Homeຂ່າວພາຍ​ໃນຜົງສາລີ ເອົາໃຈໃສ່ການລົງທຶນດ້ານວຽກງານບໍ່ແຮ່

ຜົງສາລີ ເອົາໃຈໃສ່ການລົງທຶນດ້ານວຽກງານບໍ່ແຮ່

Published on

ອີງ​ຕາມ​ຂໍ້​ມູນ​ຂອງ​ພະແນກ​ແຜນ­ການ ແລະ​ການ​ລົງ­ທຶນ ແຂວງ​ຜົ້ງ​ສາ­ລີ ໃຫ້​ຮູ້​ວ່າ: ສົກ​ປີ 2014-Œ2015 ແຂວງ​ໄດ້​ໃຫ້­ການ ຮ່ວມ​ມື ແລະ​ອຳ­ນວຍ​ຄວາມ​ສະດວກ​ໃຫ້​ແກ່​ບໍ­ລິ­ສັດ​ພາຍ​ໃນ ແລະຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນ​ດ້ານ​ບໍ່​ແຮ່​ຢູ່​ແຂວງ​ຜົ້ງ​ສາ­ລີ.

    ປະ­ຈຸ​ບັນ​ການ​ລົງ­ທຶນ ດ້ານ​ບໍ່ແຮ່, ແຂວງ​ຜົ້ງ​ສາ­ລີ​ມີ 4 ໂຄງ­ການ ທີ່​ໄດ້​ຮັບ​ອະ­ນຸ­ຍາດ​ການ​ຂຸດ​ຄົ້ນ  ແລະ​ສົ່ງ​ອອກ​ແຮ່​ທາດ, ໃນ​ນັ້ນ ຂັ້ນ ສູນ​ກາງ​ອະ­ນຸ­ມັດ 2 ໂຄງ­ການ​ຄື: ບໍ­ລິ­ສັດ​ກໍ່­ສ້າງ​ລຸຍ​ທິງ​ເມືອງ​ລານຊາງຈຳ­ກັດ ສປ ຈີນ ສຳ​ປະ­ທານ​ຂຸດ​ຄົ້ນŒສົ່ງ​ອອກ​ແຮ່​ຖ່ານ​ຫີນ  ໃນ​ເນື້ອ­ທີ່ 14,96 ກິ​ໂລ​ຕາ​ແມັດ, ເຂດ ບ້ານ​ແມ້ງ​ກວາ​ຝົງ ເມືອງ​ຍອດ​ອູ ແລະ​ບໍ­ລິ­ສັດ​ອີ​ຊີ ຊອງ­ລອງ ຈຳ­ກັດ ສປ ຈີນ ສຳ​ປະ­ທານ​ຂຸດ​ຄົ້ນŒສົ່ງ ອອກ​ແຮ່​ທອງແດງ, ຊືນ, ສັງ​ກະ ສີ, ໃນ​ເນື້ອ­ທີ່ 10 ກິ​ໂລ​ຕາ​ແມັດ, ຢູ່​ເຂດ​ບ້ານ​ສິນ​ຈ່າ​ຈ້າຍ (ພູ​ຕ່າຊານ) ເມືອງ​ຍອດ​ອູ,  ສຳ­ລັບ​ແຮ່ ທີ່​ຂຸດ​ຄົ້ນ​ໄວ້​ຢູ່​ພາກ​ສະ​ໝາມ​ຈຳນວນ 37.800 ໂຕນ, ລັດ­ຖະ­ບານ ລາວ ໄດ້​ອະ­ນຸ­ຍາດ​ສົ່ງ​ອອກ ປະ ເທດ ສປ ຈີນ, ແຕ່​ບໍ­ລິ­ສັດ​ບໍ່​ຈັດ​ຕັ້ງປະ­ຕິ­ບັດ, ສຳ­ລັບ​ໂຄງ­ການ​ທີ່​ຂັ້ນ ແຂວງ​ອະ­ນຸ­ມັດ​ມີ 2 ໂຄງ­ການ ຄື: ອະ­ນຸ­ມັດບໍ­ລິ­ສັດ ນວນ​ສະ­ຫວັນ ກໍ່­ສ້າງ​ຈຳ­ກັດ ເປັນ​ໂຄງ­ການ​ຂຸດ ຄົ້ນŒປຸງ​ແຕ່ງ​ແຮ່​ຄຳ​ຕົກ​ຂ້ອນ​ຕາມ ລ້ອງ​ນ້ຳ​ອູ, ນ້ຳ​ພາກ ແລະ​ຫ້ວຍ​ນ້ຳ​ສາ­ຂາ ມີ​ເນື້ອ­ທີ່​ສຳ​ປະ­ທານ 600 ເຮັກ­ຕາ; ໃນ 1 ປີ­ຜ່ານ­ມາ​ສາ­ມາດ​ຂຸດ​ຄົ້ນ ແລະ​ປຸງ​ແຕ່ງ​ແຮ່ຄຳ​ໄດ້​ແລ້ວ​ຈຳ­ນວນ 5.051,20 ກຣາມ, ມູນ​ຄ່າ 227.304 ໂດ​ລາ ສະ­ຫະ­ລັດ, ໂຄງ­ການ​ຂຸດ​ຄົ້ນŒປຸງ ແຕ່ງ​ແຮ່​ຖ່ານ​ຫີນ​ຂະ­ໜາດ​ນ້ອຍ ຂອງ​ບໍ­ລິ­ສັດ ລາວ​ເອີລາວ​ເຕົາ ຢູ່ ເຂດ​ບ້ານ​ຈີ່​ໂຈ, ສາ­ມັກ­ຄີ​ໄຊ ແລະ ນ້ຳ​ປືນ ສາ­ມາດ​ຂຸດ​ຄົ້ນ​ແຮ່​ຖ່ານ ຫີນ​ໄດ້​ແລ້ວ 806 ໂຕນ, ມູນ​ຄ່າ 282 ລ້ານ​ກີບ.

