spot_img
Homeວັນນະກຳເລື່ອງສັ້ນຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 5

ຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 5

Published on

ອ່ານຕໍ່ຈາກວານນີ້

ຫຼັງຈາກຫຼິ່ນນ້ຳແລ້ວ ພວກເຂົາກໍ່ປ່ຽນໄປຂີ່ສະລິງຊົມວິວທິວທັດທຳມະຊາດອັນສວຍງາມ ເຊິ່ງມັນເປັນໂປຣແກຣມການທ່ຽວທີ່ມ່ວນສຸດໆ ຮອດເວລາ 6ໂມງແລງ ພວກເຂົາໄດ້ກັບມາຮອດທີ່ພັກດ້ວຍຄວາມອ່ອນເພຍ ຕ່າງຄົນກໍ່ແຈກຢາຍກັນເຂົ້າຫ້ອງພັກ ຫ້ອງພັກຂອງພວກນ້າ ຢູ່ເຊິ່ງໜ້າຫ້ອງພັກຂອງພວກສັນຈອນ ວັນ, ນິງ ໄດ້ໄຂປະຕູຫ້ອງເຂົ້າໄປກ່ອນ ສ່ວນ ນ້າ ຍ່າງນຳຫຼັງມາພ້ອມກັບສັນຈອນພວກເຂົາໄດ້ຍິ້ມໃສ່ກັນ ກ່ອນຈະເຂົ້າຫ້ອງນອນ ນ້າໄດ້ຢືນເວົ້າກັບສັນຈອນວ່າ: ຂອບໃຈເດີ້ ທີ່ຊ່ວຍສອນເຮົາລອຍນ້ຳ, ສັນຈອນຕອບນ້າໄປວ່າ: ບໍ່ເປັນຫຍັງ! ຈາກນັ້ນສັນຈອນກໍ່ໄຂປະຕູຫ້ອງເຂົ້າໄປ ແລະ ໄດ້ຍືນເບິ່ງສັນຈອນເຂົ້າໄປໃນຫ້ອງກ່ອນ ແລ້ວຈິ່ງຄ່ອຍໄປປະຕູນອນໂຕເອງເຂົ້າໄປ.

ຕອນເດິກໃນຂະນະທີ່ທຸກຄົນນອນລັບໄຫລທ່າມກາງຄວາມຫງຽບ ນ້າ ກໍ່ນອນບໍ່ລັບຄືເກົ່າ ລາວໄດ້ແຕ່ຄິດເຖິງເລື່ອງຕ່າງໆທີ່ກ່ຽວກັບສັນຈອນ ນ້າຍິ້ມດ້ວຍຄວາມສຸກ ແລະ ຫົວ ອິກອິກ ເບົາໆ ມັນຊ່າງເປັນເວລາທີ່ຫົວໃຈນ້າເບີກບານເໝືອນດອກໄມ້ທີ່ເບັ່ງບານ ນີ້ລະນໍ້ເຂົາວ່າຄົນມີຄວາມຮັກ ເຖິງຈະເປັນການແອບຮັກແຕ່ກໍ່ມີຄວາມສຸກທີ່ໄດ້ຢູ່ໃກ້ຄົນທີ່ຕົນເອງຮັກ

ເຊົ້າວັນສຸດທ້າຍທີ່ພວກເຂົາຈະໄດ້ທ່ຽວຢູ່ວັງວຽງອີກວັນ ພວກເຂົາໄດ້ໄປທ່ຽວ ຖ້ຳຈັງ, ຂົວສີສົ້ມ ພວກເຂົາໄດ້ມີການໄຫວ້ພຣະ, ຖ່າຍຮູບ ແລະ ກິນເຂົ້າຮ່ວມກັນ ທຸກຄົນມ່ວນຊື່ນສະໜຸກສະໜານ ແລະ ກໍ່ຮອດຕອນຄ່ຳພວກເຂົາໄດ້ໄປກິນເຂົ້າທີ່ຮ້ານອາຫານແຄມນ້ຳຊອງ ແລະ ລົມກັນຢ່າງມ່ວນຊື່ນ ຈາກນັ້ນກໍ່ກັບມາທີ່ພັກ ນອນພັກເປັນຄືນສຸດທ້າຍກ່ອນກັບວຽງຈັນ ປະມານ 22:30 ໂມງ ນ້າຮູ້ສຶກນອນບໍ່ລັບເລີຍອອກມາຢ່າງຫຼິ້ນ ພໍລາວຍ່າງອອກມານອກຫ້ອງພັກກໍ່ພົບ ສັນຈອນ ນັ່ງຄົນດຽວທີ່ໂຕະຫີນ ນ້າ ເລີຍຍ່າງເຂົ້າໄປຫາ ແລະ ນັ່ງລົງທີ່ຕັ່ງຫີນໃກ້ກັບສັນຈອນພ້ອມຖາມສັນຈອນວ່າ:

