Homeຂ່າວເຫດການສູນກາງພັກຯ ສືບຕໍ່ເຊື່ອມຊຶມ ມະຕິ X ຊຸດທີ III ໃຫ້ພະນັກງານຫລັກແຫລ່ງບັນດາກະຊວງ

ສູນກາງພັກຯ ສືບຕໍ່ເຊື່ອມຊຶມ ມະຕິ X ຊຸດທີ III ໃຫ້ພະນັກງານຫລັກແຫລ່ງບັນດາກະຊວງ

Published on

ຂປລ.​ ໃນ​ວັນ​ທີ 25-29 ​ເມສາ ນິ້ ທີ່​ຫໍ​ປະຊຸມ ຫ້ອງ​ວ່າການ​ສູນ​ກາງ​ພັກ ສະຫາຍ ພັນ​ຄໍາ ວິພາ​ວັນ ​ຜູ້​ປະ​ຈໍາ​ການ ຄະນະ​​ເລຂາທິການ ​ສູນກາງ​ພັກ ຮອງ​ປະທານ​ປະ​ເທດ ​ໄດ້​ໃຫ້ກຽດ​ ເປັນ​ປະທານ ​ໄຂ​ບັ້ນ​ດຳ​ເນີນ​ ການ​ເຊື່ອມ​ຊຶມ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ຊຸດ​ທີ III ​ໃຫ້​ແກ່​ພະນັກງານ​ຫລັກ​ແຫ​ລ່ງ ຂອງບັນດາ​ກະຊວງ ອ້ອມ​ຂ້າງ​ສູນ​ງກາງ​ ​ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ ເປັນ​ເອກະ​ພາບ ​ແລະ ​ເລິກ​ເຊິ່ງຕໍ່​ເນື້ອ​ໃນ​ຈິດ​ໃຈ ​ທີ່​ໄດ້​ກຳນົດ​ໄວ້​ ໃນ​ມະຕິ​ສຳຄັນ​ດັ່ງກ່າວ. ບົນ​ພື້ນຖານ​ສ້າງ​ການ​ຫັນປ່ຽນ ທາງ​ດ້ານ​ແນວ​ຄິດ–ຈິນຕະນາ ການຢ່າງ​ເປັນ​ລະບົບ ​ແລະ ກ້າວ​ໄປ​ສູ່​ ການ​ເປັນ​ເຈົ້າ​ການຈັດ​ຕັ້ງ​ ຜັນ​ຂະຫຍາຍ ​ໃຫ້​ເກີດໝາກຜົນ​ຕົວ​ຈິງ.

phankhamສະຫາຍ ພັນ​ຄໍາ ວິພາ​ວັນ ​ໄດ້​ຊີ້​ນຳ​ໃຫ້​ ບັ້ນ​ເຊື່ອມຊຶມ​ມະຕິ X ຄັ້ງ​ນີ້ ກາຍ​ເປັນ​ບັນຫາ​ສຳຄັນ ​ໃນ​ການ​ເສີມ​ຂະຫຍາຍ​ ສະຕິ​ປັນຍາ, ຄວາມ​ຮັບຜິດຊອບ ຂອງ​ຖັນ​ແຖວ​ພະນັກງານ ຢູ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ວິ​ເຄາະ​​​ໃຈ້​ແຍກ ​ສະພາວະ​ຄວາມ​ເປັນ​ຈິງ ຂອງ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ຕາມ​ທັດສະນະ​ຂອງ​ພັກ. ​ ເພື່ອ​ເຫັນ​ແຈ້ງ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ຕໍ່​ບັນຫາ​ຕ່າງໆ​ ໃນ​ການ​ຕີ​ລາຄາ​ຈຸດ​ດີ​ຜົນງານ, ດ້ານ​ອ່ອນ, ຂໍ້ຄົງຄ້າງ, ​ເຂົ້າ​ໃຈ​ແຈ້ງ ​ແລະ ກໍາ​ແໜ້ນ​ບັນຫາ​ຕົວ​ຈິງ​ ທີ່​ຕ້ອງ​ໄດ້​ແກ້​ໄຂ​ຢ່າງ​ຮິບ​ດ່ວນ, ຮັບປະກັນ​ການ​ບຸກທະລຸ​ ດ້ານ​ແນວ​ຄິດ​ຈິນຕະນາການ, ກ້າວ​ສູ່​ການ​ກະທໍາ​ຕົວ​ຈິງ ໃຫ້​ມີການ​ປ່ຽນ​​ແປງຈະ​ແຈ້ງ, ສ້າງ​ຄວາມ​ພ້ອມ​ແກ່​ການ ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ, ຕອບ​ສະໜອງ​ຄວາມ​ຄອງ​ຄອຍ​ ຂອງ​ປະຊາຊົນ ເຮັດ​ໃຫ້ການ​ ຜັນ​ຂະຫຍາຍ​ມະຕິ X ​ເປັນ​ຂະ​ບວນການ​ຟົດຟື້ນ ແຂງ​ແຮງ ​ແລະ ມີ​ຜົນສຳ​ເລັດ​ ຢ່າງເປັນ​ຮູບ​ປະ​ທຳ, ສ້າງ​ບາດ​ລ້ຽວ​ ໃນ​ການ​ພັດທະນາ​ປະ​ເທດ, ນຳ​ເອົາ​ປະ​ເທດ​ຊາດຫລຸດ​ພົ້ນ​ ອອກ​ຈາກ​ສະພາວະ ​ດ້ອຍ​ພັດທະນາ ​ໃນ​ປີ 2020, ສ້າງ​ພື້ນຖານ​ອັນໜັກ​ແໜ້ນ ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ ສູ່​ຈຸດໝາຍສັງຄົມ​ນິຍົມ. ສິ່ງ​ສຳຄັນ​ເປັນ​ການສະ​ແດງ​ ເຖິງ​ຄວາມ​ຕັດສິນ​ໃຈ​ ຂອງ​ຄະນະ​ນຳ ທີ່​ຈະ​ພ້ອມ​ກັນ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ທົດ​ສອບ​ຕ່າງໆ ​ໃນ​ຊຸມ​ປີຕໍ່ໜ້າ ຢ່າງ​ກ້າຫານ​ເດັດຂາດ.

