spot_img
Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ລັດຖະມົນຕີກະຊວງການເງິນ

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງການເງິນ

Published on

ພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງການເງິນລະຫວ່າງທ່ານ ລຽນທີແກ້ວ ຜູ້ເກົ່າທີ່ຖືກຍົກຍ້າຍໃຫ້ໄປຮັບໜ້າທີ່ໃໝ່ຢູ່ກະຊວງກະສິກໍາ ແລະ ປ່າໄມ້ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການເງິນຜູ້ໃໝ່, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ເມສານີ້ທີ່ກະຊວງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີບັນດາລັດ ຖະມົນຕີ, ຄະນະພັກ ແລະ ພະນັກງານຫລັກແຫລ່ງອ້ອມຂ້າງກະຊວງການເງິນເຂົ້າຮ່ວມເປັນຈໍານວນຫລາຍ, ໂດຍປະຕິບັດຕາມການຕົກລົງຂອງກົມການເມືອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະດໍາລັດຂອງປະທານປະເທດແຫ່ງ ສປປ ລາວ, ຊຶ່ງກ່ອນຈະມາຮັບໜ້າທີ່ລັດຖະມົນຕີການເງິນຄັ້ງນີ້ທ່ານ ສົມດີ ດວງດີ ແມ່ນເປັນລັດຖະມົນຕີກະຊວງແຜນການ ແລະ ລົງທຶນ.

ໃນໂອກາດນີ້, ທ່ານາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໂອ້ລົມຊີ້ນໍາ, ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດທີ່ກະຊວງການເງິນໄດ້ສູ້ຊົນຜ່ານຜ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງທ່ານລັດຖະມົນຕີຜູ້ເກົ່າພ້ອມຄະນະ,ໂດຍສະເພາະແມ່ນເອົາໃຈໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນທາງດ້ານການເງິນ-ງົບປະມານຂອງຊາດທີ່ມີຄວາມຫຍຸ້ງຍາກໄດ້ຜ່ອນຄາຍດີຂຶ້ນເປັນລໍາດັບ ເປັນ ຕົ້ນ: ແກ້ໄຂເງິນເດືອນພະນັກງານ-ລັດຖະກອນ, ເງິນອຸດໜູນໃນສົກປີ 2013-2014, ແກ້ໄຂບັນຫາໜີ້ສີນຕ່າງປະເທດ, ໜີ້ສີນການລົງທຶນຂອງລັດຕ່າງໆໃຫ້ຫລຸດຜ່ອນລົງ, ປັບປຸງໂຄງສ້າງ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ,ປັບປຸງກົນໄກ ແລະ ລະບຽບກົດໝາຍໃນການຈັດເກັບລາຍຮັບໃຫ້ຮັດກຸມ, ພ້ອມທັງເນັ້ນວ່າການມອບ-ຮັບໜ້າທີ່ລັດຖະມົນຕີການເງິນຄັ້ງນີ້ເປັນເລື່ອງປົກກະຕິໃນການປັບປຸງ,ຊັບຊ້ອນລະບົບການຈັດຕັ້ງຂອງລັດຖະບານ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງ

ຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່ ແລະ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຍຸກເຊື່ອມໂຍງພາກພື້ນ ແລະ ສາກົນ. ໃນທ່າມກາງສະພາບເສດຖະກິດຂອງໂລກຍັງບໍ່ທັນຟື້ນຕົວດີ, ຂະນະດຽວກັນການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ກໍນັບມື້ມີການແຂ່ງຂັນສູງ,ຈຶ່ງມີທັງຂໍ້ສະດວກ, ກາລະໂອກາດ ແລະສິ່ງທ້າທາຍຫລາຍປະການ, ຊຶ່ງພວກຈະຕ້ອງໄດ້ພ້ອມກັນສູ້ຊົນຜ່ານຜ່າໃຫ້ໄດ້, ຊຶ່ງໜຶ່ງໃນນັ້ນກໍແມ່ນບັນຫາການເງິນ-ງົບປະມານທີ່ປະເທດເຮົາ

ພວມພະເຊີນຢູ່ໃນປັດຈຸບັນ. ສະນັ້ນ ຮຽກຮ້ອງໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການເງິນຜູ້ໃໝ່ພ້ອມໝູ່ຄະນະພັກກະຊວງດັ່ງກ່າວຈົ່ງໄດ້ສືບຕໍ່ເອົາໃຈໃສ່ບັນຫາສໍາຄັນຈໍານວນໜຶ່ງຄື:ແກ້ໄຂບັນຫາການຂາດດຸນງົບປະມານ, ຄົ້ນຄວ້າມາດຕະການກະຕຸ້ນການເກັບລາຍຮັບງົບປະມານໃຫ້ໄດ້ຫລາຍ ແລະ ອັນສໍາຄັນແມ່ນໃຫ້ເພີ່ມທະວີການຕິດຕາມກວດກາບັນດາແຫລ່ງລາຍຮັບ ແລະ ການ ເຄື່ອນໄຫວຂອງພະນັກງານລັດຖະກອນໃນຂະແໜງການເງິນເພື່ອໃຫ້ເຄື່ອນໄຫວຖືກຕ້ອງຕາມລະ ບຽບກົດໝາຍ, ມີຄວາມໂປ່ງໃສ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຂະແໜງການເງິນໃຫ້ຫລຸດຜ່ອນລົງເທື່ອລະກ້າວ.

ຂ່າວຈາກ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...