spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສາຍ­ທອງ ໂຈນ​ລັກ​ລົດວີ​ໂກ

ສາຍ­ທອງ ໂຈນ​ລັກ​ລົດວີ​ໂກ

Published on

   ເຈົ້າ​ໜ້າ­ທີ່ ປກສ ແຂວງ​ຊຽງ ຂວາງ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 10 ມິ​ນາ 2016 ໄດ້​ຮັບ​ແຈ້ງ​ຄວາມ​ຈາກ​ຜູ້​ຖືກ­ເສຍ​ຫາຍຊື່​ນາງ ຫຼ້າ​ນາ­ລີ ວ່າ: ຕົນ​ເອງ ແລະ ລູກ​ສາວ ໄດ້​ຂີ່​ລົດ​ກະ­ບະ​ວີ​ໂກ​ແຊັມ​ສີ­ຂາວ​ໜາຍເລກ​ທະ­ບຽນ 2315 ກຳ­ແພງ​ນະ­ຄອນເພື່ອ​ໄປ​ດອງ​ຢູ່​ພັດ​ຕະ​ຄານ​ຊຽງ​ຂວາງໃໝ່ ເມື່ອ​ໄປ​ຮອດ​ກໍ​ໄດ້​ຈອດ​ລົດ​ໄວ້​ຕໍ່­ໜ້າໂຮງ­ຮຽນ​ສອນ​ຂັບ​ລົດ​ບົວ​ສະ­ຫວັນ​ແລ້ວກໍ​ເຂົ້າ​ໄປ​ໃນ​ງານ​ດອງ​ພໍ​ຮອດ​ເວ­ລາ​ປະມານ 21:45 ໂມງ ໄດ້​ອອກ​ຈາກ​ງານດອງ​ມາ​ຫາ​ລົດ ເພື່ອ​ຈະ​ກັບ​ເຮືອນ​ແຕ່​ປາກົດ​ວ່າ: ລົດ​ທີ່​ຈອດ​ໄວ້​ນັ້ນ​ບໍ່​ເຫັນ​ແລ້ວ ຫຼັງ​ຈາກ​ນັ້ນ ຈິ່ງ​ໄດ້​ແຕ່ງ​ພະ­ນັກ­ງານ​ວິ­ຊາ ສະ­ເພາະ​ຕິດ­ຕາມ​ຈິ່ງ​ສາ​ມາ​ສຶບ​ຮູ້​ໄດ້​ວ່າ ທ້າວ ສາຍ­ທອງ ໄດ້​ນຳ​ລົງ​ມາ​ຂາຍ​ຢູ່​ເຂດ ເດີ່ນ​ກິ­ລາ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ຈາກ​ນັ້ນ ຈິ່ງ​ໄດ້​ປະ­ສານ​ຫາ​ກົມ​ຕຳ­ຫຼວດສືບ​ຂ່າວ​ຄະ­ດີ​ອາ­ຍາ​ເຂົ້າ​ຈັບ​ຕົວ​ມາ​ສອບສ່ວນ​ຂະ­ຫຍາຍ​ຜົນ.

