Home​ຂ່າວບັນເທິງເມຍ "ແດງ ຈິດຕະກອນ" ບໍ່ພໍໃຈທີ່ຖືກໃສ່ຮ້າຍວ່າເອົາເງິນທີ່ແຟນເພງບໍລິຈາກໃຫ້ໄປຫຼິ້ນການພະນັນ

ເມຍ “ແດງ ຈິດຕະກອນ” ບໍ່ພໍໃຈທີ່ຖືກໃສ່ຮ້າຍວ່າເອົາເງິນທີ່ແຟນເພງບໍລິຈາກໃຫ້ໄປຫຼິ້ນການພະນັນ

Published on

ເມຍ “ແດງ ຈິດຕະກອນ” ອອກມາເປີດເຜີຍວ່າຕົນເອງຖືກໃສ່ຮ້າຍ ໂດຍການນຳເອົາເງິນທີ່ແຟນເພງບໍລິຈາກໃຫ້ ແດງ ຈິດຕະກອນເພື່ອໃຊ້ໃນການປິ່ນປົວສຸຂະພາບໄປຫຼິ້ນການພະນັນ ຈົນເງິນເກືອບໝົດ ເມຍ ແລະ ແມ່ ແດງ ຈິດຕະກອນຢືນຢັນວ່າບໍ່ແມ່ນຄວາມຈິງ ພ້ອມທັງໂຊຕົວເລກຍອດເງິນໃນບັນຊີໃຫ້ນັກຂ່າວໄດ້ເບິ່ງ ປັດຈຸບັນຍອດເງິນການບໍລິຈາກມີທັງໝົດ 3 ລ້ານກ່ວາບາດ ແລະ ໄດ້ມີການຖອນເງິນອອກມາ ພຽງ 5 ໝື່ນບາດເທົ່ານັ້ນ ເຫດຜົນທີ່ຖອນອອກມາກໍ່ເພື່ອເປັນຄ່ານ້ຳມັນລົດພາແດງຈິດຕະກອນໄປປິ່ນປົວທີ່ໂຮງໝໍ ແລະ ຊື້ເຄື່ອງກິນຮັບຕ້ອນແຂກທີ່ມາຢ້ຽມຢາມ ແດງ ຈິດຕະກອນ ແລະ ບອກວ່າພ້ອມໃຫ້ສັງຄົມກວດສອບຄວາມໂປ່ງໃສໄດ້

viewcrop16to9_newsimage

ເມື່ອວັນທີ 24 ເມສາ 2016 ຈາກກໍລະນີທີ່ ແດງ ຈິດຕະກອນ ໄວອາຍຸ 46 ປີ ນັກຮ້ອງລູກທົ່ງໝໍລຳຊື່ດັງເຈົ້າຂອງເພງໃນຕຳນານ “ຕີປ່າລ້ອມເມືອງ” ທີ່ມີເພງຄອງໃຈມະຫາຊົນເຊັ່ນ: ເພງມົນຮັກ ຕຈວ, ຫົວໃຈຄິດຮອດ, ນ້ຳຕາຜ່າເຫຼົ້າ ປ່ວຍເປັນໂຣກມະເຮັງທີ່ໂພ່ງຮູດັງໃນໄລຍະໜ້າເປັນຫ່ວງ ເຊິ່ງຕອນນີ້ໄດ້ຮັກສາຕົວທີ່ໂຮງໝໍໃນຫ້ອງປອດເຊື້ອ ພາຍໃນຫ້ອງ ໄອຊີຢູ ທີ່ໂຮງໝໍ ບູລີລຳ ເນື່ອງຈາກກວດພົບອາການປອດຕິດເຊື້ອ ແລະ ຄວາມດັນຕົກ ໂດຍມີເມຍ,ລູກ ແລະ ຍາດພີ່ນ້ອງເຝົ້າດູແລ ມີແຟນຄັບ ແລະ ນັກຮ້ອງດາຣາເຂົ້າຢ້ຽມຢາມດ້ວຍຄວາມເປັນຫ່ວງຕາມເວລາສົມຄວນທີ່ໂຮງໝໍອະນຸຍາດໃຫ້ເຂົ້າຢ້ຽມ ເມຍແດງ ຈິດຕະກອນ ເປີດເຜີຍອາການລ່າສຸດກັບນັກຂ່າວວ່າ ຕອນນີ້ ແດງ ຈິດຕະກອນ ມີອາການດີຂຶ້ນ, ຮູ້ສຶກຕົວດີ ແລະ ມີສີໜ້າສົດໃສ ແຕ່່ຕ້ອງຍັງໄດ້ຮັກສາຕົວຢູ່ໃນຫ້ອງປອດເຊື້ອ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...