ນ້າ: ມານັ່ງເຮັດຫຍັງຄົນດຽວຢູ່ນີ້

ສັນຈອນ: ມານັ່ງເບິ່ງດາວ! ແລ້ວເດິກປານນີ້ເພິ່ນຄືບໍ່ນອນ

ນ້າ: ເຂົານອນບໍ່ລັບ! ເພິ່ນກໍ່ນອນບໍ່ລັບຄືກັນຫວະ

ສັນຈອນ: ແມ່ນລະ! ມື້ນີ້ດາວເຕັມຟ້າເລີຍ

ນ້າ ແງວນໜ້າຂຶ້ນເບິ່ງຟ້າ ແນມເບິ່ງດາວດ້ວຍສີໜ້າແວວຕາທີ່ເຕັມໄປດ້ວຍຄວາມສຸກເບີກບານ

ສັນຈອນຈ້ອງເບິ່ງໜ້າ ນ້າ ແລ້ວເວົ້າອອກໄປຄ່ອຍໆວ່າ “ງາມ” ຄຳດຽວ ນ້າໄດ້ຍິນເລີຍຫັນໜ້າມາຫາສັນຈອນແລ້ວຖາມດ້ວຍຄວາມສົງໃສວ່າ

ນ້າ: ຫະ! ງາມ! ແມ່ນຫຍັງງາມ

ສັນຈອນເຮັດຕາໃຫຍ່ຂຶ້ນ ພ້ອມທັງແກ່ວງຫົວ ແລ້ວຕອບນ້າໄປດ້ວຍນ້ຳສຽງຕິດໆຂັດໆວ່າ: ງາມ! ເຂົາໝາຍເຖິງດາວ! ດາວງາມຫຼາຍ

ນ້າ: ເອີ… ເຂົາຄິດວ່າເພິ່ນຍ້ອງເຂົາຊັ້ນດອກ! ຫະຫະ! ບ້າ! ເຂົາເວົ້າຢອກ ແລ້ວກໍ່ມີດາວດວງໜຶ່ງຕົກ ນ້າແນມເຫັນກໍ່ຟ້າວນົບແລະລັບຕາອະທິຖານທັນທີ ເມື່ອອະທິຖານແລ້ວ ນ້າກໍ່ມືນຕາ

ໃນເວລານ້າລັບຕາອະທິຖານ ສັນຈອນໄດ້ສັງເກດເບິ່ງໜ້ານ້າ ແລະ ກໍ່ລັກຫົວຢຸມໆ ສັນຈອນໄດ້ຖາມ ນ້າໄປວ່າ: ເພິ່ນອະທິຖານຫຍັງເຂົາຄືບໍ່ໄດ້ຍິນນຳ

ນ້າແນມເບິ່ງໜ້າສັນຈອນແລ້ວຕອບໄປວ່າ: ເພິ່ນບໍ່ໄດ້ຍິນເລື່ອງເຂົາອະທິຖານດອກ ເພາະເຂົາອະທິຖານໃນໃຈ

ພວກເຂົາໄດ້ຍິ້ມໃສ່ກັນ ແລະ ນັ່ງລົມບຶດໜຶ່ງກ່ອນຈະແຢກກັນໄປນອນ

ຮຸ່ງເຊົ້າມື້ໃໝ່ຫຼັງຈາກກິນເຂົ້າເຊົ້າແລ້ວ ກໍ່ຮອດເວລາເດີນທາງກັບ ສັກດາ ແຟນນິງກໍ່ເປັນໂຊເຟີຂັບລົດກັບເໝືອນເດີມ ເມື່ອຂັບມາຮອດແຖວກາສີ ສັກດາຮູ້ສຶກເໝື່ອຍເລີຍປ່ຽນໃຫ້ ວັນໄຊ ແຟນຂອງ ວັນ ຂັບລົດຕໍ່ໄປຈົນຮອດວຽງຈັນ ພວກເຂົາໄດ້ຂັບລົດໄປສົ່ງ ສັນຈອນທີ່ເຮືອນກ່ອນ ນັ້ນກໍ່ເປັນໂອກາດດີທີ່ ນ້າຈະໄດ້ຮູ້ຈັກເຮືອນສັນຈອນ ເຮືອນສັນຈອນເປັນເຮືອນດິນຊີມັງສອງຊັ້ນທາງໜ້າມີຮ້ານຂາຍເຄື່ອງຍ່ອຍ ນ້າຈື່ໄດ້ຄາຕາ ເມື່ອສົ່ງສັນຈອນທີ່ເຮືອນແລ້ວກໍ່ຂັບໄປສົ່ງ ນ້າ ແລະ ວັນທີ່ເຮືອນ ວັນໄຊ ໄດ້ລົງທີ່ເຮືອນວັນ ເຫຼືອ ແຕ່ນິງ ກັບ ສັກດາຂັບລົດເມືອເຮືອນນຳກັນ.

