spot_img
Homeຂ່າວການພັດທະນາ3 ພາກ­ສ່ວນ​ຈັບ​ມື ເພື່ອ​ການ​ລົງ­ທຶນ​ຢ່າງ​ມື​ອາ­ຊີບ

3 ພາກ­ສ່ວນ​ຈັບ​ມື ເພື່ອ​ການ​ລົງ­ທຶນ​ຢ່າງ​ມື​ອາ­ຊີບ

Published on

ວັນທີ 22 ເມ­ສາຜ່ານມາ ທີ່ຕະຫຼາດຫຼັກຊັບລາວ ໄດ້ມີພິ­ທີເຊັນສັນ­ຍາບົດບັນ­ທຶກຄວາມເຂົ້າ­ໃຈຫຼັກ­ສູດ “ແຜນລາຍ­ການຝຶກອົບ­ຮົມ-ການທະ­ນາ­ຄານ ເພື່ອການລົງ­ທຶນຢ່າງມືອາ­ຊີບລາວ” ລະ­ຫວ່າງ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະ­ຫຼາດຫຼັກຊັບລາວ, ທ່ານ ຮສ. ສົມຈິດ ສຸກສະ­ຫວັນ ຄະ­ນະ­ບໍ­ດີຄະ­ນະເສດ­ຖະ­ສາດ ແລະ ບໍ­ລິ­ຫານທຸ­ລະກິດ ມະ­ຫາ­ວິ­ທະ­ຍາ­ໄລແຫ່ງຊາດ ແລະ ທ່ານ ສົມ­ພົບ ສັກພັນພະ­ນົມ ຜູ້ອຳ­ນວຍການໃຫຍ່ບໍ­ລິ­ສັດຫຼັກຊັບເອພີເອັມລາວ ຈຳ­ກັດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສາຍ­ສະ­ໝອນ ຈັນ­ທະຈັກ ຫົວ­ໜ້າສຳ­ນັກ­ງານຄະ­ນະກຳ­ມະ­ການຄຸ້ມຄອງຫຼັກຊັບ ພ້ອມດ້ວຍພາກ­ສ່ວນທີ່ກ່ຽວ­ຂ້ອງເຂົ້າຮ່ວມ.

ການເຊັນບົດບັນ­ທຶກຄວາມເຂົ້າ­ໃຈຄັ້ງນີ້ເປັນຄັ້ງທີ 2 ນັບແຕ່ປີ  2014 ຊຶ່ງຜ່ານມາຫຼັກ­ສູດແຜນ­ການຝຶກອົບ­ຮົມ-ການທະ­ນາ­ຄານ ເພື່ອການລົງທຶນຢ່າງມືອາ­ຊີບລາວສຳ­ລັບບຸກ­ຄົນທົ່ວໄປທີ່ຕ້ອງ­ການໃບ­ຢັ້ງ­ຢືນວິ­ຊາຊີບທາງດ້ານນາຍໜ້າຄ້າ­ຂາຍຫຼັກຊັບແມ່ນໄດ້ຈັດຂຶ້ນ 3 ຮຸ່ນແລ້ວ ໂດຍຫຼັກ­ສູດດັ່ງ­ກ່າວ ແມ່ນເປັນການຮ່ວມມືລະ­ຫວ່າງຕະ­ຫຼາດ ຫຼັກຊັບລາວ, ມະ­ຫາ­ວິ­ທະ­ຍາ­ໄລແຫ່ງຊາດ ແລະບໍ­ລິ­ສັດຫຼັກຊັບເອພີເອັມລາວ ຈຳ­ກັດ ຊຶ່ງໃນຫຼັກ­ສູດນີ້ໄດ້ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 179 ທ່ານ ສາ­ມາດສອບ­ເສັງຜ່ານຫຼັກ­ສູດ 64 ທ່ານ ເທົ່າກັບ 35,75%.

ດັ່ງທີ່ຮູ້ດີແລ້ວວ່າວຽກງານຕະ­ຫຼາດທຶນເປັນວຽກງານໃໝ່ ຊຶ່ງຕ້ອງ­ການຄວາມຮູ້-ຄວາມເຂົ້າ­ໃຈໃນວຽກນີ້ ສະນັ້ນ ເນື້ອໃນຕົ້ນ­ຕໍຂອງຫຼັກ­ສູດຈະໃຫ້ປະໂຫຍດສູງສຸດແກ່ບັນ­ດາທ່ານທີ່ເຂົ້າຮ່ວມຝຶກອົບ­ຮົມໂດຍປະ­ກອບມີການນຳສະ­ເໜີກ່ຽວກັບພາບລວມການພັດ­ທະ­ນາຕະຫຼາດທຶນລາວ, ຄວາມສຳ­ຄັນຂອງວຽກງານການກວດສອບພາຍນອກ, ກົດ­ໝາຍ ວ່າດ້ວຍຫຼັກຊັບ ແລະ ລະ­ບຽບການຕ່າງໆ ທີ່ກ່ຽວ­ຂ້ອງກັບວຽກງານຫຼັກຊັບລວມໄປເຖິງການນຳສະ­ເໜີພາບລວມການພັດ­ທະ­ນາຕະ­ຫຼາດທຶນໄທ ແລະ ຜົນປະ ໂຫຍດຂອງການຈົດທະ­ບຽນໃນຕະ­ຫຼາດຫຼັກຊັບ.

ການເຊັນສັນ­ຍາບົດບັນ­ທຶກຄວາມເຂົ້າ­ໃຈໃນຄັ້ງນີ້ເປັນການສືບ­ຕໍ່ MOU ເພື່ອເປັນການເພີ່ມທະ­ວີການຮ່ວມມືເພື່ອໃຫ້ສາ­ມາດຊ່ວຍ­ເຫຼືອເຊິ່ງກັນ ແລະກັນ ໂດຍຜ່ານການກຳ­ນົດບັນ­ດາຫຼັກ­ສູດທີ່ຈຳ­ເປັນແກ່ຜູ້ທີ່ມາເຂົ້າຮ່ວມຝຶກອົບ­ຮົມວຽກງານຕະ­ຫຼາດທຶນໃຫ້ສາ­ມາດນຳ­ໄປໃຊ້ໃນວຽກງານຕົວຈິງ ແລະ ຖືກ­ຕ້ອງຕາມລະ­ບຽບກົດ­ໝາຍທີ່ໄດ້ວາງອອກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...