ້ນມາໃຫ້ ນ້າ, ນ້າ ພັດລຸກຂຶ້ນຈາກຕັ່ງ ແລ້ວຍ່າງອອກໄປນອກລະບຽງຫ້ອງ ມຸ່ງໜ້າໄປທີ່ຄອກລົດ ທ່າມກາງສາຍຝົນກຳລັງຕົກຮ່ຳໆ ສັນຈອນເຫັນໜ້າລຸກລາວກໍ່ຟ້າວລຸກໂດຍທີ່ບໍ່ທັນໄດ້ຈົກເຄື່ອງໃນກະເປົາອອກມາ ແລະ ຟ້າວຈັບເອົາຄັນຫົ່ມມາເປີດກັ້ງ ແລ້ວຍ່າງນຳ ນ້າ ໄປທັນທີ ນ້າຫຼຽວຫຼັງເຫັນວ່າສັນຈອນຍ່າງນຳມາ ນ້າ ກໍ່ຟ້າວຍ່າງຜ່າສາຍຝົນຍ່າງບາດກ້າວຍາວໆ ຍ່າງໄວໆ ຍ່າງສະລັບແລ່ນ ສັນຈອນກໍ່ຟ້າວຍ່າງນຳເມື່ອເຫັນວ່າສິຍ່າງບໍ່ທັນລາວກໍ່ແລ່ນນຳດ້ວຍມືໜຶ່ງຈັບຄັນຫົ່ມ ແລ້ວທີ່ສຸດກໍ່ແລ່ນມາທັນ ນ້າ ສັນຈອນໄດ້ຢືນຕັນທາງ ນ້າ ຍ່າງ ແລະ ກັ້ງຄັນຫົ່ມໃຫ້ ແຕ່ ນ້າ ກໍ່ຫຼົບຍ່າງລີກໄປຊ້າຍໄປຂວາ ສັນຈອນກໍ່ຍັງຊູຊີບໍ່ຍອມຫຼີກທາງຍ່າງສະຫຼັບຊ້າຍຂວາຄືກັນ ມືເບື້ອງໜຶ່ງຈັບຄັນຫົ່ມມືອີກເບື້ອງຍົມຝາມືຂຶ້ນ ແລະ ເວົ້າກັບນ້າວ່າ:

ສັນຈອນ: ນ້າຢຸດກ່ອນ! ຢຸດລົມກັບເຂົາກ່ອນ! ນີ້ເຂົາເຮັດຫຍັງຜິດ! ເຂົາເຮັດຫຍັງໃຫ້ເພິ່ນບໍ່ພໍໃຈ ເພິ່ນຄືບໍ່ເວົ້າ ບໍ່ບອກເຂົາ ເພິ່ນຄືຍ່າງໜີເຂົາແບບນີ່

ນ້າກໍ່ຍັງບໍ່ເຊົາຍ່າງ ສັນຈອນ ເລີຍໃຊ້ມືຊ້າຍຈັບແຂນຂວາຂອງນ້າໄວ້ ແລ້ວດຶງເຂົາມາໃກ້ຕົວເອງ ນ້າ ໄດ້ເງີຍໜ້າເບິ່ງໜ້າສັນຈອນບຶດໜຶ່ງ ແລ້ວ ເວົ້າ ກັບສັນຈອນວ່າ: ເຂົາບໍ່ຢາກເປັນໝູ່ກັບເພິ່ນແລ້ວ! ເຮົາເຊົາຕິດຕໍ່ກັນໄດ້ແລ້ວ ເຂົ້າໃຈບໍ່ ດ້ວຍນ້ຳສຽງຮ້າຍໆ ເຮັດຄືລຳຄານທີ່ສັນຈອນເຮັດແບບນີ້ ຈາກນັ້ນ ນ້າກໍ່ແກະມືສັນຈອນອອກຈາກແຂນຕົນເອງ ແລ້ວກໍ່ຍ່າງ ໄປຕິດຈັກລົດ ຂອບອອກໄປຈາກເດີ່ນໂຮງຮຽນໂດຍໄວ ສັນຈອນເມື່ອໄດ້ຍິນ ນ້າ ເວົ້າແບບນີ້ກໍ່ຮູ້ສຶກລ່ອຍ ຄັນຫົ່ມທີ່ຈັບຢູ່ຫຼົ່ນຈາກມືຕົກລົງສູ່ພື້ນ ລາວໄດ້ຢືນຊຶງການສາຍຝົນ ຫົວໃຈສັນຈອນຮູ້ສຶກເຈັບແໜ້ນເອິກເໝືອນມີມີດມາແທງເຂົ້າກາງຫົວໃຈ ລາວຢືນຊຶງຢູ່ບຶດໜຶ່ງກໍ່ຕັ້ງສະຕິໄດ້ແລ້ວກໍ່ຄ່ອຍຈັບລົດຈັກຕິດຈັກລົດຂັບລົດກັບເຮືອນ

