spot_img
Homeຂ່າວຕ່າງປະເທດຫວຽດນາມເລັ່ງຫາສາເຫດ ປາຕາຍຄ້າງຊາຍຫາດ ທາງພາກກາງຂອງປະເທດ ຈຳນວນມະຫາສານ!

ຫວຽດນາມເລັ່ງຫາສາເຫດ ປາຕາຍຄ້າງຊາຍຫາດ ທາງພາກກາງຂອງປະເທດ ຈຳນວນມະຫາສານ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ເມສານີ້ວ່າ ທາງການຫວຽດນາມ ກຳລັງເລັ່ງສືບສວນຫາສາເຫດ ກ່ຽວກັບປະກົດການປາຈຳນວນມະຫາສານ ຢູ່ເຂດຕາມແນວຊາຍຝັ່ງທາງພາກກາງຂອງປະເທດ ຕາຍ ແລະ ຖືກຄື້ນນ້ຳຊັດຂຶ້ນມາຄ້າງຕາມຊາຍຫາດ ໃນບໍ່ພໍເທົ່າໃດວັນຜ່ານມານີ້ ໂດຍປາຈຳນວນຫລາຍໂຕນ ເປັນສາຍພັນທີ່ຫາຍາກ, ອາໄສຢູ່ໄກຈາກຊາຍຝັ່ງ ແລະ ຢູ່ໃນນ້ຳເລິກ ຊຶ່ງພົບເຫັນຕາຍຄ້າງຊາຍຫາດ ແຂວງຮ່າຕິງ, ກວາງຈິ, ກວາງບິງ ແລະ ເທິທຽນເຫວ້.

ຊາວປະມົງຫວຽດນາມໃນທ້ອງຖິ່ນໃຫ້ຮູ້ວ່າ ພວກເຂົາບໍ່ເຄີຍເຫັນປະກົດການແນວນີ້ຈັກເທື່ອ ໂດຍພຽງແຕ່ຂີ່ເຮືອ ອອກຈາກຊາຍຝັ່ງ ພຽງ 3-4 ກິໂລແມັດເທົ່ານັ້ນ ກໍຈະເຫັນປາຕາຍເຕັມທ້ອງທະເລໄປໝົດ.  ດ້ານເຈົ້າໜ້າທີ່ການປະມົງຫວຽດນາມ ປະຈຳແຂວງກວາງບິງ ກໍໄດ້ໃຫ້ທັດສະນະວ່າ ປາຕາຍຈຳນວນດັ່ງກ່າວ ອາດແມ່ນຍ້ອນສານພິດບາງຢ່າງ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...