spot_img
Homeຂ່າວການພັດທະນາພວກເຮົາຕ້ອງຈໍາກັດການລະເມີດວິໄນການເງິນຈຶ່ງຫລຸດຜ່ອນການຮົ່ວໄຫລໄດ້ດີ

ພວກເຮົາຕ້ອງຈໍາກັດການລະເມີດວິໄນການເງິນຈຶ່ງຫລຸດຜ່ອນການຮົ່ວໄຫລໄດ້ດີ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຄົນໃໝ່ແຫ່ງ ສປປ ລາວໄດ້ກ່າວບາງຕອນລະຫວ່າງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຖ້າວ່າພວກເຮົາຈຳກັດໄດ້ ການລະເມີດວິໄນແຜນການ, ການເງິນ, ວິໄນເງິນຕາໃຫ້ດີກວ່າເກົ່າຈະເຮັດໃຫ້ການຄຸ້ມຄອງໜີ້ສິນ ແລະ ຈຳກັດການຮົ່ວໄຫລໄດ້ດີ ທັງພະຍາຍາມອັດຊ່ອງວ່າງ ທີ່ມີລັກສະນະເປັນການສະສົມ ເພື່ອຈຳກັດສະພາວະທົດຖອຍຂອງເສດຖະກິດ ເພື່ອບໍ່ໃຫ້ເປັນການກະທົບເຖິງເສດຖະກິດມະຫາພາກ; ການຄຸ້ມຄອງຊັບພະຍາກອນຂອງຊາດເປັນຕົ້ນແມ່ນ:

ແມ່ນການຈັດສັນ ແລະ ນຳໃຊ້ຊັບພະຍາກອນປ່າໄມ້, ບໍ່ແຮ່, ທີ່ດິນ ພວກເຮົາກຳລັງມີຄວາມທ້າທາຍເຖິງຄວາມຍືນຍົງ, ປະເຊີນກັບການອຸດຕັນ ອັນເນື່ອງມາຈາກກົນໄກ ແລະ ລະບຽບການຕ່າງໆ ທີ່ບໍ່ທະລຸໂລ່ງ ບໍ່ບຸກທະລຸພໍເທົ່າໃດ ເຊິ່ງເປັນສິ່ງກີດຂວາງ ອາດຈະນຳໄປສູ່ການຂາດຄວາມເຊື່ອໝັ້ນ ຕໍ່ຜູ້ປະກອບການ ແລະ ການຂະຫຍາຍຕົວຂອງທຸລະກິດ, ສ້າງສິ່ງຈຳກັດໃຫ້ແກ່ການປຸກລະດົມ ການມີສ່ວນຮ່ວມຂອງສັງຄົມ ເພື່ອສ້າງກຳລັງແຮງຊ່ວຍໜູນເຊິ່ງກັນ ແລະ ກັນ ເພື່ອແນ່ໃສ່ການສ້າງໄດ້ກຳລັງແຮງສັງລວມ ທີ່ຈະນຳເອົາການພັດທະນາຮອບດ້ານ ທີ່ເປັນຂະບວນຟົດຟື້ນນັ້ນ ຍັງເຮັດບໍ່ທັນໄດ້ຫລາຍເທົ່າທີ່ຄວນ ແລະ ຊັບພະຍາກອນມະນຸດເຮົາຍັງຂາດເຂີນ ຕອບສະໜອງບໍ່ທັນກັບຄວາມຕ້ອງການ ຂອງການພັດທະນາ ແລະ ການເຊື່ອມໂຍງ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...