ທີ່ຫ້ອງນອນຂອງສັນຈອນ ເມື່ອສັນຈອນມາຮອດຫ້ອງນອນກໍ່ຟ້າວອັດປະຕແລ້ວລັອກມ້ຽນ ຕົນຕົວຂອງລາວປຽກຝົນໝົດ ນ້ຳຝົນໄດ້ຍ້ອຍໄປຕາມຟື້ນ ສັນຈອນ ນັ່ງໜາວສັ້ນ ສັ່ນທັງກາຍ ສັ່ນທັງໃຈ ບຶດໜຶ່ງອາການໜາວກໍ່ຜ່ອນຄາຍລົງ ລາວໄດ້ຈັບຂວດແກ້ວ ອອກມາຈາກກະເປົາທີ່ພາຍໄປນຳຂຶ້ນມາໄວ້ເທິງໂຕະຮຽນໜັງສືຂອງລາວ ເຊິ່ງເປັນຂວດແກ້ວນົກກະດາດສຸດໜ້າຮັກ ຈາກນັ້ນລາວກໍ່ໄປອາບນ້ຳ ເພື່ອເຂົ້ານອນ

ທາງດ້ານນ້າເອງກໍ່ເສຍໃຈເຊັ່ນດຽວກັນ ຄືນນີ້ກໍ່ເປັນອີກຄືນໜຶ່ງທີ່ຕ້ອງມີນ້ຳຕາອີກຄັ້ງ ການຕັດໃຈຈາກຄົນທີ່ຕົນເອງຮັກມັນຊ່າງທໍລະມານເຫຼືອເກີນ ແຕ່ເພື່ອສິນທຳ ນ້າ ຍອມເຈັບເກັບໄວ້ຄົນດຽວ

ຈາກວັນນັ້ນມາທັງສັນຈອນ ແລະ ນ້າກໍ່ບໍ່ໄດ້ຕິດຕໍ່ກັນເລີຍ ແຕ່ຕ່າງຝ່າຍຕ່າງຕິດຕາມຊີວິດກັນ ແລະ ກັນຜ່ານເຟສບຸກຂອງກັນ ແລະ ທຸກຄັ້ງທີ່ເຫັນການເຄື່ອນໄຫວຂອງອີກຝ່າຍ ທັງສອງກໍ່ຈະຍິ້ມ ບາງຄັ້ງກໍ່ມີນ້ຳຕາຊືມອອກມາໂດຍສະເພາະແມ່ນ ນ້າ ທີ່ ມີນ້ຳຕາທຸກຄັ້ງທີ່ເຫັນ ສັນຈອນເອງ ກໍ່ລັກໄປຈອບເບິ່ງ ນ້າ ທີ່ເຮືອນຕະຫຼອດ ທິດໜຶ່ງໄປເທື່ອສອງເທື່ອແລ້ວແຕ່ອາລົມ ເມື່ອໄປຮອດບໍລິເວນບ້ານນ້າກໍ່ຈອດລົດຢູ່ໄກໆ ແລະ ຈອບເບິ່ງ ບາງເທື່ອກໍ່ເຫັນນ້າ ຢືນຫົດນ້ຳຕົ້ນໄມ້ ບາງເທື່ອກໍ່ເຫັນນ້າກຳລັງຈະໄປໂຮງຮຽນ ແລະ ອື່ນໆ ແລະ ທຸກຄັ້ງສັນຈອນຈະແອບຖ່າຍຮູບນ້າບັນທຶກໄວ້ ໂດຍທີ່ ນ້າ ບໍ່ຮູ້ຕົວເລີຍພຽງຄັ້ງດຽວ ແລະ ທຸກຄັ້ງກ່ອນນອນສັນຈອນກໍ່ຈະເອົາຮູບ ນ້າ ມາເບິ່ງແລະຕັ້ງຄຳຖາມກັບຕົວເອງສະເໝີ ວ່າ ເພາະເຫດໃດນ້າເຖິງປ່ຽນໄປແບບນີ້ດ້ວຍຄວາມສົງໃສ ແລະ ເຈັບປວດ ເຊິ່ງສັນຈອນບໍ່ຄິດເລີຍວ່າ ແມ່ຍິງຢ່າງນ້າຈະສາມາດເຮັດໃຫ້ຜູ້ຊາຍເຢັນຊາຢ່າງລາວກາຍເປັນຄົນຮ້ອນຮົນໄດ້ເຖິງພຽງນີ້.

