spot_img
Homeວັນນະກຳເລື່ອງເລົ່າສູ້ແລ້ວລວຍ: ເຕົ້າຮວຍຂອງແທ້ ຕີແພ່ຊີວິດຕິດລໍ້ຂອງຄອບຄົວໂຕແບບລຸງທອງຄໍາ

ສູ້ແລ້ວລວຍ: ເຕົ້າຮວຍຂອງແທ້ ຕີແພ່ຊີວິດຕິດລໍ້ຂອງຄອບຄົວໂຕແບບລຸງທອງຄໍາ

Published on

ຂໍນໍາພາບັນດາທ່ານຜູ້ອ່ານໄປຮູ້ຈັກກັບເລື່ອງລາວຊີວິດຂອງລຸງທອງຄໍາ ຂາຍເຕົ້າຮວຍ ຜູ້ມີຄວາມດຸໝັ່ນ ສູ້ຊົນ ອົດທົນ ຈົນສາມາດນໍາພາຄອບຄົວກ້າວຂວ້າມເສັ້ນທາງແຫ່ງຄວາມທຸກຍາກລໍາບາກ ຈາກຄົນຊົນນະບົດທີ່ກ້າວເຂົ້າມາຫາວຽກເຮັດງານທໍາໃນເມືອງໃຫ່ຍເພື່ອໄຂ່ວຄວ້າໂອກາດທີ່ດີມາສູ່ສະມາຊິກໃນຄອບຄົວ ດ້ວຍການຍູ້ລໍ້ຂາຍເຕົ້າຮວຍ ແລະ ນໍ້າເຕົ້າຮູ້ສູ້ຊີວິດ ເມື່ອຫຼາຍກວ່າສິບປີທີ່ຜ່ານມາ ປັດຈຸບັນ ກາຍເປັນທີ່ຮູ້ຈັກດີຂອງສັງຄົມ ເຊິ່ງໄດ້ປະສົບຜົນສໍາເລັດເປັນຢ່າງດີ ພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງ ແລະ ກາຍເປັນຄອບຄົວໂຕແບບຂອງບ້ານໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

866

ລຸງທອງຄໍາ ດົງໂຄດ ເລົ່າໃຫ້ຮູ້ວ່າ ເມື່ອກ່ອນມີອາຊີບເຮັດໄຮ່ ແລະ ຫາປາເພື່ອລ້ຽງຊີບຢູ່ແຂວງວຽງຈັນ ກໍເຫັນວ່າຊີວິດການເປັນຢູ່ຂອງຄອບຄົວບໍ່ດີຂຶ້ນ ຈິ່ງຫັນປ່ຽນຈາກອາຊີບເຮັດໄຮ່ ແລະ ໄດ້ມຸ່ງໜ້າສູ່ເມືອງໃຫ່ຍໃນປີ 1993 ໄດ້ພາເມຍ ແລະ ລູກສາມຄົນບຸກບືນຫາລ້ຽງຊີບຢ່າງລົ້ມລຸກຄຸກຄາມຢູ່ເປັນເວລາ 5 ປີໃນການລອງຜິດລອງຖືກເພື່ອຮຽນຮູ້ການເຮັດເຕົ້າຮວຍຂາຍ ດ້ວຍຄວາມດຸໝັ່ນ ຕັ້ງໃຈ ແລະ ອົດທົນ ເມື່ອການຜະລິດເຕົ້າຮວຍ ແລະ ນໍ້າເຕົ້າຮູ້ເປັນທີ່ຍອມຮັບຂອງສັງຄົມ ຈາກຄອບຄົວທີ່ທຸກຈົນ ຢູ່ເຮືອນເຊົ່າ-ເຂົ້າຊື້ ມາມື້ນີ້ ລຸງທອງຄໍາ ດົງໂຄດ ມີເຮືອນວິນລານຶ່ງຊັ້ນ 2 ຫຼັງ ມີທີ່ດິນອີກ 2 ຕອນ ແລະ ລົດກະບະຮຸນໄດ 1 ຄັນ ພ້ອມນັ້ນ ລຸງກໍຊື້ລົດໂຕໂຢຕ້າອອກຫ້າງໄດ້ອີກ 1 ຄັນ ທີ່ສໍາຄັນລູກສາມຄົນກໍໄດ້ຈົບການສຶກສາລະດັບປະລິນຍາຕີ ນີ້ຄືບົດພິສູດຊີວິດຕິດລໍ້ຂອງພໍ່ຜູ້ບືນສູ້ຍູ້ລໍ້ຂາຍເຕົ້າຮວຍ ນີ້ຄືຮູບປະທໍາທີ່ເນັ້ນຢໍ້າ ຄຸນຄ່າຂອງຄົນຢູ່ທີ່ຜົນຂອງງານ.