ສອງສາມວັນຕໍ່ມາ ນ້າ ຢາກເຫັນໜ້າສັນຈອນລາວເລີຍຕັ້ງໃຈຂັບລົດໄປທີ່ເຮືອນສັນຈອນ ເພື່ອຈະໄປຫຼິ້ນນ້ຳ ແຕ່ພໍໄປຮອດກໍ່ເຫັນສັນຈອນນັ່ງເຝົ້າຮ້ານ ນ້າຮູ້ສຶກຕື່ນເຕັ້ນ ເຂີນໆໃນໃຈ ເມື່ອພົບກັບ ສັນຈອນ ນ້າ ໄດ້ຈອດລົດຢູ່ໜ້າຮ້ານຂາຍເຄື່ອງຂອງສັນຈອນໂດຍບໍ່ເຂົ້າຮ້ານ ນ້າ ກະວ່າພຽງໄດ້ເຫັນໜ້າສື່ໆກໍ່ສິກັບແລ້ວ ແຕ່ບັງເອີນສັນຈອນ ພັດແນມເຫັນໜ້າ ລາວເລີຍຍ່າງມຸ່ງໜ້າເຂົ້າມາຫານ້າ ນ້າຕື່ນເຕັ້ນ ສິເຮັດແນວໃດດີ ສັນຈອນຍ່າງມາໃກ້ສິຮອດໂຕເອງແລ້ວ ຖ້າສິຂັບລົດໜີກະເບິ່ງຄືບໍ່ງາມປານໃດລາວເລີຍຕັດສິນໃຈຢູ່ ສັນຈອນຢືນຢູ່ຕໍ່ໜ້ານ້າແລ້ວຖາມວ່າ: ນ້າມາຫຍັງ?, ນ້າກໍ່ຕອບດ້ວຍສຽງກະອຶກກະອັກວ່າ: ເຂົາມາຊື້ເຄື່ອງ ສັນຈອນແນມເບິ່ງໜ້ານ້າແບບສົງໃສ

ສັນຈອນ: ມາຊື້ເຄື່ອງຄືບໍ່ເຂົ້າໄປໃນຮ້ານ!

ນ້າ: ເອີ… ເຂົາວ້າຈະເຂົ້າໄປພໍດີເລີຍ! ໄປ໋ ເຂົ້າໄປໃນຮ້ານ

ສັນຈອນ: ແລ້ວເພິ່ນຈະຊື້ຫຍັງ?

ນ້າກໍ່ບໍ່ຮູ້ຈະຊື້ຫຍັງ ສາຍຕາຂອງລາວກວດໄປທົ່ວຮ້ານລາວເຫັນແຟັບທີ່ວາງໄວ້ຂ້າງກັບຜ້າອານາໄມ ສະໝອງລາວຈະບອກໄປວ່າ ຊື້ແຟັບ ປາກລາວພັດບອກກັບສັນຈອນ ໄປວ່າ: ຊື້ໂຊຟີ

ສັນຈອນເມື່ອໄດ້ຍິນນ້າເວົ້າແນວນັ້ນກໍ່ຍິ້ມແລ້ວຈັບເອົາຫໍ່ໂຊຟີຂຶ້ນຫໍ່ໜ້າ ແລະ ຖາມນ້າວ່າ: ເອົາອັນນີ້ເນາະ! ນ້າໜ້າແດງແລະເວົ້າດ້ວຍນ້ຳສຽງອາຍໆວ່າ ບໍ່ແມ່ນເຂົາເວົ້າຜິດ ເຂົາໝາຍເຖິງແຟັບຕ່າງຫາກ, ສັນຈອນກໍ່ຍິ້ມຍຸ້ມໆແລ້ວວາງກໍ່ໂຊຟີລົງ ແລະ ໄປຈັບຫໍ່ແຟັບຂຶ້ນມາໃສ້ຖົງໃຫ້ນ້ຳແທນ ແລະ ບອກລາຄາແຟັບກັບນ້າ ນ້າກໍ່ຟ້າວຈ່າຍເງິນແລະຟ້າວຍ່າງອອກໄປນອກຮ້ານ ສັນຈອນຍ່າງນຳຫຼັງໄປສົ່ງ ນ້າກໍ່ຟ້າວຕິດຈັກລົດ ແລະ ຟ້າວຂັບອອກໄປດ້ວຍຄວາມອາຍ ນ້າຄິດໃນໃຈລອດຕາຍໄປ ຖ້າຂືນຢູ່ດົນກ່ວານີ້ມີຫວັງ ສັນຈອນ ຈັບໄດ້ວ່າຕົວເອງຄິດແນວໃດແນ່ນອນ ນ້າທັງຂັບລົດທັງຍິ້ມທັງຢາກຫົວຄົນດຽວມາສຸດທາງ