ນັບເປັນເວລາ 4ເດືອນປາຍທີ່ພວກເຂົາບໍ່ໄດ້ຕິດຕໍ່ກັນ ແລ້ວກໍ່ຮອດກາງເດືອນກໍລະກົດ ວັນສຸດທ້າຍຂອງການສອບເສັງຈົບຊັ້ນ ປີໜຶ່ງ ເມື່ອສອບເສັງແລ້ວໝູ່ໃນຫ້ອງກໍ່ຊວນໄປທ່ຽວ ສັນຈອນກໍ່ໄປນຳແຕ່ບໍ່ມ່ວນບໍ່ຊື່ນຄືໝູ່ມີແຕ່ກິນທ່າດຽວ ໃຜເຢັ້ນເບຍມາໃຫ້ກໍ່ກິນ ມື້ນັ້ນສັນຈອນເມົາແຮງຈົນໝູ່ຕ້ອງໄດ້ຂັບລົດມາສົ່ງທີ່ເຮືອນ

ເຊົ້າມື້ຕໍ່ມາຫຼັງຈາກຕື່ນນອນ ສັນຈອນໄດ້ຕັດສິນໃຈຕິດຕໍ່ໄປຫາວັນແຕ່ວັນບໍ່ຮັບສາຍ ເລີຍໂທໄປຫາ ນິງ ໂຊກດີທີ່ ນິງ ຮັບສາຍລາວ ທຳອິດ ນິງ ກໍ່ບໍ່ຢາກລົມນຳແຕ່ສັນຈອນຮ້ອງຂໍໃຫ້ນິງຊ່ວຍອະທິບາຍເຫດຜົນວ່າເປັນຫຍັງ ນ້າ ຈິ່ງປ່ຽນໄປ ບໍ່ຢາກເວົ້າກັບລາວ ນິງ ອົດບໍ່ໄດ້ເລີຍເລົ່າເລື່ອງລາວທັງໝົດໃນວັນທີ່ ນ້າ ໄປຫາສັນຈອນທີ່ເຮືອນເພື່ອຈະໄປສາລະພາບຮັກກັບສັນຈອນ ແຕ່ ກັບໄປພົບວ່າສັນຈອນກຳລັງກອດກັບຜູ້ຍິງຄົນໜຶ່ງໃນເຮືອນ ນ້າເລີຍເສຍໃຈແຮງກໍ່ເລີຍບໍ່ຢາກເວົ້າກັບສັນຈອນຈົນຮອດປັດຈຸບັນນີ້ ໃນທີ່ສຸດສັນຈອນກໍ່ຮູ້ເຫດຜົນທີ່ແທ້ຈິງ ສັນຈອນໄດ້ພະຍາຍາມຕິດຕໍ່ຫາ ນ້າອີກຄັ້ງເພື່ອຈະອະທິບາຍເລື່ອງທັງໝົດແຕ່ນ້າບໍ່ຮັບຟັງ ແລະ ບໍ່ຍອມເປີດອ່ານຂໍ້ຄວາມທີ່ສັນຈອນສົ່ງມາໃຫ້ອ່ານເລີຍ ສັນຈອນລໍຖ້າການຕອບກັບຈາກນ້າຫຼາຍວັນແຕ່ບໍ່ມີວີ່ແວວ ເມື່ອເປັນແບບນີ້ສັນຈອນເລີຍໝົດກຳລັງໃຈສູ້ຕໍ່ ແລະ ຄິດຈະໄປພັກຫົວໃຈທີ່ຕ່າງແຂວງ

