spot_img
Homeວັນນະກຳເລື່ອງສັ້ນຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 4

ຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 4

Published on

ອ່ານຕໍ່ຈາກມື້ວານນີ້

ແລ້ວທັງຫົກຄົນກໍ່ມາຮອດວັງວຽງດິນແດນແຫ່ງກຸ້ຍຫຼິນເມືອງລາວ ພວກເຂົາໄດ້ພາກກັນເຂົ້າພັກຜ່ອນທີ່ບ້ານພັກໃກ້ແຄມນ້ຳຊອງ ປະມານ 3 ຄືນ ພວກເຂົາໄດ້ເຊົ່າຫ້ອງພັກສອງຫ້ອງ ສາມສາວນອນນຳກັນ ແລະ ສາມໜຸ່ມນອນນຳກັນ ເທື່ອໄດ້ຫ້ອງ ແລະ ກະແຈຫ້ອງຈາກພະນັກງານຕ້ອນຮັບຂອງບ້ານພັກແລ້ວ ພວກເຂົາກໍ່ແຈກຢາຍອອກເປັນສອງກຸ່ມພາກກັນເອົາເຄື່ອງນຸ່ງເຂົ້າໄປມ້ຽນ ເມື່ອມ້ຽນແລ້ວກໍ່ພາກັນອອກໄປຍ່າງເລາະຫຼິ້ນເບິ່ງທິວທັດຄວາມສວຍງາມໃນຕົວເມືອງວັງວຽງ ແລະ ພາກັນຖ່າຍຮູບຢູ່ຈຸດນັ້ນຈຸດນີ້ ໂດຍ ສັນຈອນເປັນຊ່າງກ້ອງມືດີໃນກຸ່ມ ເມື່ອຕະເວັນລັບຂອບຟ້າພວກເຂົາກໍ່ພາກັນໄປກິນເຂົ້າທີ່ຮ້ານອາຫານແຄມນ້ຳ ອາຫານແຊບບັນຍາກາດສວຍງາມທ່າມກາງສາຍລົມພັດຜ່ານເຢັນໆ ຊ່າງເປັນເວລາທີ່ມີຄວາມສຸກທີ່ສຸດ ໂດຍສະເພາະຄົນທີ່ມີຄູ່ມານຳ ພວກເຂົາທັງກິນເຂົ້າ ແລະ ລົມກັນຢ່າງມ່ວນຊື່ນ ພ້ອມທັງວາງແຜນການທ່ຽວໃນມື້ອື່ນແລະມື້ຕໍ່ໄປ

ຫຼັງຈາກກິນເຂົ້າແລ້ວ ພວກເຂົາທັງຫົກກໍ່ພາກກັນຍ່າງກັນທີ່ພັກ ເມື່ອໄປຮອດທີ່ພັກພວກເຂົາກໍ່ພາກັນອາບນ້ຳ ແລະ ປ່ຽນຊຸດນອນ ຈາກນັ້ນກໍ່ພາກກັນອອກມານັ່ງລົມກັນຢູ່ນອກ ນິງ ນັ້ງລົມກັບສັກດາແຟນຂອງລາວ, ວັນກໍ່ນັ່ງລົມກັບ ວັນໄຊ ແຟນຂອງລາວ ສ່ວນ ນ້າ ນັ່ງທີ່ຕັ່ງຊິງຊ້າໂດຍລຳພັງ ເພາະບໍ່ມີຄູ່ຄືຄົນອື່ນ ນ້າ ໄດ້ແຕ່ນັ່ງເຫງົາແນມເບິ່ງເຂົາຈູຈີກັນ ດ້ວຍຄວາມນ້ອຍໃຈທີ່ຕົນເອງຢູ່ຄົນດຽວ ນ້າ ໄດ້ຄິດເຖິງອະດີດທີ່ເຄີຍມີຄົນມາສົນໃຈລາວ ຄົນແລ້ວຄົນເລົ່າແຕ່ ນ້າ ກໍ່ບໍ່ເຄີຍຮັບໃຜເຂົ້າມາໃນຊີວິດງ່າຍໆ ບາງຄົນທີ່ເຂົ້າມາໃນຊີວິດນ້າກໍ່ພຽງຫວັງແຕ່ເລື່ອງແບບນັ້ນ ເຊິ່ງນ້າກໍ່ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາເຫຼົ່ານັ້ນໄດ້ ແລ້ວຄົນທີ່ເຄີຍມາພົວພັນກັບ ນ້າກໍ່ຄ່ອຍໆຫາຍໄປຈາກຊີວິດເທື່ອລະຄົນ ຈົນຕອນນີ້ລາວບໍ່ເຫຼືອໃຜເລີຍ

ໃນຂະນະທີ່ ນ້າ ກຳລັງນັ່ງໜ້າເສົ້າ ນ້ຳຕາຊຶມ ຄົນດຽວຢູ່ນັ້ນ ສັນຈອນກໍ່ໄດ້ມາຢືນຢູ່ທາງຫຼັງນ້ຳ ແລະ ຖາມນ້ຳວ່າ:

ສັນຈອນ: ມານັ່ງຕາກໝອກຄົນດຽວຢູ່ນີ້ອາກາດໜາວໆບໍ່ຢ້ານເປັນຫວັດຫວາ

ເມື່ອ ນ້າ ໄດ້ຍິນສຽງສັນຈອນ ກໍ່ຟ້າວເອົາມືເບື້ອງຊ້າຍຂຶ້ນມາເຊັດນ້ຳຕາທີ່ກຳລັງຊຶມ ນ້າໄດ້ລຸກຂຶ້ນຢືນ ແລະ ຕອບສັນຈອນວ່າ: ເຂົາກຳລັງສິໄປນອນແລ້ວ! ເມື່ອເວົ້າສຸດ ນ້າກໍ່ຍ່າງກົ່ມໜ້າຈະກັບຫ້ອງ ລາວໄດ້ຍ່າງສວນສັນຈອນໄປໃນໄລຍະພຽງຄືບ ສັນຈອນ ໄດ້ເອົາມື້ຈັບແຂນ ນ້າ ໄວ້ ນ້າ ຢຸດນິ້ງ ແລ້ວ ຫັນໜ້າມາເບິ່ງສັນຈອນດ້ວຍສີໜ້າສົງໃສ ສັນຈອນ ໄດ້ເວົ້າກັບ ນ້າ ວ່າ: ຍັງບໍ່ທັນເດິກ! ຟ້າວນອນແທ້ ນັ່ງຫຼິ້ນນຳກັນກ່ອນໄດ້ບໍ່?

ນ້າ ເຮັດຕາໃຫຍ່ຂຶ້ນ ດ້ວຍຄວາມສະເງີ້ ເພາະບໍ່ເຄີຍຄິດວ່າຈະມີໂອກາດໄດ້ນັ່ງລົມກັບສັນຈອນແບບສອງຕໍ່ສອງ ຫົວໃຈ ນ້າ ເຕັ້ນຕັກໆ ຈາກນັ້ນ ພວກເຂົາກໍ່ນັ່ງລົມກັນທີ່ຊິງຊ້າ ພວກເຂົາໄດ້ສົນທະນາກັນເລື່ອງຊີວິດ ແລະ ຫຼາຍໆເລື່ອງ ແຕ່ສ່ວນຫຼາຍຈະເປັນ ນ້າທີ່ເປັນຄົນເລົ່າເລື່ອງນັ້ນເລື່ອງນີ້ດ້ວຍສີໜ້າຍິ້ມແຍ້ມມີຄວາມສຸກ ສ່ວນ ສັນຈອນກໍ່ເປັນຜູ້ຟັງທີ່ດີ ທັງຟັງທັງຍິ້ມ ບາງຄັ້ງພວກເຂົາກໍ່ບາງກັນຫົວ ເມື່ອເວລາເວົ້າຮອດເລື່ອງທີ່ຕະລົກ ພວກເຂົາລົມກັນຈົນລືມເບິ່ງໂມງພໍມາເບິ່ງໂມງອີກເທື່ອກໍ່ກາຍໄປຮອດ 23:15ໂມງແລ້ວ ສັນຈອນໄດ້ເວົ້າກັບນ້າວ່າ: 11ໂມງແລ້ວ ເດິກແລ້ວ ໄປນອນເນາະ ມື້ອື່ນເຮົາຍັງຕ້ອງຕື່ນແຕ່ເຊົ້າໄປທ່ຽວຢູ່, ໃນໃຈ ນ້າ ຮູ້ສຶກເສຍດາຍກຳລັງລົມກັບສັນຈອນມ່ວນໆຈົນບໍ່ຢາກໃຫ້ຄືນນີ້ຜ່ານໄປເລີຍແຕ່ກໍ່ຕ້ອງທຳໃຈເອີ່ຍຄຳວ່າ: ຝັນດີ! ແລ້ວທຸກຄົນກໍ່ກັບເຂົ້າຫ້ອງນອນ, ໃນຂະນະທີ່ວັນ ແລະ ນິງນອນລັບ ແຕ່ ນ້າ ພັດນອນບໍ່ລັບ ລາວຄິດ ແລະ ຍິ້ມດ້ວຍຫົວໃຈອັນເບີກບານກ່ອນທີ່ຈະພະຍາຍາມຂົ່ມຕາຕົວເອງໃຫ້ລັບ.