ອີກປະມານສອງວັນຕໍ່ມາ ໃນກາງຄືນມື້ໜຶ່ງ ວັນ ໄປທ່ຽວກັບເຮືອນເດິກເຂົ້າເຮືອນບໍ່ໄດ້ໂທຫາຄົນໃນເຮືອນຜູ້ໃດກໍ່ນອນລັບບໍ່ມີຄົນອອກມາໄຂປະຕູໃຫ້ ລາວເລີຍຂັບລົດໄປເຮືອນນ້າ ເພື່ອໄປຂໍນອນກັບນ້າ ວັນໄດ້ໂທຫານ້າ ແລະ ນ້າກໍ່ລຸກມາໄຂປະຕູເຮືອນໃຫ້ ແລ້ວຄືນນັ້ນວັນກໍ່ໄດ້ນອນກັບນ້າທີ່ຫ້ອງນອນ ຕອນເດິກໆ ວັນກຳລັງນອນຢູ່ຮູ້ສຶກຄັນຫູຢ່າງແຮງ ລາວເລີຍລຸກຂຶ້ນມາຊອກຫາກິບດຳທີ່ໂຕະແຕ່ງໜ້າຂອງນ້ຳກໍ່ບໍ່ມີ ລາວເລີຍໄປຫາທີ່ໂຕະຮຽນໜັງສືຂອງນ້າ ລາວໄດ້ເປີດດອກໄຟໂຄມທີ່ໂຕະ ວັນຊອກເທິງໂຕະ ກໍ່ບໍ່ມີລາວເລີຍ ດຶງລິ້ນຊັກໂຕະອອກມາ ເຫັນກິບດຳອັນໜຶ່ງລາວໄດ້ເອົາມືໄປຈັບເອົາ ນອກຈາກລາວຈະເຫັນກິບດຳແລ້ວ ວັນຍັງເຫັນປື້ມບັນທຶກຫົວສີບົວ 1 ຫົວ ລາວເລີຍເກີດຄວາມຄິດຢາກເປີດປື້ມນັ້ນອ່ານຢາກຮູ້ວ່າ ໝູ້ຮັກຂອງລາວບັນທຶກເລື່ອງຫຍັງແນ່ ວັນເລີຍຖືວິສາສະລັກເປີດອ່ານທັນທີ ວັນເລີຍໄດ້ຮູ້ຄວາມລັບທີ່ ນ້າ ມີຄວາມຮູ້ສຶກພິເສດກັບສັນຈອນທັງໝົດເລີຍ ໃນບັນທຶກໄດ້ເລົ່າເຫດການປະທັບໃຈຕ່າງໆຢ່າງລະອຽດ

ພໍຮອດຮຸ່ງເຊົ້າມາ ວັນໄດ້ລົມກັບນ້າ ວັນໄດ້ເວົ້າຄວາມຈິງກັບນ້າວ່າຕົວເອງຮູ້ແລ້ວວ່າ ນ້າ ມີຄວາມຮູ້ສຶກແນວໃດກັບສັນຈອນ ທຳອິດ ນ້າ ກໍ່ຄຽດ, ຢາກຮ້າຍໃຫ້ວັນທີ່ວັນລ່ວງອ່ານບັນທຶກຂອງຕົວເອງ ແຕ່ວັນກໍ່ງໍ້ເພື່ອນຮັກຢ່າງນ້າໄດ້ສຳເລັດ ແລະ ໄດ້ເວົ້າກັບ ນ້າໄປວ່າ:

ວັນ: ນ້າເອີ້ຍ… ຖ້າເພິ່ນຮູ້ສຶກດີໆກັບສັນຈອນ ເພິ່ນຄືບໍ່ບອກລາວ

ນ້າ: ບ້າຫວະ! ເຂົາເປັນຜູ້ຍິງໃດ ເຂົາສິໄປບອກຄວາມຮູ້ສຶກໃຫ້ຜູ້ຊາຍຮູ້ກ່ອນໄດ້ແນວໃດ! ເຂົາອາຍເຂົາບໍ່ເຮັດດອກ