ສັນຈອນໄດ້ຄິດທົບທວນຢູ່ຫຼາຍມື້ຫຼາຍວັນແລ້ວລາວກໍ່ຕັດສິນໃຈຈະຢ້າຍໂຮງຮຽນ ລາວໄດ້ໂທໄປປຶກສາເອື້ອຍຂອງລາວທີ່ເຮັດວຽກເປັນນຄູສອນທີ່ໂຮງຮຽນວິທະຍາໄລແຫ່ງໜຶ່ງໃນແຂວງສະຫວັນນະເຂດ ທຳອິດເອື້ອຍລາວ ກັບພໍ່ແມ່ກໍ່ບໍ່ເຫັນດີໃຫ້ຍ້າຍ ແຕ່ສັນຈອນກໍ່ອ້າງເຫດຜົນຕ່າງໆນາໆມາອ້າງ ຄອບຄົວກໍ່ເລີຍຕົກລົງ ແຕ່ເອື້ອຍຂອງລາວແນະນຳໃຫ້ລາວລອງລົງໄປໃຊ້ຊີວິດທີ່ແຂວງສະຫວັນນະເຂດເບິ່ງກ່ອນຈັກທິດໜຶ່ງຖ້າຄິດວ່າຢູ່ໄດ້ແລ້ວຈິ່ງຄ່ອຍເຮັດເລື່ອງຢ້າຍໂຮງຮຽນຈາກນະຄອນຫຼວງວຽງຈັນ ໄປເຂົ້າຢູ່ສະຫວັນນະເຂດ ເຊິ່ງສັນຈອນກໍ່ຕົກລົງ

ໃນຕອນບ່າຍມື້ອອກເດີນທາງ ລາວໄດ້ໄປທີ່ເຮືອນຂອງນ້າ ເຫັນແມ່ຂອງ ນ້າ ກຳລັງຫົດດອກໄມ້ຢູ້ໜ້າບ້ານພໍດີ ສັນຈອນເລີຍຈົກເອົາກ່ອງຂອງຂັວນກ່ອງໜຶ່ງຈາກຖົງພາຍອອກ ໄປຝາກກັບແມ່ນ້າ ແລະ ຂໍໃຫ້ແມ່ນຳກ່ອງຂອງຂັວນນີ້ໄປມອບໃຫ້ນ້າ ແລ້ວສັນຈອນກໍ່ຟ້າວຂັບລົດກັບເຮືອນເພື່ອກັບໄປກຽມຕົວອອກເດີນທາງ

ແມ່ໄດ້ຖືກ່ອງຂອງຂັວນເຂົ້າໄປໃຫ້ນ້າທີ່ຫ້ອງນອນ ໃນຂະນະທີ່ນ້າກຳລັງນັ່ງອ່ານໜັງສື ນ້າໄດ້ຈັບເອົາກ່ອງຂອງຂັວນຈາກດ້ວຍສີໜ້າງົງໆຈ ພ້ອມຖາມແມ່ວ່າ ໃຜເອົາໃຫ້ເຈົ້າ ແມ່ກໍ່ຕອບໄປວ່າ ແມ່ນຜູ້ຊາຍຄົນໜຶ່ງລາວວ່າເປັນໝູ່ກັບເຈົາ ແລະ ນ້າກໍ່ເອີ່ຍຄຳຂອບໃຈກັບແມ່ ຈາກນັ້ນແມ່ກໍ່ອອກໄປນອກຫ້ອງ ເມື່ອແມ່ຍ່າງອອກໄປວິດປະຕູ ນ້າກໍ່ຟ້າວຍ່າງໄປອັດປະຕູໃສ່ລັອກຫ້ອງ ແລ້ວເປີດກ່ອງຂັອງຂັວນທັນທີ ສິ່ງຂອງໃນກ່ອງແມ່ນມີຮູບຖ່າຍຫຼາຍໃບ ເຊິ່ງເປັນຮູບຖ່າຍທີ່ຕົນເຄີຍໄປທ່ຽວສະຖານທີ່ຕ່າງໆ ພ້ອມທັງຮູບທີ່ສັນຈອນແອບຖ່າຍ ໃນຮູບແຕ່ລະໃບດ້ານຫຼັງໄດ້ຂຽນຄຳບັນຍາຍຕ່າງໆໄວ້ ນອກນັ້ນຍັງມີຂວດແກ້ວນົກກະດາວ ນ້າໄດ້ຈັບຂວດແກ້ວນັ້ນຂຶ້ນມາເບິ່ງ ແລະ ສັງເກດເຫັນໃນປີກນົກແຕ່ລະໂຕໄດ້ລົງບັນທຶກວັນເດືອນປີໄວ້ພ້ອມ ນ້າເລີຍໄຂຂວດແກ້ວນັ້ນແລ້ວຖອກນົກອອກ ມາເບິ່ງ ເຊິ່ງມັນເປັນຄວາມຕັ້ງໃຈຂອງສັນຈອນເອງ ລາວໄດ້ພັບນົກກະດາດນີ້ໄວ້ຕັ້ງແຕ່ມື້ທຳອິດທີ່ລາວຂຽນໜັງສືຕອບກັບກັັບນ້າ ຕັ້ງແຕ່ເດືອນ ວັນທີ 1 ຕຸລາ ຈົນຮອດວັນວາເລັນທາຍ 14 ເດືອນສອງ ເບື້ອງຕົ້ນສັນຈອນຄິດວ່າຈະນຳມາມອບໃຫ້ນ້າໃນວັນວາເລັນທາຍພ້ອມສາລະພາບຮັກແຕ່ບໍ່ມີໂອກາດ ສິ່ງທີ່ສາມໃນກ່ອງຂອງຂັວນແມ່ນຕຸກນ້ຳດື່ມທີ່ນ້າເຄີຍສົ່ງໃຫ້ສັນຈອນດື່ມຕອນໄປທ່ຽວທີ່ວັງວຽງນຳກັນ ສິ່ງທີ່ສີ່ແມ່ນຈົດໝາຍສາລະພາບຮັກຈາກສັນຈອນທີ່ຂຽນບັນຍາຍຄວາມໃນໃຈຂອງສັນຈອນທີ່ມີຕໍ່ນ້າ ພ້ອມທັງອະທິບາຍເລື່ອງທີ່ນ້າເຂົ້າໃຈຜິດໃນຕົວຂອງສັນຈອນ ນ້າທັງອ່ານດ້ວຍຄວາມດີໃຈ ທັງນ້ຳຕາ ແລະ ລະອາຍໃຈ ນ້າໄດ້ຮັບຮູ້ຄວາມຈິງວ່າທີ່ຜ່ານມາໂຕເອງເຂົ້າໃຈຜິດໄປເອງວ່າສັນຈອນມີແຟນແລ້ວ ທີ່ຈິງຜູ້ຍິງທີ່ສັນຈອນກອດມື້ນັ້ນແມ່ນເອື້ອຍຂອງລາວທີ່ບໍ່ເຫັນກັນດົນມາຢາມ ດ້ວຍຄວາມດີໃຈເອື້ອຍນ້ອງເລີຍກອດກັນ ບັງເອີນຖືກຕອນທີ່ນ້າເຂົ້າໄປພໍດີ ເລີຍເຮັດໃຫ້ນ້າເກີດຄວາມເຂົ້າໃຈຜິດສັນຈອນຕະຫຼອດມາ ນ້າ ເສຍໃຈໃນການກະທຳທີ່ວູ່ວາມຂອງຕົນເອງຢ່າງບໍ່ອາດໃຫ້ອະໄພໄດ້ ນ້າໄດ້ໂທດໂຕເອງວ່າ ສິ່ງທີ່ເຮັດໄປມັນຜິດພາດຫຼາຍ ນ້າໄດ້ນັ່ງຊືມເບິ່ງພາບຖ່າຍ ແລະ ອ່ານຂໍ້ຄວາມຫຼັງພາບທຸກພາບ ຈົນຮອດເວລາ 18:00ໂມງແລງ ນ້າໄດ້ເປີດເຂົ້າເບິ່ງທີ່ເຟສບຸກເຫັນເຟສບຸກສັນຈອນມີການອັບເດດສະຖານະ ເປັນຮູບພາບຖ່າຍຢູ່ຄີວລົດເມສາຍໃຕ້ ພ້ອມຄຳບັນຍາຍທີ່ວ່າ ລາກ່ອນນະຄອນຫຼວງວຽງຈັນ ໂອກາດດີໆຈະກັບມາຢາມໃໝ່ ເມື່ອນ້າເຫັນແນວນັ້ນກໍ່ຟ້າວຈັບເອົາກະແຈລົດຈັກຢູ່ໜ້າໂຕະແລ້ວແລ່ນລົງເຮືອນໄປຈັບລົດ ຟ້າວຂັບລົດມຸ່ງໄປຄິວລົດເມສາຍໃຕ້ໂດຍດ່ວນດ້ວຍຄວາມຫວັງທີ່ຢາກພົບກັບ ສັນຈອນອີກຄັ້ງ

