spot_img
Homeຂ່າວຕ່າງປະເທດຊາວປະມົງຈີນ ພົບປາພະຍານາກ ຍາວ 5 ແມັດ ນອນຕາຍຄ້າງຊາຍຫາດ ຄາດຍ້ອນແຜ່ນດິນໄຫວ!

ຊາວປະມົງຈີນ ພົບປາພະຍານາກ ຍາວ 5 ແມັດ ນອນຕາຍຄ້າງຊາຍຫາດ ຄາດຍ້ອນແຜ່ນດິນໄຫວ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ເມສາຜ່ານມານີ້ວ່າ ມື້ວານນີ້ (24 ເມສາ) ສະຖານີໂທລະພາບແຫ່ງຊາດຈີນ ຫລື CCTV ໄດ້ເຜີຍແຜ່ພາບ ປາອໍຟິສ (Oarfish) ຫລື ຫລາຍຄົນເອີ້ນວ່າ ປາພະຍານາກ ຄວາມຍາວທັງໝົດ 5 ແມັດ ທີ່ຊາວປະມົງຈີນ ຢູ່ເກາະໄຕ້ຫວັນ ພົບນອນຕາຍຄ້າງຊາຍຫາດ ແລະ ເນື່ອງຈາກປາພະຍານາກ ເປັນປາກະດູກແຂງ (bony fish) ທີ່ມີຂະໜາດໃຫຍ່ທີ່ສຸດ ຊຶ່ງຈະພົບໄດ້ຢູ່ໃນທະເລເລິກ ປະມານ 1,000 ແມັດເທົ່ານັ້ນ ໂດຍຄາດວ່າປາໂຕດັ່ງກ່າວນີ້ ອາດລອຍຂຶ້ນມາຄ້າງຊາຍຫາດ ຍ້ອນເຫດແຜ່ນດິນໄຫວຢູ່ໄຕ້ຫວັນ 2 ຄັ້ງຊ້ອນ ໃນອາທິດທີ່ຜ່ານມາ.

ແນວໃດກໍຕາມ ປາໂຕດັ່ງກ່າວ ໄດ້ຖືກຊາວປະມົງນຳມາຄົວ ແລະ ເຮັດເປັນອາຫານຮັບປະທານ ສຳລັບຄອບຄົວ ເປັນທີ່ຮຽບຮ້ອຍແລ້ວ.

559000004294302 559000004294303

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...