spot_img
Homeຂ່າວທ້ອງຖິ່ນຜູ້ຖືກເຄາະຮ້າຍຈາກໄຟໄໝ້ເຮືອນຢູ່ບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບເຄື່ອງບັນເທົາທຸກ

ຜູ້ຖືກເຄາະຮ້າຍຈາກໄຟໄໝ້ເຮືອນຢູ່ບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຮັບເຄື່ອງບັນເທົາທຸກ

Published on

ໃນຕອນເຊົ້າຂອງວັນທີ 20 ເມສາ 2016 ຢູ່ທີ່ຫ້ອງວ່າການປົກຄອງເມືອງຫົງສາ ແຂວງໄຊຍະບູລີ ທ່ານ ສຸວັດ ພົມສຸວັນ ຜູ້ວ່າຣາຊະການແຂວງນ່ານ ປະເທດໄທ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງຊ່ອຍເຫຼືອບັນເທົາທຸກ ໄປມອບໃຫ້ຄອບຄົວປະຊາຊົນຜູ້ທີ່ຖືກເຄາະຮ້າຍຈາກໄຟໄໝ້ເຮືອນ ຢູ່ບ້ານຫ້ວຍຈ້ວງ ເມືອງຫົງສາ ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ ມີທ່ານ ຄຳເພັດ ພົມມະລາດ ວ່າການເຈົ້າເມືອງໆຫົງສາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ເຄື່ອງນຸ່ງຫົ່ມ ເຄື່ອງນອນ ເຄື່ອງອຸປະໂພກ-ບໍລິໂພກ ສັງກະສີ ພ້ອມດ້ວຍເງິນສົດຈຳນວນນຶ່ງ ຮວມມູນຄ່າທັງໝົດ 24 ລ້ານກວ່າກີບ ເຊິ່ງໃຫ້ກຽດຮັບໂດຍທ່ານ ຄຳເພັດ ພົມມະລາດ ວ່າການເຈົ້າເມືອງໆຫົງສາ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບເຄາະຮ້າຍຈາກອັກຄີໄພດັ່ງກ່າວ ໂດຍເຫດການໄຟໄໝ້ເຮືອນຂອງປະຊາຊົນບ້ານຫ້ວຍຈ້ວງ ເມືອງຫົງສາ ແມ່ນໄດ້ເກີດຂື້ນໃນຄໍ່າຄືນຂອງວັນທີ 06 ເມສາ 2016 ທີ່ຜ່ານມາ ເຫດການດັ່ງກ່າວນີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຂອງປະຊາຊົນຈຳນວນ 27 ຄອບຄົວ ຈຳນວນພົນ 142 ຄົນ ຍິງ 66 ຄົນ ຮວມມູນຄ່າເສຍຫາຍທັງໝົດເກືອບ 2 ຕື້ກີບ ນັບແຕ່ເກີດເຫດການນີ້ຂື້ນ ຄະນະພັກ ອຳນາດການປົກຄອງແຂວງໄຊຍະບູລີ ກໍຄືອຳນາດການປົກຄອງເມືອງຫົງສາ ໄດ້ສຸມໃສ່ແກ້ໄຂສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບເຄາະຮ້າຍໃຫ້ດີຂຶ້ນ ໃນເບື້ອງຕົ້ນ ກໍມີຫຼາຍພາກສ່ວນທີ່ໃຫ້ການຊ່ອຍເຫຼືອບັນເທົາທຸກ ແຕ່ຖ້າທຽບໃສ່ຜົນເສຍຫາຍໂຕຈິງແລ້ວ ແມ່ນຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ຄວາມຈຳເປັນທີ່ຈະນຳໃຊ້ເຂົ້າໃນການປັບປຸງປົວແປງ ບ່ອນພັກອາໄສ ແລະ ການດຳລົງຊີວິດຂອງປະຊາຊົນຜູ້ໄດ້ຮັບເຄາະຮ້າຍ ເຖິງຢ່າງໃດກໍຕາມ ຄະນະພັກທຸກຂັ້ນ ແມ່ນຈະຕ້ອງໄດ້ສືບຕໍ່ປຸກລະດົມທຸກພາກສ່ວນໃນສັງຄົມ ເພື່ອນຳຄວາມຊ່ວຍເຫຼືອມາໃຫ້ປະຊາຊົນຜູ້ປະສົບໄພ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

 

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...