ທີ່ຄິວລົດເມສາຍໃຕ້ນ້າໄດ້ເອົາລົດຈອດໃນຄອກຝາກລົດປົດໝວກກັນກະທົບໄວ້ທີ່ເຂົາລົດ ແລ້ວຟ້າວແລ່ນອອກມາເອົາປີ້ລົດຈ່າຍເງິນ ແລ້ວຟ້າວແລ່ນໄປທີ່ບ່ອນຂາຍປີ້ ແຕ່ກໍ່ບໍ່ເຫັນ ລາວໄດ້ຍ່າງໄວໆໄປສ່ອງເບິ່ງລົດຄັນນັ້ນນັ້ນນີ້ເພື່ອຊອກຫາສັນຈອນແຕ່ກໍ່ບໍ່ເຫັນ ລົດສະຫວັນ-ນະຄອນວຽງຈັນຄ່ອຍເຄື່ອນຕົວອອກຈາກຄິວຢ່າງຊ້າໆ ສັນຈອນໄດ້ແນມອອກມາທາງນອກລົດຜ່ານແວ່ນລົດກໍ່ເຫັນ ນ້າແລ່ນລຸກລີ້ລຸກລົນເໝືອນຊອກຫາໃຜ ລົດກໍ່ເຄືອນອອກໄປທາງຫຼັງຄິວ ທັນໃດນັ້ນສະໝອງກັບຫົວໃຈສັນຈອນກໍ່ສັ່ງທັນທີ່ວ່າບໍ່ໄປສະຫວັນແລ້ວ ລາວໄດ້ບອກໃຫ້ໂຊເຟີຢຸດລົດ ແລ້ວລາວກໍ່ຈັບເອົາກະເປົາເປ້ເຄື່ອງນຸ່ງ ແລະ ແລ່ນລົງຈາກລົດ ແລະ ຮ້ອງບອກໂຊເຟີວ່າ ໄປໂລດ ຂ້ອຍປ່ຽນໃຈບໍ່ໄປແລ້ວ ນ້າ ທີ່ຊອກຫາສັນຈອນຈົນໝົດແຮງອ່ອນລ້າ ແຕ່ກໍ່ບໍ່ເຫັນ ລາວໄດ້ໄປນັ່ງເຮັດຄໍຕົກພັກເມື່ອຍຢູ່ທີ່ບ່ອນຜູ້ໂດຍສານນັ່ງພັກ ແລ້ວລາວກໍ່ເຫັນເກີບເໝືອນມີຄົນມາຢືນຢູູ່ຕໍ່ໜ້າ ລາວໄດ້ເງິຍໜ້າເບິ່ງ ກໍ່ປະກົດວ່າຜູ້ຊາຍທີ່ຢືນຢູ່ຕໍ່ໜ້າແມ່ນສັນຈອນ ນ້າຮູ້ສຶກດີໃຈແຮງຈົນຢາກກະໂດດກອດແຕ່ກໍ່ເກັບອາການໄວ້ເພສະຄົນຫຼາຍອາຍຄົນ ສິ່ງເຮັດໄດ້ແມ່ນພຽງແຕ່ຍິ້ມດ້ວຍຄວາມດີໃຈ ນ້າໄດ້ຢືນຂຶ້ນຕໍ່ໜ້າສັນຈອນແລ້ວເວົ້າກັບສັນຈອນດ້ວຍນ້ຳສຽງສັ່ນໆເບົາໆວ່າ: ເຂົາຄິດວ່າສິບໍ່ໄດ້ເຫັນເພິ່ນອີກແລ້ວ! ເຂົາຄິດວ່າເພິ່ນໄປຈາກເຂົາແລ້ວ