ນອກ​ນັ້ນ ການ​ຄຸ້ມ​ຄອງ​ຫົວ ໜ່ວຍ​ທຸ­ລະ​ກິດ​ຂຸດ​ຄົ້ນ​ຫີນ​ພູ, ຫີນ​ຂົບ, ຫີນ​ບົດ ແລະ​ດິນ​ໜຽວ (ຜະລິດ​ດິນ­ຈີ່) ໃນ​ຂອບ​ເຂດ​ທົ່ວ​ແຂວງຜົ້ງ​ສາ­ລີ, ລວມ​ທັງ​ໝົດ​ມີ 18 ຫົວ­ໜ່ວຍ, ໃນ​ນັ້ນ ຂັ້ນ​ແຂວງ​ອະ­ນຸ ຍາດ​ມີ 9 ຫົວ­ໜ່ວຍ ແລະ​ເມືອງ​ອະ ນຸ​ຍາດ​ມີ 9 ຫົວ­ໜ່ວຍ, ໃນ​ໄລ­ຍະ 1 ປີ­ຜ່ານ­ມາ​ບັນ­ລຸ​ໄດ້​ດັ່ງ­ນີ້: ຂຸດ​ຄົ້ນ​ຫີນພູ​ໄດ້ 20.336,75 ແມັດ​ກ້ອນ ລື່ນ ແຜນ 10%, ທຽບ­ໃສ່​ໄລ­ຍະ​ດຽວກັນ​ຂອງ​ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 35%, ຂຸດ​ຄົ້ນ​ຫີນ​ຂົບ​ໄດ້ 18.500,25 ແມັດ​ກ້ອນ ລື່ນ​ແຜນ 16% ຂອງ​ແຜນ­ການ, ທຽບ­ໃສ່​ໄລ­ຍະ​ດຽວກັນ​ຂອງ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 25%, ຂຸດ​ຄົ້ນ​ຫີນ​ບົດ​ໄດ້ 8.943 ແມັດກ້ອນ, ລື່ນ​ແຜນ­ການ 49%, ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 70%, ຂຸດ​ຄົ້ນ​ດິນ​ໜຽວ​ໄດ້ 25.024 ແມັດ​ກ້ອນ ເທົ່າ​ກັບ 100,10% ຂອງ​ແຜນ­ການ, ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 56%.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...