spot_img
Homeຂ່າວການພັດທະນາບໍ່ຄຳເຊໂປນຈະສືບຕໍ່ສະໜັບສະໜູນວຽກງານໂພຊະນາການຂອງລາວ

ບໍ່ຄຳເຊໂປນຈະສືບຕໍ່ສະໜັບສະໜູນວຽກງານໂພຊະນາການຂອງລາວ

Published on

ທ່ານ ແອນດຣິວ ມິດແຊວມໍ ອຳນວຍການໃຫຍ່ບໍລິສັດບໍ່ຄຳເຊໂປນ (MMG)ກ່າວໃນພິທີສະ ຫຼອງຜົນສຳເລັດຂອງການຈັດຕັ້ງປະຕິດບັດໂຄງການໂພສະນາການ 1000 ວັນ ໄລຍະທີ 1 ເມື່ອມໍ່ໆມານີ້ວ່າ: ພາຍຫຼັງທີ່ງຈັດຕັ້ງປະຕິບັດໂຄງການໂພສະນາການ 1000 ວັນໄລຍະທີ 1 ແລະ ເຫັນວ່າມີຜົນສຳເລັດຕາມລະດັບຄາດໝາຍ,ດັ່ງນັ້ນບໍລິສັດ MMG ຍັງຈະສືບຕໍ່ສະໜັບສະໜູນໂຄງການດັ່ງກ່າວໄລຍະທີ 2 ຢູ່ 4 ແຂວງຂອງລາວ,ໃນມູນຄ່າ 1,39 ລ້ານໂດລາສະຫາລັດ,ເພື່ອສະໜັບສະໜູນວຽກງານໂພຊະນະການ,ກໍຄືວຽກງານສຸຂະພາບແມ່ ແລະ ເດັກຢູ່ລາວ,ໂດຍການຮ່ວມມືກັບກະຊວງສາທາລະນະສຸກ,ສູນກາງສະຫະພັນແມ່ຍິງລາວ ແລະ ອົງ ການສະຫະປະຊາຊາດເພື່ອແມ່ ແລະ ເດັກ (UNICEF )ປະຈຳລາວ, ສຳລັບໂຄງການ ໄລຍະທີ 2 ແມ່ນຈະສານຕໍ່ຜົນສຳເລັດໃນໄລຍະທີ່ 1 ຜ່ານມາ ແລະ ຂະຫຍາຍ ການ

ບໍລິການດ້ານໂພຊະນາການ,ລວມທັງການແຈກຢາຍຝຸ່ນວິຕາ ມິນ ແລະ ເກືອແຮ່ ຜ່ານສຸກສາລາ ແລະ ຈຸດບໍລິການເຜີຍແຜ່ຂໍ້ມູນດ້ານສາທາລະນະ ສຸກຕ່າງໆໃຫ້ແກ່ເດັກ ນ້ອຍປະມານ 270 ພັນຄົນ,ໃນ 22 ເມືອງ ຢູ່ 4 ແຂວງຄື: ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ ຫົວພັນ.

ອຳນວຍການໃຫຍ່ບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ໂຄງການໂພຊະນະການ 1000 ວັນ,ຈະສຸ່ມໃສ່ 1000 ວັນທຳອິດຂອງອາຍຸເດັກ,ນັບແຕ່ໄລຍະຖືພາຈົນເຖິງອາຍຸໄດ້ 2 ປີ,ຊຶ່ງເປັນໄລຍະສຳຄັນຂອງການພັດທະນາໃນໄວເດັກ, ເພື່ອພັດທະນາທາງສະໝອງ ແລະ ທາງກາຍຍະພາບ, ຫຼຸດຜ່ອນອັດຕາການເຕ້ຍຂອງເດັກ ແລະ ການຂາດທາດສັງກະສີທີ່ພາໃຫ້ເປັນພະຍາດເລືອດຈາງໃນເດັກຜ່ານແຜນງານສຸຂະສຶກສາແກ່ຊຸມຊົນ ແລະ ການແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່ທີ່ຈຳເປັນ,ທີ່ເປັນສາເຫດອັນດັບໜຶ່ງຂອງການຂາດສານອາຫານໃຫ້ແກ່ເດັກທີ່ທຸກຍາກ ຂາດເຂີນ,ເຂດຫ່າງໄກສອກຫຼີກ.

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...