356

ລຸງທອງຄໍາ ດົງໂຄດ ເກີດເມື່ອປີ 1957 ຢູ່ບ້ານສັນປາຕອງ ເມື່ອງຮົ່ມ (ແຂວງວຽງຈັນໃນເມື່ອກ່ອນ ປັດຈຸບັນແມ່ນແຂວງໄຊສົມບູນ) ຕັ້ງແຕ່ເກີດໄດ້ໃຫຽ່ມາ ບັນພະບຸລຸດກໍພາຫາປາຂາຍ ແລະ ເຮັດໄຮ່ ແຕ່ກໍບໍ່ກຸ້ມກິນ ເມື່ອອາຍຸປະມານ 36 ປີ ຕອນນັ້ນ ລຸງມີຄອບຄົວ ເມຍ ແລະ ລູກ 3 ຄົນ ຍິງນຶ່ງຊາຍສອງ ເຊິ່ງລຸງກໍຕ້ອງຮັບຜິດຊອບເບິ່ງແຍງລ້ຽງດູ ການບຸກບືນຢືນສູ້ຫາລ້ຽງຊີບດ້ວຍການເຮັດໄຮ່ ແລະ ຫາປາ ບໍ່ໄດ້ນໍາມາເຊິ່ງຊີວິດທີ່ພໍພຽງ ລຸງຈິ່ງຕັດສິນໃຈພາຄອບຄົວອອກຈາກບ້ານເພື່ອສ້າງຊີວິດໃໝ່ໃນນະຄອນຫຼວງວຽງຈັນ ເມື່ອປີ 1993 ດ້ວຍການຍູ້ລໍ້ຂາຍປາມຶກຈີ່ເປັນເວລານຶ່ງປີກໍຍັງບໍ່ໄປບໍ່ມາ ຖານະກໍຍັງອຶດໆຢາກໆ ທັງເຮືອນເຊົ່າ-ເຂົ້າຊື້ ເພື່ອກິນຢູ່ສໍາລັບ 5 ຊີວິດ ຄິດແລ້ວຄືຊິໄປບໍ່ລອດລຸງວ່າ ເວລານັ້ນເຫຼືອຄໍາ 1 ບາດ ແລະ ເງິນຈໍານວນນຶ່ງ ຈິ່ງຕັດສິນໃຈໄປຂໍຮຽນສູດປຸງແຕ່ງເຕົ້າຮວຍ ແລະ ນໍ້າເຕົ້າຮູ້ ນໍາໝູ່ທີ່ລື້ງເຄີຍຕອນເຂົ້າມາຢູ່ນະຄອນຫຼວງວຽງຈັນ ແລ້ວກໍເປັນໄປຕາມການຄາດຄະເນ ການຮຽນຕ້ອງຈ່າຍຄ່າຄູຄາຍເປັນຄໍາຮູບປະພັນ 1 ບາດ ພ້ອມອາຫານ ແລະ ເຄື່ອງດື່ມຈໍານວນນຶ່ງ ຫຼັງຈາກນັ້ນ ລຸງຈິ່ງລົງມືທໍາການຜະລິດ-ປຸງແຕ່ງ ກ່ອນຈະມາເປັນມືອາຊີບກໍລອງຜິດລອງຖືກຈາກການປະຕິບັດໂຕຈິງເປັນເວລາ 5 ປີ (1994-1999) ການເຮັດແທ້ແແກ້ມືເພື່ອຄົ້ນຫາສູດປຸງແຕ່ງເຕົ້າຮວຍ ແລະ ນໍ້າເຕົ້າຮູ້ດ້ວຍຄວາມມຸ່ງໝັ້ນ ແລະ ອົດທົນຈົນສໍາເລັດ ມາມື້ນີ້ ລຸງທອງຄໍາ ໄດ້ສໍາຜັດກັບລາງວັນແຫ່ງຄວາມບຸກບືນ ຈາກການຍູ້ລໍ້ຂາຍເຕົ້າຮວຍ ແລະ ນໍ້າເຕົ້າຮູ້ ສູດສໍາເລັດ ແຕ່ປີ 1999 ຮອດປີ 2005 ລຸງສາມາດທ້ອນເງິນຊື້ດິນຕອນທໍາອິດຢູ່ໜ່ວຍ 1 ບ້ານໂພນພະເນົາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນອີກ 2 ປີ ລຸງກໍຊື້ທີ່ດິນໄດ້ອີກນຶ່ງຕອນຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ແຕ່ລະຕອນເນື້ອທີ່ປະມານນຶ່ງໄລ່) ແລະ ໃນປີ 2008 (ເວລານັ້ນຍັງຢູ່ຕູບໝາຫອນທີ່ປຸກຢູ່ດິນຂອງຕົນເອງ) ຄອບຄົວຂອງລຸງ ກໍໄດ້ຮັບການຄັດເລືອກຈາກອໍານາດການປົກຄອງບ້ານໂພນພະເນົາ ໃຫ້ເປັນຄອບຄົວໂຕແບບດ້ານວັດທະນະທໍາ ຈາກຄວາມສໍາເລັດຂອງລູກທັງສາມຄົນທີ່ຜູ້ເປັນພໍ່ໄດ້ສົ່ງຮຽນຈົນຈົບການສຶກສາລະດັບປະລິນຍາຕີ ແລະ ບໍ່ເຄີຍມີປະຫວັດການດໍາລົງຊີວິດຕິດພັນກັບເລື່ອງຜິດກົດໝາຍ ເຊິ່ງໃນປີນັ້ນເອງ ລຸງຍັງສາມາດຊື້ລົດກະບະຮຸນໄດ ເພື່ອຂະຫຽາຍກິດຈະການທີ່ມີແຕ່ລໍ້ຍູ້ຂາຍ 2 ລໍ້ ເພື່ອເພີ່ມບໍລິການ ນໍ້າເຕົ້າຮູ້ ເຕົ້າຮວຍໃນງານຕ່າງໆເຊັ່ນ ເຮືອນດີ ເຮືອນບຸນ ງານວັນເກີດ ງານສະຫຼອງອື່ນໆ ນອກຈາກເຕົ້າຮວຍ-ນໍ້າເຕົ້າຮູ້ທີ່ເປັນເຄື່ອງດື່ມຂຶ້ນຊື່ຂອງລຸງທອງຄໍາແລ້ວ ກໍຍັງຮັບລາຍການເພີ່ມເຊັ່ນ ນໍ້າຫົວບົວ ນໍ້າໝໍນ້ອຍ ນໍ້າສົ້ມພໍດີ (ກະຈ໋ຽບ) ແລະ ອີກຫຼາຍໆລາຍການຕາມລູກຄ້າຜູ້ຈັດງານສັ່ງ ມາເຖິງວັນນີ້ ເຕົ້າຮວຍຂອງແທ້ ໂດຍສີມືຜະລິດ-ປຸງແຕ່ງຂອງລຸງທອງຄໍາ ໄດ້ເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ ເຊິ່ງປັດຈຸບັນມີຂາຍຢູ່ໜ້າຕະຫຼາດໂພນເຄັງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ຈາກໝາກຜົນດັ່ງກ່າວ ມາຮອດປີ 2011 ລຸງທອງຄໍາ ໄດ້ສໍາເລັດການປຸກເຮືອນວິນລານຶ່ງຊັ້ນ 2 ຫຼັງ ( 1 ຫຼັງເປັນເຮືອນຢູ່ ແລະ ຮັບແຂກ) ອີກນຶ່ງຫຼັງເປັນບ່ອນທໍາການຜະລິດ-ປຸງແຕ່ງ ແລະ ພັກເຊົາຂອງແຮງງານ ແລະ ໃນປີ 2013 ລຸງທອງຄໍາ ໄດ້ໃຫ້ລາງວັນກັບຊີວິດດ້ວຍການຊື້ລົດກະບະໂຕໂຢຕ້າວີໂກ້ໃໝ່ອ່ຽມອອກຫ້າງ 1 ຄັນ ແຕ່ຊັບສິນທັງໝົດນັ້ນຍັງບໍ່ສໍາຄັນເທົ່າປະກາສະນິຍະບັດລະດັບປະລິນຍາຕີທີ່ລູກທັງສາມຄົນໄດ້ຈາກການສູ້ຊົນຮໍ່າຮຽນຢ່າງຕັ້ງໜ້າ ໂດຍໄດ້ຮັບທຶນການສຶກສາຈາກສອງຂາສອງມືຂອງພໍ່ ແລະ ແມ່ ທີ່ຍູ້ລໍ້ຂາຍເຕົ້າຮວຍ.

