spot_img
Homeຂ່າວພາຍ​ໃນ5 ປີ​ຕໍ່­ໜ້າ​ສະ­ພາ​ຈະ​ປັບ­ປຸງ ແລະ ​ສ້າງກົດ­ໝາຍ​ຮ້ອຍ​ກວ່າ​ສະ­ບັບ

5 ປີ​ຕໍ່­ໜ້າ​ສະ­ພາ​ຈະ​ປັບ­ປຸງ ແລະ ​ສ້າງກົດ­ໝາຍ​ຮ້ອຍ​ກວ່າ​ສະ­ບັບ

Published on

ວັນ​ທີ 22 ເມ­ສາ​ຜ່ານ​ມາ ທີ່​ກອງ​ປະ­ຊຸມ​ສະ­ພາ​ຄັ້ງ​ປະ­ຖົມ​ມະ​ລືກ​ຂອງ​ສະ­ພາແຫ່ງ​ຊາດຊຸດ​ທີ VIII ທ່ານ ນາງ ສີ­ໃສ ລື​ເດດ​ມູນ​ສອນ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດໄດ້​ຂຶ້ນ​ລາຍ​ງານ​ກ່ຽວ​ກັບແຜນ­ການ​ສ້າງ ແລະ​ ປັບ­ປຸງ​ກົດ­ໝາຍ 5 ປີ (2016-2020) ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ເພື່ອ​ໃຫ້​ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ປະ­ກອບ​ຄຳ​ຄິດ​ຄຳເຫັນ ແລະ​ຮັບ­ຮອງ​ເອົາ.

ສຳ­ລັບ​ການ​ລາຍ​ງານ​ດັ່ງ­ກ່າວ​ມີ​ເນື້ອ​ໃນ​ລະ­ບຸ​ວ່າ:ກົດ­ໝາຍ​ທີ່​ຈະ​ສ້າງ ແລະ​ປັບ­ປຸງ​ໃນ​ໄລຍະ 5 ປີ ແຕ່​ປີ 2016-2020 ທີ່​ສະ­ພາແຫ່ງ​ຊາດ ແລະ​ລັດ­ຖະ­ບານ​ໄດ້​ເປັນ​ເອກະ​ພາບ​ກັນ​ມີ​ທັງ​ໝົດ 105 ສະ­ບັບ, ໃນນັ້ນ ກົດ­ໝາຍ​ສ້າງ​ໃໝ່ 50 ສະ­ບັບ ແລະ ກົດ­ໝາຍ​ປັບ­ປຸງ 55 ສະ­ບັບ, ຊຶ່ງ​ແບ່ງອອກ​ເປັນ 5 ຂົງ­ເຂດ​ຄື: ກົດ­ໝາຍ​ໃນ​ຂົງ ເຂດ​ການ​ປົກ­ຄອງ ແລະ​ ຍຸ­ຕິ​ທຳ​ມີ 21 ສະ ບັບ, ໃນ​ນີ້​ກົດ­ໝາຍ​ສ້າງ​ໃໝ່ 5 ສະ­ບັບປະ­ກອບ​ມີ: ປະ­ມວນ​ກົດ­ໝາຍ​ອາ­ຍາ, ປະມວນ​ກົດ­ໝາຍ​ແພ່ງ, ກົດ­ໝາຍ​ວ່າ​ດ້ວຍການ​ຄຸ້ມ​ຄອງ​ພົນ­ລະ­ເມືອງ, ກົດ­ໝາຍວ່າ​ດ້ວຍ​ລັດ­ຖະ­ກອນ​ຕຸ­ລາ­ການ ແລະ​ກົດໝາ­ຍວ່າ​ດ້ວຍ​ການ​ສຳ​ຫຼວດ​ວັດ­ແທກ, ຖ່າຍ​ພາບ​ທາງ​ອາ­ກາດ, ການ​ສ້າງ​ແຜນທີ່, ທີ່​ເຫຼືອ​ແມ່ນ​ກົດ­ໝາຍ​ປັບ­ປຸງ.

