spot_img
Homeວັນນະກຳເລື່ອງສັ້ນຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 3

ຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 3

Published on

ອ່ານຕໍ່ຈາກມື້ວານນີ້

ຫຼັງຈາກກັບມາຈາກງານລ້ຽງກິນເຂົ້າສາມັກຄີຂອງນັກຮຽນບັນຊີພາກເຊົ້າ ແລະ ພາກແລງແລ້ວ ທີ່ຫ້ອງນອນຂອງນ້າ. ນ້າ ໄດ້ນັ່ງຢູ່ທີ່ໂຕະຮຽນໜັງສືໃນຫ້ອງນອນລາວຈັບປືມບັນທຶກຂຶ້ນມາຈາກລີ້ນຊັກກ້ອງໂຕະ ແລ້ວຂຽນບັນທຶກເຫດການທີ່ເກີດຂຶ້ນກັບຕົນເອງໃນມື້ນີ້ ໃນເວລາຂຽນໜ້າຂອງສັນຈອນກໍ່ໄຫລເຂົ້າມາໃນຫົວຂອງລາວ ນ້ານັ່ງຍີ້ມໃຈລອຍບຶດໜຶ່ງລາວກໍ່ຄິດໄດ້ ລາວໄດ້ເອົາມືເຄາະຫົວຕົວເອງເບົາໆແລ້ວຈົ່ມພືມພຳຄ່ອຍໆວ່າ: ບ້າແຮງແລ້ວ..ນ້າເອີ້ຍ! ສະຕີ! ສະຕິ ຈົ່ງກັບມາ.

ຄ່ຳວັນໃໝ່ທີ່ໂຮງຮຽນ ຫຼັງຈາກເລີກຮຽນທັງສາມສາວໄດ້ຍີນລົມກັນກ່ອນແຈກຢາຍກັນກັບເຮືອນ

ວັນ: ວັນເສົານີ້ເຮົາໄປຄົ້ນຄ້ວາບົດຮຽນກັນດີບໍ່ ເພາະໃກ້ຈະເສັງພາກຮຽນ 1 ລະໃດ

ນ້າ: ອື້! ກະດີຄືກັນ ແຕ່ເຮົາຕ້ອງມີຕົວຊ່ວຍສອນເພີ້ມເຮົານຳໃດ ເພາະສາມຄົນເຮົານິຄົງຈະບໍ່ໄຫວ ເບິ່ງໜ້າຜູ້ໃດກະພໍແຮງ ມີແຕ່ຄົນຮຽນ… ໝົດທຸກຄົນ

ນິງ: ບໍ່ຢາກ! ຊວນສັນຈອນໄປສອນເພີ້ມບັນຊີໃຫ້ເຮົາກະໄດ້ ລາວຮຽນເກັ່ງໃດ໋ທ້າວນິ

ວັນ ແລະ ນ້າແນມເບິ່ງໜ້າ ນິງດ້ວຍຄວາມຕົກໃຈ ແລ້ວເວົ້າອອກໄປພ້ອມກັນວ່າ: ສັນຈອນຫັ້ນໃດ໋ ຮຽນເກັ່ງ

ນິງແນມເບິ່ງໜ້າທັງສອງຄົນແລ້ວຕອບໄປວ່າ: ແມ່ນແລ້ວ! ແຟນເຂົາຢູ່ຫ້ອງດຽວກັບລາວ ບອກວ່າ ທ້າວສັນຈອນຮຽນເກັ່ງທີ່ສຸດໃນຫ້ອງເລີຍ

ວັນ: ດີເລີຍ! ຊັ້ນວັນເສົານີ້ຊວນທ້າວສັນຈອນໄປຕິວໜັງສືທີ່ເຮືອນເຂົາເນາະ! ນ້າ ໂຕໂທຊວນເດີ້

ນ້າ: ອ້າວ… ແລ້ວເປັນຫຍັງຕ້ອງເປັນເຂົາທີ່ໂທຊວນ ພວກເພິ່ນຄືບໍ່ຊວນລາວ

ນິງ: ເພິ່ນນັ້ນລະຊວນດີແລ້ວ! ເພາະເພິ່ນລົມກັບລາວຮູ້ເລື່ອງກ່ວາພວກເຂົາ ໂອເຄຕາມນີ້ເດີ້ສ່ຽວ! ບ່າຍ ເດິກລະກັບເຮືອນກ່ອນ

ເວົ້າແລ້ວ ນິງ ກັບ ວັນກໍ່ຟ້າວຍ່າງລົງໄປຫາຄອກລົດ ນ້າກໍ່ຟ້າວຍ່າງຕາມຫຼັງ ພໍຮອດເຮືອນນ້າກໍ່ຟ້າວຈັບໂທລະສັບຂຶ້ນມາໂທຊວນສັນຈອນທັນທີ ສີໜ້າຂອງນ້າຕອນທີ່ລົມໂທລະສັບກັບສັນຈອນນັ້ນລຸ້ນຄຳຕອບສຸດຂີດ ພໍແຕ່ສັນຈອນ ຕອບຄຳວ່າຕົກລົງເທົ່ານັ້ນນ້າດີໃຈສຸດໆ ເມື່ອວາງສາຍ ນ້າກະໂດດໂລດເຕັ້ນດ້ວຍຄວາມດີໃຈ.

