spot_img
Homeຂ່າວຕ່າງປະເທດມຽນມາພິຈາລະນາ ປັບຫລຸດຄ່າໃຊ້ຈ່າຍເຈົ້າໜ້າທີ່ລັດ ເພື່ອປະຢັດງົບປະມານຂອງຊາດ!

ມຽນມາພິຈາລະນາ ປັບຫລຸດຄ່າໃຊ້ຈ່າຍເຈົ້າໜ້າທີ່ລັດ ເພື່ອປະຢັດງົບປະມານຂອງຊາດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ເມສາຜ່ານມານີ້ວ່າ ທ່ານ ວິນມິ້ນ ປະທານສະພາຜູ້ແທນປະຊາຊົນມຽນມາ ໄດ້ອອກມາກ່າວວ່າ ລັດຖະບານມຽນມາ ກຳລັງພິຈາລະນາປັບຫລຸດ ອັດຕາເບ້ຍລ້ຽງຕ່າງໆຂອງ ສະມາຊິກຄະນະລັດຖະບານ ແລະ ລັດຖະກອນທົ່ວປະເທດ ເພື່ອປະຢັດງົບປະມານບໍລິຫານຂອງພາກລັດລົງ ຊຶ່ງເປັນນະໂຍບາຍຂອງລັດຖະບານໃໝ່ ທີ່ນຳໂດຍພັກສັນນິບາດຊາດ ເພື່ອປະຊາທິປະໄຕ ຫລື NLD ຂອງທ່ານ ນາງ ອອງຊານ ຊູຈີ ທີ່ມີທັງໝົດ 21 ກະຊວງ ແລະ ມີລັດຖະມົນຕີທັງໝົດ 20 ຄົນ ເມື່ອທຽບກັບລັດຖະບານຊຸດກ່ອນ ທີ່ມີກະຊວງທັງໝົດ 36 ກະຊວງ ແລະ ມີລັດຖະມົນຕີຫລາຍກວ່າ 100 ຄົນ.

ທ່ານ ວິນມິ້ນ ກ່າວວ່າ ” ພວກເຮົາປະຢັດງົບປະມານຂອງລັດ ໄດ້ຫລາຍກວ່າ 5 ຕື້ຈາດ ແລະ ພວກເຮົາກຳລັງພິຈາລະນາ ຕັດຫລຸດເບ້ຍລ້ຽງ ເພື່ອຊ່ວຍປະຢັດເງິນໃຫ້ຊາດຫລາຍຂຶ້ນ ” ພ້ອມນັ້ນ ທ່ານຍັງໄດ້ກ່າວເສີມອີກວ່າ ” ເນື່ອງຈາກປະເທດຂອງເຮົາ ເປັນປະເທດທີ່ທຸກຍາກ ເຮົາຕ້ອງຫລຸດຄ່າໃຊ້ຈ່າຍຂອງລັດຖະບານ ແລະ ພິຈາລະນາປັບຫລຸດໃຫ້ຫລາຍຂຶ້ນ “

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...