Homeຂ່າວການພັດທະນາທົບທວນຂ່າວປີຜ່ານມາ

ທົບທວນຂ່າວປີຜ່ານມາ

Published on

ໃນອານາຄົດໄກ້ໆນີ້ ສປປ ລາວ ເຮົາອາດຈະໄດ້ມີເສັ້ນທາງດ່ວນ (Highway) ໃຫ້ປະຊາຊົນລາວ ໄດ້ນຳໃຊ້, ເຊິ່ງໃນວັນທີ 19 ພຶດສະພາ 2015 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ກັບກຸ່ມບໍລິສັດວິສະວະກຳກໍ່ສ້າງແຂວງຢູນນານ (ສປ ຈີນ) ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງເສັ້ນທາງດ່ວນ ແຕ່ນະຄອນຫລວງວຽງຈັນ ຫາ ປາກເຊ ແຂວງຈຳປາສັກ. ນອກນັ້ນ, ຍັງມີໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນການຊຸກຍູ້ສົ່ງເສີມການລົງທຶນ ລະຫວ່າງກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ (ສປປ ລາວ) ແລະ ພະແນກການຄ້າແຂວງຫູນນານ (ສປ ຈີນ) ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຮ່ວມກັນ. ກ່ອນໜ້ານີ້ ຍັງໄດ້ມີການເຊັນ MOU ກັບຝ່າຍຈີນ ໃນການສຶກສາຄວາມເປັນໄປໄດ້ຂອໂຄງການກໍ່ສ້າງເສັ້ນທາງດ່ວນ ຫລື ທາງໄຮເວ ບໍ່ເັຕ່ນ-ບໍ່ຫານ ຫາ ວຽງຈັນ ແລະ ບໍ່ເຕັນ-ບໍ່ຫານ ຫາ ຫ້ວຍຊາຍ.

ພ້ອມຍັງໄດ້ມີການສຶກສາຄວາມເປັນໄປໄດ້ໃນໂຄງການເສັ້ນທາງດ່ວນໃນຮູບແບບຂອງການຮ່ວມລົງທຶນຂອງພາກລັດ ແລະ ພາກເອກະຊົນ (Public Private Partnerships – PPP) ຂອງກະຊວງ ຍທຂ ເສັ້ນທາງ 13 ເໜືອ 7 (ສີເກີດ ຫາ ໂພນໂຮງ) ແລະ 13 ໃຕ້ (ດອນໜູນ ຫາ ປາກງື່ມ) ຊຶ່ງ ຫາກໂຄງການດັ່ງກ່າວ ຫາກມີຜົນສຳເລັດ ນັ້ນກໍຈະຊ່ວຍໃຫ້ ສປປ ລາວ ເຮົາມີທ່າແຮງຫລາຍຂື້ນ ບໍ່ວ່າຈະເປັນທາງດ້ານການຄ້າ-ການລົງທຶນ, ການຂົນສົ່ງ, ໂລຈິສຕິກ ແລະ ເຮັດໃຫ້ ສ ປປ ລາວ ເປັນຈຸດໃຈການເຊື່ອມໂຍງກັບບັນດາປະເທດເພື່ອນບ້ານ ຕາມນະໂຍບາຍຂອງພັກ ແລະ ລັດວ່າງໄວ້ ຈາກປະເທດທີ່ບໍ່ມີພົມແດນຕິດກັບທະເລ ແຕ່ເປັນປະເທດເຊື່ອມໂຍງ (land lock to land rink).

ທີ່ມາ:InvestLao ແລະ Laos News Update

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...