ຮອດເຊົ້າວັນເສົາປະມານ 10:00ໂມງ ທີ່ເຮືອນວັນທີ່ໂຕະຫີນນ້າເຮືອນວັນທັງສີ່ຄົນໄດ້ພາກັນຄົ້ນຄວ້າຄຳຖາມເກົ່າບັນຊີຂອງປີກາຍ ນ້າ, ວັນ, ນິງ ເຫັນໂຈດຄຳຖາມໃດກະມືນຕຶບ ຄິດບໍ່ອອກ ແກ້ບໍ່ຖືກ ສ່ວນສັນຈອນແກ້ຄຳຖາມໄດ້ສະບາຍສະບາຍ ທັງສາມຄົນໄດ້ເບິ່ງວັນຈອນແກ້ໂຈດບັນຊີ ພ້ອມທັງໃຫ້ສັນຈອນອະທິບາຍໃຫ້ຟັງຢ່າງລະອຽດ ພວກເຂົາໄດ້ພາກັນຄົ້ນຄ້ວາບົດຮຽນຈົນຮອດ 17:00ໂມງແລງ ຈິ່ງພາກັນແຈກຢາຍກັບເຮືອນໃຜມັນ.

ທີ່ຫ້ອງນັ່ງຫຼິ້ນເຮືອນຂອງນ້າ ໃນຂະນະທີ່ນັ່ງເບິ່ງໂທລະທັດສຽງ line ມືຖືຂອງນ້າກໍ່ດັງຂຶ້ນ ນ້າໄດ້ຈັບມືຖືຂຶ້ນມາເປີດເບິ່ງ ເຫັນ line ຂອງສັນຈອນສົ່ງມາ ນ້າຮູ້ສຶກຕື່ນເຕັ້ນເພາະນີ້ເປັນຄັ້ງທຳອິດທີ່ສັນຈອນທັກມາຫາກ່ອນ ນ້າໄດ້ເປີດອ່ານ

line ສັນຈອນ: ຮຽນມື້ນີ້ເຂົ້າໃຈບໍ່!

line ນ້າ: ເຂົ້າໃຈຢູ່! ໃຄກ່ວາຄ້ອນທຸບຫົວ ອິອິ

line ສັນຈອນ: ກະດີ!

line ນ້າ: ເພິ່ນເຮັດຫຍັງຢູ່! ສິນອນລະບໍ່

line ສັນຈອນ: ກຳລັງຈະນອນ! ບ່າຍ

ນ້າເຮັດໜ້າເຊັງ ອຸສ່າວ່າສິຊວນລົມຕໍ່ ແຕ່ຖືກຕັດບົດກ່ອນແລ້ວ

line ນ້າ: ໂອເຄ! ຝັນດີ

ເມື່ອລົມກັບສັນຈອນແລ້ວໆ ນ້າກໍ່ປິດໂທລະສັບແລ້ວກໍ່ຂຶ້ນຫ້ອງນອນ ເໝືອນເດີມທຸກຄັ້ງທີ່ໄປພົບສັນຈອນນ້າຕ້ອງກັບມານອນຄິດ ນອນພິກໂຕໄປມາທີ່ບ່ອນນອນສະເໝີ ທີ່ຈິງສັນຈອນເປັນຊາຍໃນຝັນຂອງ ນ້າ ທຸກຄັ້ງທີ່ ນ້າຢູ່ໃກ້ລາວຈະຮູ້ສຶກມີຄວາມສຸກຫຼາຍ ແຕ່ອາການທີ່ສະແດງອອກມັນບໍ່ຄືກັບໃຈຄິດເລີຍ ນ້າຈະເຮັດເສີຍໆ ເໝືອນບໍ່ໄດ້ຄິດຫຍັງເວົ້າລົມທຳມະດາຄືໝູ່ທົ່ວໄປແຕ່ໃນໃຈແອບຫວັ່ນໆ

ເຫຼືອອີກໜຶ່ງອາທິດກ່ອນຮອດວັນເສັງພາກຮຽນ ສັນຈອນ, ວັນ, ນ້າ ແລະ ນິງ ໄດ້ພານັດພົບກັນທຸູກມື້ທີ່ເຮືອນວັນຫຼັງເລີກຮຽຕອນຄໍ່ມື້ລະ 1 ຊົ່ວໂມງ ສາເຫດທີ່ຕ້ອງເລືອກແຕ່ເຮືອນວັນ ເພາະເຮືອນເປັນຈຸດໃຈກາງຂອງເຮືອນ ນ້າ ແລະ ນິງ ສ່ວນສັນຈອນກໍ່ທຽວມາເອົາທັງສີ່ໄດ້ມີຄວາມສະໜິດສະໜົມກັບຫຼາຍຂຶ້ນ, ລົມກັນຫຼາຍຂຶ້ນ ກິນເຂົ້ານຳກັນຫຼາຍຂຶ້ນ ເຊິ່ງທຸກຄົນມີຄວາມສຸກ ໂດຍສະເພາະແມ່ນ ນ້າ ທີ່ມີຄວາມສຸກສຸດໆ ແຕ່ກໍ່ສຸກໃນໃຈບໍ່ເປີດເຜີຍຄືເກົ່າ

