spot_img
Homeຂ່າວທ້ອງຖິ່ນວຽງ​ຈັນຫາ­ລື ​ກ່ຽວ​ກັບ​ການ​ອອກ​ບັດຊົ່ວ​ຄາວ​ຄົນ​ຕ່າງ­ປະ­ເທດ ​ອາ­ໄສ​ຢູ່​ແຂວງ

ວຽງ​ຈັນຫາ­ລື ​ກ່ຽວ​ກັບ​ການ​ອອກ​ບັດຊົ່ວ​ຄາວ​ຄົນ​ຕ່າງ­ປະ­ເທດ ​ອາ­ໄສ​ຢູ່​ແຂວງ

Published on

ທ້າຍອາ­ທິດຜ່ານມາກອງບັນ­ຊາການ ປກສ ແຂວງວຽງຈັນ ຈັດກອງປະ­ຊຸມປຶກ­ສາຫາ­ລືກ່ຽວກັບການ­ຈັດ­ຕັ້ງປະ­ຕິ­ບັດການຂຶ້ນທະ­ບຽນ ແລະອອກບັດອະ­ນຸ­ຍາດຊົ່ວ­ຄາວໃຫ້ຄົນຕ່າງ­ປະ­ເທດທີ່ອາໃສຢູ່ແຂວງວຽງຈັນ ໂດຍຮ່ວມເປັນປະ­ທານຂອງທ່ານ ພັທ ທອງສະ­ຫວັນ ເຮືອງພົມມີ ຮອງຫົວ­ໜ້າກອງບັນ­ຊາການ ປກສ ແຂວງ, ທ່ານ ພົງໄຊສັກ ຫົວ­ໜ້າກົມຄຸ້ມຄອງແຮງງານທັງເປັນຫົວ­ໜ້າຄະ­ນະວິ­ຊາການຂັ້ນສູນກາງ, ທ່ານ ຄຳພູ ສຸດ­ທິດາ ຮັກ­ສາການຫົວ ໜ້າພະແນກແຮງງານ ແລະສະ­ຫວັດ­ດີການສັງ­ຄົມແຂວງວຽງຈັນ (ຮສສ), ມີຕາງ­ໜ້າຄະ­ນະວິ­ຊາການຈາກກະ­ຊວງປ້ອງກັນຄວາມສະ­ຫງົບ, ຈາກກະ­ຊວງແຮງງານ ແລະສະ­ຫວັດ­ດີການສັງ­ຄົມພ້ອມພະ­ນັກ­ງານວິ­ຊາການຈາກ ປກສ ແຂວງວຽງຈັນເຂົ້າຮ່ວມ.

ທ່ານ ຄຳພູ ສຸດ­ທິດາ ຂຶ້ນຜ່ານບົດລາຍງານຊຶ່ງກ່າວການຂຶ້ນທະ­ບຽນແຮງງານກໍເພື່ອເຮັດໃຫ້­ການຄຸ້ມຄອງຄົນຕ່າງປະ­ເທດໃຫ້ເຂົ້າສູ່ລະ­ບຽບກົດ­ໝາຍ, ທັງເປັນການກຳ­ນົດຫຼັກ­ການ, ລະ­ບຽບການ, ມາດຕະ­ການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດ­ກາວຽກງານເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງ­ປະ­ເທດຢູ່ ສປປ ລາວ ໃຫ້ການ­ເຄື່ອນ­ໄຫວເຮັດວຽກງານໄດ້ຮັບຜົນ­ສຳ­ເລັດທັງມີປະ­ສິດ­ທິ­ພາບສູງແນ­ໃສ່ປົກປ້ອງອະ­ທິ­ປະໄຕ, ຄວາມໝັ້ນຄົງຂອງຊາດ, ຮັບປະກັນໃຫ້ສັງ­ຄົມມີຄວາມສະ­ຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍດີ, ສາ­ມາດເຊື່ອມໂຍງ ກັບພາກພື້ນ ແລະ ສາ­ກົນປະ­ກອບ­ສ່ວນເຂົ້າໃນການປົກປັກຮັກ­ສາ ແລະພັດທະນາປະ­ເທດຊາດ.

ສະ­ເພາະຢູ່ແຂວງວຽງຈັນພະແນກແຮງງານ-ສະ­ຫວັດ­ດີການສັງ­ຄົມ ແລະ ກອງບັນ­ຊາການ ປກສ ແຂວງໄດ້ຮ່ວມກັນຄົ້ນ­ຄວ້າປຶກ­ສາຫາ­ລື ເພື່ອສ້າງ ໃຫ້ຄະ­ນະພັກ-ຄະ­ນະບັນ­ຊາແຕ່ລະຂັ້ນຕະຫຼອດເຖິງພະ­ນັກ­ງານວິ­ຊາການທີ່ເຮັດ ວຽກວິ­ຊາສະ­ເພາະກ່ຽວກັບການຄຸ້ມ ຄອງຄົນຕ່າງ­ປະ­ເທດຢູ່ແຂວງວຽງຈັນ ໃຫ້ມີຄວາມຮັບຮູ້, ມີຄວາມເຂົ້າ­ໃຈ, ກຳແໜ້ນກົດ­ໝາຍ, ລະ­ບຽບການ, ຫຼັກ­ການວິຊາສະ­ເພາະ ແລະບົດ­ຮຽນຕົວຈິງເພື່ອນຳ­ໄປຈັດຕັ້ງປະ­ຕິ­ບັດໃຫ້ມີຄວາມເປັນເອ­ກະພາບ ແລະ ມີປະ­ສິດ­ທິ­ພາບສູງຂຶ້ນກວ່າເກົ່າ.

ສະ­ແດງອອກຢູ່ສອງເມືອງຄື: ເມືອງທຸ­ລະ­ຄົມມີ 5 ກຸ່ມບ້ານ, ມີຄົນຕ່າງປະ ເທດອາໃສຢູ່ 13 ບ້ານ, ມີສອງໂຄງ­ການ ແລະ ສອງຫົວ­ໜ່ວຍທຸ­ລະກິດ, ຂຶ້ນບັນຊີໄດ້ 291 ຄົນ ຍິງ 71 ຄົນ, ອອກບັດອະ­ນຸ­ຍາດຊົ່ວ­ຄາວໄດ້ 101 ຄົນ ຍິງ 16 ຄົນ , ເມືອງໂພນໂຮງມີ 6 ກຸ່ມບ້ານມີຄົນຕ່າງ­ປະ­ເທດອາໃສຢູ່ 27 ບ້ານ ຂຶ້ນບັນ­ຊີໄດ້ 230 ຍິງ 109 ຄົນ ອອກບັດອະ­ນຸ­ຍາດຊົ່ວ­ຄາວໃຫ້ໝົດທຸກຄົນແລ້ວ.

ໃນທີ່ປະ­ຊຸມຍັງໄດ້ຜັດ­ປ່ຽນກັນຂຶ້ນປະ­ກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອແລກ­ປ່ຽນຖອດຖອນບົດ­ຮຽນເຊິ່ງກັນ ແລະກັນ ແລະສ້າງຄວາມເປັນເອ­ກະພາບໃນການປະ­ຕິ­ບັດວຽກງານໃນ­ຕໍ່­ໜ້າ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...