ສະຫາຍ ພັນ​ຄໍາ ວິພາ​ວັນ ​ໄດ້ຊີ້​ນຳ​ຕື່ມ​ວ່າ: ບັ້ນ​ເຊື່ອມ​ຊຶມ​ຄັ້ງ​ນີ້ ​ໃຫ້​ສຸມ​ໃສ່​ຄົ້ນຄວ້າ 5 ​ເອກະສານ​ສຳຄັນ ທີ່​ເປັນ​ລັກສະນະ ​ສຳ​ມະ​ນາ ​ແລະ ​ເປີດ​ກວ້າງປະຊາທິປະ​ໄຕ ​ໃນ​ການປະກອບ​ ຄຳ​ຄິດ​ຄຳ​ເຫັນ, ພ້ອມ​ກັນ​ຕີ​ລາຄາ ທັງ​ເປັນ​ເອກະ​ພາບ ຕໍ່ກັບ​ການ​ຕັດສິນ​ໃຈ ​ແກ້​ບັນຫາ ​ໃຫ້​ມີ​ການ​ຫັນປ່ຽນ ຢ່າງ​ຈະ​ແຈ້ງ ​ໂດຍ​ສະ​ເພາະ ຕໍ່ບັນຫາ​ຄົງ​ຄ້າງ ທີ່​ສັງຄົມມີ​ຄວາມ​ເປັນ​ຫ່ວງ ​ແລະ ຮຽກຮ້ອງ​ໃຫ້​ ມີ​ການ​ແກ້​ໄຂ​ໃນ​ປັດຈຸບັນ ​ເພື່ອ​ປັບປຸງ​ຄວາມ​ເຊື່ອໝັ້ນ ​ແລະ ສັດທາ​ ຂອງ​ປະຊາຊົນ ຕໍ່ພັກ​ເຮົາ. ສຳລັບ​ບັນຫາ​ສຳຄັນ ທີ່​ໄດ້​ມີ​ການ​ຄົ້ນຄວ້າ ​ເຊື່ອມ​ຊຶມ​ຄັ້ງ​ນີ້ ​ແມ່ນ​ມີ​ລັກສະນະ​ ຍຸດ​ທະ​ສາດ ທີ່​ຕິດ​ພັນ​ໂດຍ​ກົງ ຕໍ່ຄວາມ​ຮັບຜິດຊອບ​ ການ​ເມືອງຂອງ​ຄະນະ​ນຳ​ ແຕ່ລະ​ຂັ້ນ ​ໃນ​ການ​ສ້າງ​ບາດ​ລ້ຽວ​ໃໝ່​ ເພື່ອ​ໃຫ້ການ​ຊີ້​ນຳ​ນຳພາ​ ຂອງ​ພັກ​ໃນ 5 ປີ ຕໍ່ໜ້າ ມີ​ຜົນສຳ​ເລັດ​ອັນ​ຈົບງາມ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...