ສ່ວນ​ກົດ­ໝາຍ​ໃນ​ຂົງ­ເຂດ​ເສດ­ຖະ­ກິດມີ​ທັງ​ໝົດ 51 ສະ­ບັບ, ໃນ​ນີ້ກົດ­ໝາຍ ສ້າງ​ໃໝ່ 27 ສະ­ບັບ, ກົດ­ໝາຍ​ປັບ­ປຸງ 24 ສະ­ບັບ, ກົດ­ໝາຍ​ໃນ​ຂົງ­ເຂດ​ວັດ­ທະ­ນະທຳ-ສັງ­ຄົມ 29 ສະ­ບັບ, ໃນ​ນີ້​ກົດ­ໝາຍສ້າງ​ໃໝ່ 18 ສະ­ບັບ, ກົດ­ໝາຍ​ປັບ­ປຸງ 11 ສະ­ບັບ, ກົດ­ໝາຍ​ຂົງ­ເຂດ​ການ​ປ້ອງ​ກັນ ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ 2 ສະ­ບັບ, ຊຶ່ງ​ແມ່ນ​ກົດ­ໝາຍ​ປັບ­ປຸງ​ທັງ​ສອງ​ສະ ບັບ, ກົດ­ໝາຍ​ຂົງ­ເຂດ​ການ​ຕ່າງ­ປະ­ເທດ 2 ສະ­ບັບ ໂດຍ​ສອງ​ສະ­ບັບ​ແມ່ນ​ກົດ­ໝາຍ ສ້າງ​ໃໝ່​ໝົດ.

ທ່ານ​ຮອງ​ປະ­ທານ​ສະ­ພາ​ກ່າວ​ຕື່ມ ວ່າ: ນອກ­ຈາກ​ບັນ­ດາ​ກົດ­ໝາຍ​ທີ່​ໄດ້​ກຳນົດ​ໄວ້​ຂ້າງ​ເທິງ​ນີ້​ແລ້ວເພື່ອ​ຮັບ­ປະ­ກັນໃຫ້​ແກ່​ການ​ຄຸ້ມ​ຄອງ, ການ​ປົກ­ຄອງ​ລັດ ກົດ­ໝາຍ​ທີ່​ສັກ­ສິດ​ຫາກ​ຂົງ­ເຂດ​ໃດ​ມີ ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ສ້າງ ແລະ​ປັບ­ປຸງ ກົດ­ໝາຍ​ອື່ນ ກໍ​ສາ­ມາດ​ສະ­ເໜີ​ເພີ່ມ​ເຂົ້າໃນ​ແຜນ­ການ​ສ້າງ ແລະ​ປັບ­ປຸງ​ກົດ­ໝາຍປະ­ຈຳ​ປີ.

ແນວ­ໃດ​ກໍ​ດີຕໍ່​ກັບ​ແຜນ­ການ​ສ້າງ ແລະ​ປັບ­ປຸງ​ກົດ­ໝາຍ​ຈຳ­ນວນ 105 ສະບັບ​ທີ່​ໄດ້​ສະ­ເໜີ​ນັ້ນ​ມາ​ຮອດ​ຕອນ​ແລງ​ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດກໍ​ໄດ້​ທຳ​ການ​ຮັບ­ຮອງ​ເອົາ​ເປັນ​ທີ່​ຮຽບ​ຮ້ອຍໂດຍ​ມີ​ຄະ­ແນນ​ສຽງ​ເຫັນ​ດີ 144 ສຽງ, ໃນ​ຈຳ­ນວນ​ມີ­ໜ້າ​ທັງ​ໝົດ 148 ສຽງ ກວມເອົາ 97%, ບໍ່​ເຫັນ​ດີ 4 ສຽງ, ກວມ​ເອົາ 4 ສຽງ, ກວມ​ເອົາ 3%.

ທີ່ມາ:
logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...