Homeມູມໄອທີລາວຟີເຈິຣ໌ໃໝ່ Facebook Messenger ເຮັດ Group Call ໄດ້ 50 ຄົນພ້ອມກັນ ຟີເຈິຣ໌ໃໝ່ Facebook Messenger ເຮັດ Group Call ໄດ້ 50 ຄົນພ້ອມກັນ ມູມໄອທີລາວ Published on 22/04/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1827 ອີກຄັ້ງໜຶ່ງທີ່ທາງ Facebook ໄດ້ສ້າງຄວາມຮືຮາໄປທົ່ວໂລກກ່ຽວກັບການສ້າງ ຟີເຈິຣ໌ໃໝ່ Facebook Messenger ເຮັດ Group Call ໄດ້ 50 ຄົນພ້ອມກັນ ບອກໄດ້ເລີຍ Facebook ບໍ່ທຳມະດາແທ້ໆ! ເມື່ອມໍ່ໆມານີ້ ທາງ Facebook ໄດ້ອອກປະກາດເປີດຕົວຟີເຈີຣ໌ໃໝ່ຂອງແອຟ Messengerທີ່ມີຊື່ວ່າ: Group-calling ທີ່ມີດີແບບບໍ່ທຳມະດາ ທີ່ສາມາດໂທປະຊຸມສາຍໄດ້ເຖິງ 50 ຄົນພ້ອມກັນ ລອງຄິດເຖິງການທີ່ນັກຮຽນທັງຫ້ອງ ຫຼື ພະນັກງານທຸກຄົນໃນບໍລິສັດຂະໜາດກາງ ປະຊຸມສາຍພ້ອມກັນໄດ້ງ່າຍໆ ຜ່ານມືຖືຂອງພວກເຂົາ ເຊິ່ງມັນອາດແມ່ນການສື່ສານໃໝ່ທີ່ມີປະໂຫຍດຫຼາຍ ແລະ ສຳລັບການໃຊ້ວຽກທາງດ້ານຄວາມບັນເທີງ ແລະ ທາງທຸລະກິດ ເຊິ່ງຟີເຈີຣ໌ນີ້ຈະຄ່ອຍອັບເດດໃຫ້ຜູ້ໃຊ້ສະມາດໂຟນທັງລະບົບ iOS ແລະ Android ຕ້ອງບອກໄດ້ເລີຍວ່າປີນີ້ ເປັນປີທີ່ Facebook ບຸກໜ້າໜັກຫຼາຍ ບໍ່ວ່າຈະເປັນການເປີດຕົວຖ່າຍທອດສົດຜ່ານແອຟ Facebook ແລະ ຟີເຈີຣ໌ Group-calling ຜ່ານແອຟ Messenger ຖືວ່າເປັນຄວາມສຳເລັດທີ່ສຸດອີກຢ່າງໜຶ່ງຂອງ Facebook ມັນມີ Active user ຫຼາຍກ່ວາ 900 ລ້ານຄົນໃນແຕ່ລະເດືອນ ຄາດການກັນວ່າເປົ້າໝາຍຂອງຟີເຈີຣ໌ໃໝ່ນີ້ກໍ່ເພື່ອໃຫ້ຄົນໄດ້ໃຊ້ງານແອຟ Messenge ກັນຫຼາຍຂຶ້ນ. ໃນວັນໜ້າຕ້ອງຕິດຕາມກັນຕໍ່ໄປວ່າ ມຸມໄອທີ ກັບ ລາວໂພສຕ໌ ຈະມານຳສະເໜີກ່ຽວກັບຫຍັງໃນຍຸກທີ່ທັນສະໄໝ ທີ່ຄົນຍຸກໄອທີຕ້ອງຮູ້ ຢ່າລືມຕິດຕາມກັນຕໍ່ໄປເດີ້ TagsFacebookຂ່າວໄອທີຟີເຈິຣ໌ໃໝ່ Facebook Messenger ເຮັດ Group Call ໄດ້ 50 ຄົນພ້ອມກັນ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ... 10/11/2025 ຂ່າວການສຶກສາ ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025 ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ... 10/11/2025 ຂ່າວຕ່າງປະເທດ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ... 04/11/2025 ຂ່າວຕ່າງປະເທດ ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ... 03/11/2025