  ທ້າວ ສາຍ­ທອງ ສາ­ລະ­ພາບ​ວ່າ: ຜ່ານ​ມາ​ຜູ້​ກ່ຽວໄດ້​ຮູ້­ຈັກ​ຮັກ­ແພງ​ກັບ​ຄົນໃນ​ຄອບ­ຄົວ​ຜູ້​ຖືກ­ເສຍ​ຫາຍ​ມາ​ໄດ້​ຫຼາຍ​ປີ ມາ​ຮອດ​ທ້າຍ​ເດືອນ 2 ປີ 2016 ລູກ​ສາວຂອງ​ຜູ້​ຖືກ­ເສຍ​ຫາຍ​ໄດ້​ໂທລະ­ສັບ​ຫາ​ຜູ້ກ່ຽວ​ມາ​ກິນ​ເບຍ​ນຳ​ຢູ່​ຮ້ານ​ຂອງ​ຜູ້​ຖືກເສຍ​ຫາຍ​ມີ​ໝູ່­ຄູ່​ນັ່ງ​ກີນ​ນຳ​ກັນ​ປະ­ມານ 4-5 ຄົນ​ໃນ​ເວ­ລາ​ກີນ​ນຳ​ກັນ​ຢູ່​ນັ້ນ​ຜູ້ກ່ຽວ​ໃດ້​ຫຼຽວ​ເຫັນ​ກະ­ແຈ​ລົດ​ວິ​ໂກ​ທີ່​ວາງຢູ່​ໃນ​ເທີງ​ໂຕະ​ໃນ​ຮ້ານ​ຂາຍ­ເຄື່ອງ​ ຈາກນັ້ນ ຜູ້­ກ່ຽວ​ໄດ້​ອອກ​ໄປ​ຫ້ອງ​ນ້ຳ​ກໍ​ຍ່າງມາ​ຈັບ​ເອົາ​ລູກ​ກະ­ແຈ​ໃສ່​ໃນ​ຖົງ​ເສື້ອ ແລ້ວ​ນັ່ງ​ດື່ມ​ເບຍ​ຕໍ່​ຢູ່​ອີກ​ປະ­ມານ 5 ນາ­ທີຜູ້​ກ່ຽວ​ໄດ້​ອອກ​ຈາກ​ຮ້ານ ເພື່ອ​ນຳ​ເອົາ ກຸນ­ແຈ​ທີ່​ລັກ​ມາ​ນັ້ນ​ໄປ​ຊ່ຽນ​ຢູ່​ໃນ​ຮ້ານໄດ້ 1 ລູກ ໃນ​ລາ­ຄາ 30.000 ກີບ ແລ້ວເອົາ​ລູກ​ກະ­ແຈ​ດັ່ງ­ກ່າວ​ມາ​ປະ​ໄວ້​ໃນ ຮ້ານ​ຂອງ​ຜູ້​ຖືກ­ເສຍ​ຫາຍ​ຄື­ເກົ່າ ໂດຍ​ທີ່ ຜູ້​ຖືກ­ເສຍ​ຫາຍ​ບໍ່​ຮູ້, ມາ​ຮອດ​ວັນ​ທີ 9 ມີ­ນາ 2016 ເວ­ລາ​ປະ­ມານ 1:00 ໂມງກາງ­ຄືນ​ຜູ້​ກ່ຽວ​ໄດ້​ໄປ​ລັກ​ລົດ​ຄັນ​ດັ່ງກ່າວ​ທີ່​ຈອດ​ໃວ້​ຢູ່​ຂ້າງ​ເຮືອນ​ຂອງ​ຜູ້​ເສຍຫາຍ​ໂດຍ​ເອົາ​ກຸນ­ແຈ​ທີ່​ຊ່ຽນ​ມາ​ນັ້ນ​ຈະໄປ​ໄຂ​ປະ­ຕູ​ລົດ​ແຕ່​ບໍ່​ໄດ້​ເພາະ​ສັນ­ຍານກັນ​ຂະ­ໂມຍ​ໄດ້​ດັງ​ຂຶ້ນ​ກ່ອນ​ແລ່ນ​ກັບເຮືອນ.

