Homeຂ່າວພາຍ​ໃນປິດກອງປະຊຸມສະພາແຫ່ງຊາດ ພ້ອມຮັບຮອງວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII

ປິດກອງປະຊຸມສະພາແຫ່ງຊາດ ພ້ອມຮັບຮອງວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII

Published on

ປິດກອງປະຊຸມສະພາແຫ່ງຊາດ ພ້ອມຮັບຮອງວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII

ໃນຕອນບ່າຍວັນສຸກທີ 22 ເມສາ 2016 ໄດ້ມີພິທີປິດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ດຣ.ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ; ມີບັນດາຜູ້ນຳຂັ້ນສູງພັກ – ລັດ, ອະດິດການນຳຂັ້ນສູງ,ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

666

ທ່ານ ປະທານກອງປະຊຸມໄດ້ກ່າວປິດກອງວ່າ: ກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນແຕ່ວັນທີ 20ຢ່າງເຄັ່ງຮ້ອນ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິໄປໄຕ, ຕະຫຼອດໄລຍະເວລາ ດຳເນີນກອງປະຊຸມ 3 ວັນຜ່ານມາ ສະມາຊິກສະພາແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມທຸກສະຕິປັນຍາຄົ້ນຄວ້າ ພິຈາລະນາ ແລະ ຕົກລົງຮັບຮອງເອົາບັນຫາສຳຄັນຂອງຊາດ ດ້ວຍຄວາມເປັນເອກະພາບສູງ ຄື: ກອງປະຊຸມໄດ້ຮັບຟັງການລາຍງານຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີVIII ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫຼວງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດຊຸດທີ VIII; ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ຊຸດທີ VIII; ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງປະທານປະເທດ ແຫ່ງ ສປປ ລາວ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ບັນດາຮອງປະທານສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ.
ກອງປະຊຸມໄດ້ ໄດ້ຮັບຮອງການແຕ່ງຕັ້ງປະທານ, ຮອງປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດຊຸດທີ VIII , ຮັບຮອງໂຄງປະກອບກົງຈັກຂອງລັດຖະບານ ແລະ ສະມາຊິກລັດຖະບານຊຸດໃໝ່ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ; ພ້ອມດຽວກັນເລືອກຕັ້ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະທານສານປະຊາຊົນສູງສຸດ ຖືກຕ້ອງຕາມຂັ້ນຕອນ ຂອງກົດໝາຍ ຮັບປະກັນມາດຕະຖານເງື່ອນໄຂ ແລະ ສອດຄ່ອງກັບຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນບັນດາເຜົ່າ; ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII(2016 – 2020), ແຜນງົບປະມານແຫ່ງລັດ 5ປີ (2016 – 2020); ພິຈາລະນາ ແລະ ຮັບຮອງບົດລາຍງານຂອງສະພາແຫ່ງຊາດກ່ຽວກັບວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ທິດທາງແຜນການ 5 ປີຂອງສະພາແຫ່ງຊາດຊຸດທີ VIII(2016 – 2020), ແຜນການສ້າງ ແລະ ປັບປຸງກົດໝາຍ 5ປີ ຂອງສະພາແຫ່ງຊາດຊຸດທີ VIII (2016 – 2020).

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...