ແລ້ວກໍ່ມາຮອດວັນສອບເສັງມື້ສຸດທ້າຍ ຫຼັງຈາກເສັງແລ້ວພວກເຂົາໄດ້ພາກັນໄປສະຫຼອງທີ່ຮ້ານອາຫານແຖວ 3 ແຍກປາກປ່າສັກ ບັນຍາກາດດີໆ ລົມເຢັນໆວິວງາມອາຫານແຊບ ຄົນກໍ່ມາກິນຫຼາຍ ແລ້ວກໍ່ບໍ່ພາດທີ່ ນິງ ກັບ ວັນຈະພາແຟນມາສະຫຼອງນຳ ວັນ ກັບ ນິງ ສະວີດຫວານແຫວ໊ວກັບແຟນແບບບໍ່ເກງໃຈ ນ້າ ກັບ ສັນຈອນເລີຍ ນ້າ ໄດ້ແຕ່ແນມເບິ່ງໃນໃຈອິດສາ ເລິກໆ ນ້າ ໄດ້ຈິນຕະນາການເຫັນຕົນເອງນັ່ງຈູຈີກັບສັນຈອນຢ່າງຫວານຊື່ນ ນັ່ງຍີ້ມໃຈລອຍຄົນດຽວ ສ່ວນ ສັນຈອນບໍ່ສົນໃຈໃຜກິນຢ່າງດຽວ ແລະ ກໍ່ຈັບເອົາກ້ອງຄູ່ໃຈອອກມາຖ່າຍຮູບຢ່າງດຽວໂດຍບໍ່ສົນໃຈສິ່ງອ້ອມຂ້າງເລີຍ

ໃນຕອນເຊົ້າຂອງວັນທັດມາ ວັນ ທີ່ກຳລັງນອນຍັງບໍ່ທັນຕື່ນໃນຫ້ອງນອນຂອງລາວ ສຽງໂທລະສັບກໍ່ດັງຂຶ້ນຈາກໂຕະນ້ອຍໃກ້ຫົວຕຽງ ລາວໄດ້ຕື່ນໃນສະພາບອິດເໝື່ອຍຫົວຟູຂຶ້ນມາຮັບສາຍກໍ່ປະກົດວ່າແມ່ນສຽງ ນິງ ທີ່ໂທມາຊວນໄປຫຼິ້ນ ແລະ ເລົ່າໂປຣແກຣມການໄປທ່ຽວໃນວັນພັກຮຽນ 1ອາທິດ ໃຫ້ຟັງ ວັນຕາຊື່ນຂຶ້ນແລ່ວຕອບຕົກລົງວ່າ ໄປ ຫຼັງຈາກວາງສາຍຈາກ ນິງແລ້ວວັນກໍ່ຟ້າວໂທຊວນ ນ້າ ແລ້ວ ນ້າ ກໍ່ຟ້າວໂທຊວນສັນຈອນທັນທີ ສະຫຼຸບວ່າທຸກຄົນຈະໄປທ່ຽວທີ່ວັງວຽງ

ມື້ເດີນທາງສັນຈອນໄດ້ມາຂຶ້ນລົດທີ່ເຮືອນວັນ ແລ້ວນິງ ກັບ ແຟນ ກໍ່ຂັບລົດມາຮັບເອົາສັນຈອນ, ວັນກັບແຟນຂອງວັນ ຈາກນັ້ນກໍ່ໄປຮັບເອົາ ນ້າທີ່ເຮືອນ ເມື່ອທຸກຄົນຂຶ້ນລົດຄົບແລ້ວກໍ່ພ້ອມອອກເດີນທາງການເດີນທາງແມ່ນຂັບລົດໄປເອງ ແຟນຂອງນິງເປັນໂຊເຟໃຈດີຂັບລົດໄປສຸດທາງ…

ການເດີນທາງໄປທ່ຽວຄັ້ງນີ້ຈະເຮັດໃຫ້ ນ້າ ເປີດເຜີຍຄວາມໃນໃຈກັບ ສັນຈອນ ຫຼື ບໍ່ ຫຼື ສັນຈອນ ຈະມີປະຕິກິລິຍາແນວໃດກັບນ້າ ເຮົາຕ້ອງມາລຸ້ນໄປພ້ອມກັນໃນມື້ອື່ນຕອນ ສີ່

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...