ມາ​ຮອດ​ວັນ​ທີ 10 ມິ​ນາ 2016 ຜູ້ກ່ຽວ​ໄດ້​ຊ້ອນ​ລົດ­ຈັກ​ໝູ່​ຊື່​ທ້າວ ໝອນ ເພື່ອໄປ​ກິນ​ເບຍ​ຢູ່​ຮ້ານ​ອາ­ຫານ​ລ້ານ​ດາວຢູ່​ເຂດ​ຕະ­ຫຼາດ​ສວນ​ພູ​ຄຳ​ພໍ​ຂີ່​ລົດ­ຈັກໄປ​ຮອດ​ພັດ​ຕະ​ຄານ​ຊຽງ​ຂວາງ​ໃໝ່ໄດ້​ເຫັນ​ລົດ​ກະ­ບະ​ວິ​ໂກ​ຄັນ​ດັ່ງ­ກ່າວ​ຈອດ​ຢູ່​ແຄມ​ທາງ​ໃກ້​ກັບ​ໂຮງ­ຮຽນສອນ​ຂັບ​ລົດ​ບົວ​ສະ​ຫັວນ​ຈາກ​ນັ້ນ, ຜູ້ກ່ຽວ​ຂີ່​ລົດ­ຈັກ​ມາ​ຫາ​ທ້າວ ໝອນ ໃຫ້​ໄປສົ່ງ​ຢູ່​ເຮືອນ​ແລ້ວ​ກໍ​ນຳ​ເອົາ​ກຸນ­ແຈ​ລົດ​ທີ່​ຕົນ​ເອງ​ຊ່ຽນ​ໄວ້​ນັ້ນ​ຍ່າງ​ອອກ​ຈາກເຮືອນ​ມາ​ຫາ​ລົດ​ພໍ​ມາ​ຮອດ​ຜູ້­ກ່ຽວ​ກໍ​ໄດ້ ເອົາ​ກຸນ­ແຈ​ທີ່​ກຽມ​ມາ​ລັກ​ເອົາ​ລົດ​ຄັນ ດັ່ງ­ກ່າວ ແລ້ວ​ຂັບ​ລົດ​ອອກ​ໄປ​ທາງ​ເລກ 1d ແລ້ວ­ໄປ​ໃສ່​ນ້ຳ­ມັນ​ຈຳ­ນວນ 250.000 ກີບ ມຸ່ງ​ໜ້າ​ໄປ​ແຂວງ​ບໍ​ລິ​ຄຳ​ໄຊ ພໍ​ຮອດ 1:00 ໂມງ ຂອງ​ວັນ​ທີ 11 ຜູ້­ກ່ຽວ​ໄດ້ ໄປ​ນອນ​ພັກ​ຢູ່​ເມືອງ​ປາກ​ຊັນ ແຂວງ​ບໍລິ​ຄຳ​ໄຊ ຕື່ນ​ເຊົ້າ​ມື້­ຕໍ່­ມາ​ກໍ​ໄດ້​ປົດ​ປ້າຍລົດ​ອອກ​ແລ້ວ­ໄປ​ລ້າງ​ອັດ​ສີດ​ແລ້ວ​ເອົາ ໄປ​ຝາກ​ໄວ້​ຢູ່​ທ່າ­ເຮືອ​ປາກ​ຊັນ ເປັນ​ເວ­ລາ 10 ວັນ ຫຼັງ​ຈາກ​ນັ້ນ ຜູ້­ກ່ຽວ​ກໍ​ໄດ້​ກັບ​ມາຊຽງ​ຂວາງ​ເພື່ອ​ມາ​ຕີດ​ຕໍ່​ຂາຍ​ລົດ​ຄັນ ດັ່ງ­ກ່າວ ໃນ​ລາ­ຄາ 480.000 ບາດ ແຕ່ບໍ່​ມີ​ຜູ້​ຊື້​ວັນ​ທີ 23 ມິ​ນາ 2016 ຜູ້­ກ່ຽວໄດ້​ກັບ​ໄປ​ເອົາ​ລົດ​ຄັນ​ດັ່ງ­ກ່າວ​ແລ້ວ​ຂີ່ລົດ​ມາ​ຂາຍ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍນຳ​ລົດ​ມາ​ຝາກ​ໄວ້​ເຮືອນ​ໝູ່ ເພື່ອ​ດັດແປງ​ສະ­ພາບ​ລົດ​ແລ້ວ​ກໍ​ຂັບ​ຂີ່​ລົດ​ຄັນ​ດັ່ງ ກ່າວ​ກັບ​ຄືນ​ມາ​ຂາຍ​ຢູ່​ຊຽງ​ຂວາງ​ອີກ.

ຕົກ​ມາ​ຮອດ​ວັນ​ທີ 27 ມີ­ນາ 2016 ເວ­ລາ​ປະ­ມານ 12:00 ໂມງ ຜູ້­ກ່ຽວ​ໄດ້ນຳ​ລົດ​ວິ​ໂກ​ຄັນ​ດັ່ງ­ກ່າວ​ມາ​ຂາຍ​ຢູ່​ເດີ່ນກີ­ລາ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແຕ່​ຍັງບໍ່​ທັນ​ໄດ້​ຂາຍ​ໃນ​ເວ­ລາ​ນັ່ງ​ລໍ­ຖ້າ​ລູກ​ຄ້າຢູ່​ນັ້ນ​ໄດ້​ມີ​ເຈົ້າ​ໜ້າ­ທີ່​ເຂົ້າ​ມາ​ກັກ​ຕົວ​ພ້ອມ​ກັບ​ລົດ​ຄັນ​ດັ່ງ­ກ່າວ.

ທີ່ມາ: logo

ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...