ລຸງທອງຄໍາ ເນັ້ນຢໍ້າໃຫ້ຮູ້ວ່າ ລຸງບໍ່ໄດ້ເປັນພຽງຄົນສູ້ຊີວິດເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ແກ່ຄອບຄົວດີຂຶ້ນ ແຕ່ຍັງໄດ້ສິດສອນສູດວິທີປຸງແຕ່ງເຕົ້າຮວຍ ແລະ ນໍ້າເຕົ້າຮູ້ໃຫ້ອີກຫຼາຍໆຄົນທີ່ມຸ່ງໝັ້ນຕັ້ງໃຈ ດຸໝັ່ນທໍາມາຫາກິນ ຈາກປະສົບການທີ່ລຸງມີກໍໄດ້ຕີແພ່ສູ່ອີກຫຼາຍໆຄອບຄົວ ທັງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ ລຸງບໍ່ຂີ້ຖີ່ຄວາມຮູ້ ລຸງພ້ອມສະເໝີທີ່ຈະຊ່ອຍສານຝັນໃຫ້ຫຼາຍໆຄົນປະສົບຜົນສໍາເລັດຈາກການຫາລ້ຽງຊີບ ດ້ວຍການເຮັດເຕົ້າຮວຍ ແລະ ເຕົ້າຮູ້ຂາຍ ຂໍພຽງກໍາລັງກາຍ ແລະ ກໍາລັງໃຈມີພ້ອມ ຂໍພຽງດຸໝັ່ນ ຂະຫຽັນພຽນ ຮູ້ປະຢັດມັດທະຍັດ ຮູ້ປະເມີນລາຍຮັບ-ລາຍຈ່າຍ ບໍ່ອາຍທີ່ຈະທໍາມາຫາກິນດ້ວຍຄວາມບໍລິສຸດ-ຊື່ສັດ ແລ້ວມື້ນຶ່ງຂ້າງໜ້າຈະໄດ້ດີ ນີ້ລະຊີວິດຂອງຄົນຍູ້ລໍ້ຂາຍເຕົ້າຮວຍ ແລະ ນໍ້າເຕົ້າຮູ້ ນີ້ລະ ລາງວັນຂອງຄົນສູ້ຊີວິດຫາລ້ຽງຊີບຢ່າງຖືກກົດໝາຍ.

ໂດຍ: ສ.ບົວພາ

ທີ່ມາຈາກ: ສຳນັກຂ່າວ ເອບີຊີ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...