ວັນ: ຖອດກຽດທີ່ຄ້ຳຄໍເພິ່ນອອກໄວ້ກ່ອນກໍ່ດີໃດ໋! ຖ້າເພິ່ນຍັງຄິດແບບນີ້ມີຫັວງເພິ່ນຕ້ອງກິນແຫ້ວອີກຄັ້ງແນ່ນອນ! ຫຼາຍຄັ້ງລະຕວະ

ນ້າ: ກະແມ່ນຢູ່! ແຕ່ເຮົາເປັນຜູ້ຍິງເຮົາສິໄປຊອກບອກຮັກຜູ້ຊາຍກ່ອນມັນບໍ່ງາມນ່າວັນ ແລະ ອີກຢ່າງເບິ່ງທ່າທີທ້າວສັນຈອນລາວກໍ່ບໍ່ມີວີ່ແວວສົນໃຈເຂົາເລີຍ! ສົມມຸດເຂົາໄປບອກລາວ ບັງເອີນລາວບໍ່ໄດ້ຄິດຄືກັນກັບເຂົາ ພໍດີ! ເສຍທັງໜ້າ! ເສຍທັງຄວາມຮູ້ສຶກ! ທີ່ຮ້າຍແຮງເສຍທັງຄົນດີໆຢ່າງລາວພ້ອມ ເຂົາບໍ່ກ້າສ່ຽງດອກ

ວັນ: ຢ່າຄິດແນວນັ້ນ! ແມ່ຍິງຍຸກໃໝ່ມີສິດເທົ່າທຽມກັບຜູ້ຊາຍ! ການບອກຮັກບໍ່ແມ່ນສິ່ງທີ່ໜ້າອາຍ! ມັນເປັນການວັດໃຈໄປເລີຍ ຖ້າລາວຄິດຄືເພິ່ນກໍ່ໂຊກດີໄປ! ຖ້າລາວບໍ່ຄິດຄືເພິ້ນກໍ່ຖືວ່າມັນບໍ່ແມ່ນ ດີກ່ວາເພິ່ນສິມາເກັບຄວາມຮູ້ສຶກທໍລະມານຢູ່ຄົນດຽວ ວັດໃຈໄປໂລດນ່າ.. ແຕ່ເຂົາຄິດວ່າສັນຈອນກໍ່ຕ້ອງມີໃຈໃຫ້ເພິ່ນແນ່ແຫຼະບໍ່ຫຼາຍກໍ່ໜ້ອຍເຂົາສັງເກດເຫັນ

ນ້າ: ຫະ! ສັນຈອນຫັ່ນໃດສິມີໃຈໃຫ້ເຂົາ

ວັນ: ອື້… ເຊື່ອໝູ່ຄົນນີ້ໂລດນ່າ ເບິ່ງບໍ່ຜິດດອກ

ວັນ ໄດ້ລົມກ່ອມໃຫ້ ນ້າ ໄປສາລະພາບຮັກກັບສັນຈອນ ຈົນນ້າຕ້ອງເກັບເລື່ອງນີ້ໄປຄິດທົບທວນເປັນອາທິດ ແລະ ສຸດທ້າຍ ນ້າກໍ່ຕັດສິນໃຈສະຫຼັດແນວຄິດເກົ່າໆຖິ່ມລົ້ມເລີກເປັນສາວຫຼິ້ນຕົວແລ້ວຕັດສິນໃຈຂັບລົດໄປບອກຄວາມໃນໃຈກັບສັນຈອນໃນລະຫວ່າງການຂັບລົດໄປນ້ຳບໍ່ຄິດເຖິງຫຍັງນອກຈາກການລະບາຍຄວາມໃນໃຈຂອງຕົນເອງທີ່ເກັບງຳໄວ້ດົນນານໃຫ້ສັນຈອນໄດ້ຮັບຮູ້ ເຊິ່ງມັນເປັນເລື່ອງທີ່ທໍລະມານໃຈນ້າມາເປັນເວລາດົນ

ການເປີດເຜີຍຄວາມໃນໃຈຂອງນ້າທີ່ມີຕໍ່ສັນຈອນໃນຄັ້ງນີ້ຈະເປັນແນວໃດ ສັນຈອນຈະຕອບຮັບຮັກ ນ້າ ຫຼື ບໍ່ ຕ້ອງມາລຸ້ນກັນ ໃນຕອນ 6 (ມື້ອື່ນ)

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

 

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...