spot_img
Homeຂ່າວການສຶກສາCall for Application: Brunei- U.S. English Language Enrichment ປິດຮັບສະມັກ ວັນທີ 28/4/2016 !

Call for Application: Brunei- U.S. English Language Enrichment ປິດຮັບສະມັກ ວັນທີ 28/4/2016 !

Published on

 

Call for Application: Brunei- U.S. English Language Enrichment
ປິດຮັບສະມັກ ວັນທີ 28/4/2016 !

ສໍາຫຼັບບັນດາປະເທດຢູ່ອາຊຽນ ປະກາດແຈ້ງການສະມັກທຶນ ການໄປຝຶກອົບຮົມຢູ່ປະເທດບຣູໄນ ແລະ ຣາວາຍ ປະເທດອາເມລິກາ ເປັນເວລາ 11 ອາທິດ . ລາຍລະອຽດ ການສະມັກ ອ່ານໄດ້ຂ້າງລຸ່ມນີ້.

ໂຄງການເພີ່ມທັກສະພາສາອັງກິດບຣູໄນ-ອາເມລິກາສຳລັບອາຊຽນເປີດຮັບສະຫມັກແລ້ວ. ໂຄງການນີ້ຈະດຳເນີນເປັນເວລາ 11 ອາທິດ ນັບຕັ້ງແຕ່ ທີ 5 ກັນຍາ ຫາ ທີ 19 ພະຈິກ 2016 ນີ້, ຄູອາຈານສອນພາສາອັງກິດ ແລະ ພະນັກງານລັດຖະກອນ ແລະ ນັກການທູດຈາກ 10 ປະເທດອາຊຽນ ຈະໄດ້ເສີມທັກສະການສື່ສານໂດຍໃຊ້ພະສາອັງກິດ ໂດຍການເຂົ້າສຶກສາທີ່ ມະຫາວິທະຍາໄລບຣູໄນດາຣຸສສະລຳ ເປັນເວລາ 7 ອາທິດ ແລະ ອີກ 4 ອາທິດ ແມ່ນຢູ່ທີ່ ສູນ East-West ທີ່ເມືອງ ຮໍນໍລູລູ.

ນອກຈາກການພັດທະນາທັກສະທາງດ້ານພາສາແລ້ວ, ຜູ້ເຂົ້າຮ່ວມຍັງຈະໄດ້ແລກປ່ຽນກັນທາງດ້ານວັດທະນະທຳ ແລະ ສ້າງຄວາມສຳພັນ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ ລະຫວ່າງຄົນໃນອາຊຽນ.

ຜູ້ສະໝັກຈະຕ້ອງຈົບການສຶກສາລະດັບປະລິນຍາຕີ, ເຮັດວຽກມາກ່ອນ 5 ປີ ແລະ ສາມາດນຳໃຊ້ພາສາອັງກິດໃນລະດັບທີ່ເໝາະສົມຕາມເອກະສານກ່ຽວກັບທຶນທີ່ http://bit.ly/1S7otOg.

ສະໝັກໂດຍສົ່ງຟອມໄປທີ່ສະຖານທູດບຣູໄນກ່ອນວັນທີ 28 ເມສານີ້ ພ້ອມດ້ວຍເອກະສານຢັ້ງຢືນໂດຍລັດຖະບານ.
ດາວໂຫລດຟອມທີ່: http://bit.ly/22owOp8
ອ່ານເພີ່ມທີ່: http://1.usa.gov/1R2VR

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...