spot_img
Homeຂ່າວເຫດການສະຫາຍເລຂາທິການໃຫຍ່ຯ ບຸນຍັງ ວໍລະຈິດ ພົບປະຢ້ຽມຢາມ ບັນດາການນຳ ສສ ຫວຽດນາມ

ສະຫາຍເລຂາທິການໃຫຍ່ຯ ບຸນຍັງ ວໍລະຈິດ ພົບປະຢ້ຽມຢາມ ບັນດາການນຳ ສສ ຫວຽດນາມ

Published on

ຂປລ. ໃນຕອນແລງ ວັນທີ 25 ເມສາ ນີ້, ສະຫາຍ ບຸນຍັງ ວໍລະຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະຢ້ຽມຢາມ ສະຫາຍ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນການພົບປະດັ່ງກ່າວ, ສະຫາຍ ຫງວຽນຊວນຟຸກ ໄດ້ຕາງໜ້າໃຫ້ຄະນະລັດຖະບານຫວຽດນາມ ສະແດງຄວາມຊົມເຊີຍ ຕໍ່ສະຫາຍ ບຸນຍັງ ວໍລະຈິດ ແລະ ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງ ໃຫ້ເປັນການນໍາສູງສຸດ ຂອງ ສປປ ລາວ ເພື່ອສືບຕໍ່ຊີ້ນໍາ ນໍາພາປະຊາຊົນລາວ ພັດທະນາສ້າງສາປະເທດຊາດ ໃຫ້ຈະເລີນເຂັ້ມແຂງ. ໃນຖານະທີ່ເປັນນາຍົກລັດຖະມົນຕີ ແລະ ຄະນະໃນລັດຖະບານຫວຽດນາມ ຈະເຮັດທຸກຄວາມ ສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ກວ້າງຂວາງໝັ້ນຄົງຕະຫລອດໄປ.

vietnam2 ສະຫາຍ ບຸນຍັງ ວໍລະຈິດ ຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງ ສປປ ລາວ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຈາກ ທ່ານ ຫງວຽນຊວນຟຸກ ແລະ ຄະນະລັດຖະບານຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ຢ່າງເປັນທາງການໃນຄັ້ງນີ້ ເຊິ່ງການພົບປະກັບ ສະຫາຍ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ກໍໄດ້ມີ ຄວາມເປັນເອກະພາບສູງ ກ່ຽວກັບການເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ພ້ອມປຶກສາຫາລືເຖິງແຜນການຮ່ວມມືໃນຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດ ແລະ ປະກອບສ່ວນສຳຄັນ ເຂົ້າໃນການຮັກສາຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ.

vietnam3ໃນຕອນແລງຂອງວັນດຽວກັນ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ກໍໄດ້ເດີນທາງໄປພົບປະຢ້ຽມຢາມ ສະຫາຍ ນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດຫວຽດນາມ. ໃນໂອກາດນີ້ ສະຫາຍ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດ ສະແດງຄວາມຊົມເຊີຍມາຍັງ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນເລຂາທິການ​ໃຫຍ່ ຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດ ແຫ່ງ ສປປ ລາວ ຄົນໃໝ່. ການເດີນທາງມາຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ຂອງສະຫາຍ ບຸນຍັງ ວໍລະຈິດ ຄັ້ງນີ້ໄດ້ສະແດງໃຫ້ເຫັນການພົວພັນທີ່ດູດດື່ມ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການ ຂອງສະຫາຍ ບຸນຍັງ ວໍລະຈິດ ຈະນຳພາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ສະຫາຍ ນາງ ຫງວຽນ ທິກີມເງີນ ກໍໄດ້ແຈ້ງໃຫ້ ສະຫາຍ ບຸນຍັງ ວໍລະຈິດ ຊາບກ່ຽວກັບຜົນສຳເລັດ ການດຳເນີນກອງປະຊຸມສະໄໝ ທີ XI ຂອງສະພາແຫ່ງຊາດຫວຽດນາມ ເຊິ່ງໄດ້ມີການກຳນົດແຕ່ງຕັ້ງ ບຸກຄົນສຳຄັນໃນຄະນະລັດຖະບານຊຸດໃໝ່ ຂອງຫວຽດນາມ ດ້ວຍຜົນສຳເລັດທີ່ຈົບງາມ. ຕໍ່ກັບການຮ່ວມມືລະຫວ່າງສອງສະພານັ້ນ ແມ່ນນັບມື້ກວ້າງຂວາງ ເພື່ອເຮັດໃຫ້ສະພາແຫ່ງຊາດ ເປັນອົງການນິຕິບັນຍັດ ແລະ ເປັນເວທີສະແດງຄວາມຄິດເຫັນ ຂອງປະຊາຊົນ ເພື່ອປະຊາຊົນຢ່າງແທ້ຈິງ.

​ໃນຕອນຄໍ່າ ຂອງວັນດຽວກັນ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ແລະ ສະຫາຍ ເຈີ່ນດາຍກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດງານລ້ຽງເປັນກຽດຕ້ອນຮັບ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ທີ່ໄດ້ເດີນທາງຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ແລະ ອວຍພອນໃຫ້ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຖະນົງແກ່ນຕະຫລອດກາລະນານ, ອວຍພອນໃຫ້ການຢ້ຽມຢາມ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງ ສປປ ລາວ ປະສົບຜົນສຳເລັດ ຢ່າງຈົບງາມ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...