Homeຂ່າວການພັດທະນາໄອຍະການມີຫລາຍຈຸດຕ້ອງແກ້ໄຂສູ່ຄຸນນະພາບໃໝ່

ໄອຍະການມີຫລາຍຈຸດຕ້ອງແກ້ໄຂສູ່ຄຸນນະພາບໃໝ່

Published on

ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄໍາສານ ສຸວົງ ໃຫ້ຮູ້ຢູ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ທີ່ສໍາເລັດລົງເມື່ອບໍ່ດົນນີວ່າ:ຂະແໜງໄອຍະການຍັງຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາຄົງຄ້າງຫລາຍຈຸດເພື່ອກ້າວໄປສູ່ຄຸນນະພາບໃໝ່ທີ່ວ່າ:“ຮອບດ້ານ,ຄົບຖ້ວນ ແລະ ພາວະວິໃສ”ໂດຍສະເພາະແມ່ນການຍົກສູງຄຸນທາດການເມືອງ,ຄຸນສົມບັດສີນທໍາປະຕິວັດ,ຈັນຍາບັນ ແລະ ຈັນຍາທໍາຂອງສະມາຊິກພັກ,ພະນັກງານຈໍານວນໜຶ່ງທີ່ບໍ່ທັນໜັກແຫນ້ນ,ປະຕິບັດໜ້າທີ່ວຽກງານບໍ່ມີຄວາມຫ້າວຫັນ,ແກ້ໄຂຄະດີບໍ່ທັນຕາມກໍານົດ,ເລັ່ງສະກັດກັ້ນການສວຍໃຊ້ໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍຂອງພະນັກງານທີ່ພາໃຫ້ເກີດມີສຽງຈົ່ມວ່າອັນບໍ່ດີຈາກສັງຄົມ,ເພີ່ມທະວີຄຸນະພາບການຕິດຕາມກວດກາການເຄົາລົບ,ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ທີ່ເຫັນວ່າຍັງບໍ່ທັນໄດ້ຮັບການປະຕິບັດດີເທົ່າທີ່ຄວນຍ້ອນຄວາມຮູ້ຄວາມສາມາດຂອງພະນັກງານຈຳນວນໜຶ່ງຍັງບໍ່ທັນສູງ ແລະ ປະສົບການຍັງຈໍາກັດ,ຂະນະດຽວກັນກໍສືບຕໍ່ພັດທະນາພື້ນຖານໂຄງ

ລ່າງ,ອຸປະກອນຮັບໃຊ້ອັນຈໍາເປັນ ແລະ ງົບປະມານ ໃຫ້ພຽງພໍກັບຄວາມຕ້ອງການ.

ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ຮູ້ວ່າ: 5 ປີຜ່ານມາ,ຂະແໜງການຂອງຕົນໄດ້ຮັບຄໍາຮ້ອງ ແລະ ສໍານວນຄະດີທັງໝົດ 30.067 ເລື່ອງ,ໃນນີ້ສາມາດ ແກ້ໄຂແລ້ວ 29.746 ເລື່ອງເທົ່າກັບ 98,93%,ສັ່ງຟ້ອງຜູ້ກະທໍາຜິດ ແລະ ຖະແຫລງຂຶ້ນສານທັງໝົດ 21.262 ເລື່ອງ,ໃນນີ້ສານໄດ້ຕັດສີນ ຫລື ເອົາຕາມຄໍາແຫລງຂອງໄອຍະການ 20.982 ເລື່ອງເທົ່າກັບ 98,68%,ສານບໍ່ເອົາຕາມຄໍາຖະແຫລງຂອງໄອຍະການມີ 1.280 ເລື່ອງເທົ່າກັບ 6,10% ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າການປະຕິບັດ

ພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນ

ສານຂອງອົງການໄອຍະການຂັ້ນຕ່າງໆໄດ້ຮັບການປັບປຸງສູ່ຄຸນະພາບຕື່ມອີກກ້າວ

ໜຶ່ງໂດຍຮັບປະກັນຄວາມຖືກຕ້ອງ,ຍຸຕິທໍາ,ໂປ່ງໃສ ແລະ ທັນກໍານົດເວລາ.

ຂ່າວຈາກ: laophatthananewspaper

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...