ເຊົ້າວັນຕໍ່ມາທີ່ຂົວຂ້າມນ້ຳ ພວກເຂົາໄດ້ໄປຖ່າຍຮູບຫຼິ້ນທີ່ຂົວໄມ້ຂ້າມນ້ຳຊອງໃນຕອນເຊົ້າຊົມວີວທີວທັດ ແລະ ອາກາດດີໆກ່ອນທີ່ຈະໄປພາຍເຮືອຕາມສາຍນ້ຳຊອງ ກໍ່ເປັນໄປຕາມທຳນຽມທີ່ຄົນມີຄູ່ຕ້ອງນັ່ງເຮືອລຳດຽວກັນສ່ວນຄົນຢ່າງສັນຈອນ ແລະ ນ້າກໍ່ຕ້ອງພາຍເຮືອລຳດຽວກັນ ສັນຈອນເປັນຄົນພາຍ ສ່ວນ ນ້າ ເປັນຄົນນັ່ງ ແລະ ຖ່າຍຮູບ ທຸກຄົນມີຄວາມສຸກມ່ວນຢ່າງບອກບໍ່ຖືກ ພວກເຂົາໄດ້ຫຼິ້ນຈົນຮອດ 6 ໂມງແລງກ່ອນຈະຂຶ້ນໄປທີ່ພັກເພື່ອອາບນ້ຳ, ປ່ຽນເຄື່ອງ, ກິນເຂົ້າ ແລະ ນັ່ງລົມກັນ ເຊິ່ງມັນເປັນວັນທີມີຄວາມສຸກອີກວັນໜຶ່ງ

ວັນທີສອງຂອງການໄປທ່ຽວ ພວກເຂົາໄດ້ຂັບລົດໄປຫຼິ້ນນ້ຳທີ່ ບູລລາກຸນ ເຊິ່ງເປັນບ່ອນທີ່ນັກທ່ອງທ່ຽວມັກໄປໂດດນ້ຳ ແລະ ຂີ່ສະລິງເພື່ອຊົມວິວ ໃນການຫຼິ້ນນ້ຳທຸກຄົນໄດ້ໂຫນເຊືອກລົງນ້ຳ ຫຼິ້ນນ້ຳຢ່າງມ່ວນຊື່ນ ມີແຕ່ນ້າຜູ້ດຽວທີ່ນັ່ງງອຍຢູ່ຝັ່ງບໍ່ລົງນ້ຳນເຳເຂົາ ເພາະລາວລອຍນ້ຳບໍ່ເປັນ ວັນໄຊ ແຟນຂອງວັນລອຍນ້ຳມາຊວນນ້າທີ່ຝັ່ງເພື່ອໃຫ້ລົງໄປລອຍນ້ຳຫຼິ້ນນຳກັນ ແຕ່ນ້າກໍ່ບໍ່ລົງ ທັງຫ້າຄົນຫຼິ້ນນ້ຳຢ່າງມ່ວນຊື່ນ ນິງ ແລະ ວັນ ລອຍມາໃກ້ນ້າ ແລະ ວິດນ້ຳໃສ່ນ້າ ຈາກນັ້ນກໍ່ລອຍໄປກາງນ້ຳ ນ້າເບິ່ງສະເງີສະເງໃນໃຈຢາກລົງໄປລອຍຄືໝູ່ຄົງຈະມີຄວາມສຸກດີ ແຕ່ກໍ່ໄດ້ແຕ່ຄິດບຶດໜຶ່ງ ສັນຈອນກໍ່ລອຍມາໃກ້ນ້າ ແລະ ຖາມນ້າວ່າ: ບໍ່ມາລອຍນ້ຳນຳກັນຫວາມ່ວນໃດ໋

ນ້າຕອບ: ຢາກຢູ່ແຕ່ເຂົາລອຍນ້ຳບໍ່ເປັນ

ສັນຈອນ: ສິລອຍບໍ່! ດຽວເຂົາສິສອນໃຫ້

ນ້າ: ແທ້ຫວະ!

ສັນຈອນ: ແທ້! ແລ້ວສັນຈອນກໍ່ຍື່ນມືໄປຈັບມືນ້າ

ນ້າຄ່ອຍໆລົງນ້ຳ ສັນຈອນໄດ້ຈັບມືນ້າທັງສອງເບື້ອງ ສັນຈອນໄດ້ສອນນ້າລອຍນ້ຳ ດ້ວຍຄວາມມ່ວນຊື່ນ ໝູ່ທີ່ໄປນຳເຂົາກໍ່ມາວິດນ້ຳໃສ່ ນ້າກໍ່ເອົາແຂນຂວາກອດຄໍສັນຈອນ ແລະ ເອົາມືຊ້າຍວິດນ້ຳໃສ່ພວກນິງ, ວັນ ແລະ ແຟນຂອງພວກເຂົາຊ່ວຍສັນຈອນພວກເຂົາວິດນ້ຳໃສ່ກັນຢ່າງມີຄວາມສຸກ…

ເລື່ອງລາວໃກ້ຈະຮອດຕອນເປີດເຜີຍຄວາມໃນໃຈຂອງສັນຈອນ ແລະ ນ້າແລ້ວ ຢ່າລືມຕິດຕາມຕອນ 5 ຮັບຮອງວ່າ ມ່ວນເຂັ້ມຂຸ້ນຂຶ້ນເລື່ອຍໆ ຢ່າລືມຕິດຕາມກັນເດີ້

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

 

 

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...