ສັນຈອນຍິ້ມແລະ ອ່ຽງໜ້າໄປຊື່ມໃສ່ຫູນ້າເບົາໆວ່າ: ເຂົາໄປໃສບໍ່ໄດ້ດອກ! ເພາະຫົວໃຈເຂົາຢູ່ບ່ອນນີ້! ຢູ່ກັບຜູ້ຍິງທີ່ລອຍນ້ຳບໍ່ເປັນ ແລະ ຮຽນໜັງສືບໍ່ເກັ່ງ.

ເມື່ອນ້າໄດ້ຍິນສັນຈອນເວົ້າແບບນີ້ຍິ່ງຮູ້ສຶກຕື້ນຕັນໃຈຈົນຢາກຮ້ອງໄຫ້ອອກມາດ້ວຍຄວາມດີໃຈແຕ່ຄົນຫຼາຍລາວຕ້ອງເກັບອາການໄວ້ ເຮັດໄດ້ພຽງແຕ່ເອົາມືເບື້ອງໜຶ່ງຟາດແຂນສັນຈອນເບົາໆບາດໜຶ່ງ ພ້ອມທັງຍິ້ມແລະ ຫົວເລັກໜ້ອຍ ສັນຈອນໄດ້ເຮັດສີໜ້າທະເລັ້ນແລະເວົ້າກັບນ້າວ່າ: ຂໍກັບບ້ານນຳແນ່ ເຂົາບໍ່ໄດ້ເອົາລົດມາ

ນ້າຍິ້ມ ແລະ ຕອບສຽງສັ່ນໆ: ໄດ້ໆ

ຈາກນັ້ນພວກເຂົາກໍ່ຂັບລົດຈັກກັບເຮືອນພ້ອມກັນ ສັນຈອນເປັນຄົນຂັບ ນ້າເປັນຄົນຊ້ອນ ທຳອິດນ້າກໍ່ນັ່ງໄກໆສັນຈອນ ເພາະເກງໃຈເລີຍບໍ່ກ້ານັ່ງໃກ້ ແຕ່ນ້າກໍ່ຄ່ອຍນັ່ງຍັບມາຍັບມາຈົນໃກ້ກັບສັນຈອນ ສັນຈອນຮູ້ສຶກໄດ້ກໍ່ເລີຍຍິ້ມ ແລະ ເອົາມືຂ້ວາໄປທາງຫຼັງຈັບມືຂອງນ້າເບື້ອງໜຶ່ງມາກອດແອວຕົວເອງໄວ້ ທັງສອງມີຄວາມສຸກຂີ່ລົດນຳກັນດ້ວຍຮອຍຍິ້ມໄປສຸດທາງ ແລະ ທັງສອງໄດ້ມີການປັບຄວາມເຂົ້າໃຈກັນ ນັບແຕ່ວັນນັ້ນມາທັງສອງກໍ່ໄດ້ຄົບຫາກັນໃນຖານະແຟນຢ່າງເປີດເຜີຍ ມີການໄປມາຫາສູ່ເຮືອນຊານຂອງກັນ ແລະ ກັນ ທັງສອງຄອບຄົວ ແລະ ໝູ່ຮັກກໍ່ຍິນດີກັບເລື່ອງນີ້ດ້ວຍ.

(ຈົບບໍລິບູນ)

ເມື່ອມີຄົນທີ່ທີ່ຕາມຫາມາທັງຊີວິດຢູ່ໄກ້ໆກໍ່ຢ່າປ່ອຍໃຫ້ຫລຸດມື ແລ້ວມາເສຍໃຈພາຍຫຼັງ

ຂອບໃຈທຸກຄົນສຳລັບການຕິດຕາມ ໂອກາດໜ້າຈະແມ່ນເລື່ອງໃດນັ້ນ ຂໍໃຫ້ຕິດຕາມກັນຕໍ່ໄປ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