Homeຂ່າວທ້ອງຖິ່ນແຂວງ​ຄຳ​ມ່ວນ​ ສົ່ງອັດຖິທະຫານອາສາສະໝັກ ຄືນປະເທດ

ແຂວງ​ຄຳ​ມ່ວນ​ ສົ່ງອັດຖິທະຫານອາສາສະໝັກ ຄືນປະເທດ

Published on

ພິທີມອບ-ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດ

kam1

 

   ໃນ​ວັນ​ທີ 08 ພຶດສະພາ 2014 ຢູ່​ທີ່​ສະ​ໂມ​ສອນກອງ​ບັນຊາ​ການ​ທະຫານ​ ແຂວງ​ຄຳ​ມ່ວນ ​ໄດ້ຈັດ​ມີ​ພິທີ​ສະດຸ​ດີ​ມອບ​-ສົ່ງ​ອັດ​ຖິທະຫານ​ອາສາ​ສະໝັກ ​ແລະຊ່ຽວຊານ​ຫວຽດນາມ​ກັບ​ຄືນ​ປະ​ເທດ ​ໂດຍການ​​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ຄຳ​ໃບ ດຳລັດ ກຳມະການສູນ​ກາງ​ພັກ​ແຂວງ ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ ​ແຂວງ​ຄຳ​ມ່ວນ​, ມີ​ບັນດາ​ສະຫາຍກຳມະການ​ປະຈຳ​ພັກ​ແຂວງ, ກຳມະການ​ພັກ​ແຂວງ, ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ຄະນະ​ພັກ-​ຄະນະ​ບັນຊາ​ການກອງ​ປະຕິບັດ​ງານ​ພິ​ເສດ ​ແຂວງ​ກວາ​ງບິ່ງ​ແຫ່ງ ສ.ສ ຫວຽດນາມ, ບັນດາ​ສະຫາຍ​ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ, ນາຍ​ທະຫານ, ນາຍ​ຕຳຫຼວດຕະຫຼອດ​ເຖິງ​ພະ ນັກງານ​ລັດຖະກອນ ​ແລະຜູ້ຕາງໜ້າ​ປະຊາຊົນ​ຊາວ​ເມືອງ​ທ່າ​ແຂກ​​ເຂົ້າ​ຮ່ວມ.

​      ໃນ​ວາລະ​ພິທີ​ດັ່ງກ່າວ ​ທ່ານ ຄຳ​ໃບ ດຳລັດ ​ເຈົ້າ​ແຂວງ​ແຂວງ​ຄຳ​ມ່ວນ ​ໄດ້​ຂຶ້ນ​ກ່າວ​ສະດຸ​ດີ​ເຖິງ​ດວງ​ວິນ​ຍານ​ຂອງ​ບັນດາ​ສະຫາຍ​ທະຫານ​ອາສາ​ສະໝັກ ​ແລະຊ່ຽວຊານ​ຫວຽດນາມ​ອ້າຍ​ນ້ອງ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ພາລະກິດ​ການ​ປະຕິວັດ​ລາວ​ຢູ່​ດິນ​ແດນ​ແຂວງ​ຄຳ​ມ່ວນສ.ປ.ປລາວ ​ແລະຫວຽດນາມ​ແມ່ນ​ມີ​ຮູບ​ການ​ພົ້ນ​ເດັ່ນ​ທີ່​ຫາ​ຍາກ​ໂດຍ​ຜ່ານ​ເສັ້ນທາງ​ປະຫວັດສາດ​ສາຍ​ພົວພັນ​ລາວ-​ຫວຽດ ​ແມ່ນ​ບົດຮຽນ ​ແລ​ະກໍາລັງ​ແຮງ​ນຳ​ໄປ​ສູ່​ໄຊຊະນະ​ທີ່​ຍິ່ງ​ໃຫຍ່​ຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໃນ​ການກໍ່ສ້າງ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ພ້ອມ​ກັນ​ພັດ​ທະ​ນາ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ຕະຫຼອດ​ຮອດ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕປະຊາຊົນ​ຫວຽດນາມ ​ອ້າຍ​ນ້ອງ​ຍາມ​ໃດ​ກໍ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ຮ່ວມ​ຂຸມ​ຄອງ​ແຫ່ງ​ສະໝໍລະພູມ​ສົງຄາມ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ຕ່າງ​ດ້າວ​ປົດ​ປ່ອຍ ປະ​ເທດ​ອອກ​ຈາກ​ແອກ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ​ແບບ​ໃໝ່​ຍາດ​ເອົາ​ການ​ປົກຄອງ​ມາສູ່​ກຳມື​ປະຊາຊົນ​ໄດ້​ຢ່າງ​ສົມບູນ.

ອີງ​ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ລັດຖະບານ 2 ຊາດລາວ-​ຫວຽດນາມກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ທ້ອນ​ໂຮມ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະຊ່ຽວຊານ​ຫວຽດນາມ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ຢູ່​ສະໝາ​ມຮົບ​ລາວ​ກັບ​ຄືນ​ປະ​ເທດ​ໃນ​ລະດູ​ແລ້ງ​ຂອງ​ປີ 2012-2013 ອີງ​ຕາມ​ການ​ບັນ​ທຶກ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ຮ່ວມ​ລະຫວ່າງ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ-​ອຳນາດ​ການ​ປົກຄອງ​ແຂວງ​ຄຳ​ມ່ວນ ​ກັບ ​ແຂວງ​ກວາງ​ບິ່ງ ​ແລະອີງ​ຕາມ​ການ​ພົບ​ປະ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ປະຕິບັດ​ງານ​ພິ​ເສດ​ແຂວງ​ຄຳ​ມ່ວນ ​ແລະ ​ແຂວງ​ກວາງ​ບິ່ງ​ກ່ຽວ​ກັບ​ການ​ຊອກ​ຫາ, ຂຸດ​ຄົ້ນ​ຂຸມ​ຝັງ​ສົບ​ຂອງ​ທະຫານ​ອາສາ​ສະໝັກ ​ແລະຊ່ຽວຊານຫວຽດນາມທີ່​ເສຍ​ຊີ ວິດ​ຢູ່​ດິນ​ແດນ​ແຂວງ​ຄຳ​ມ່ວນ ​ເພື່ອ​ທ້ອນ​ໂຮມ​ອັດຖິສົ່ງ-​ມອບ​ກັບ​ຄືນ​ປະ​ເທດ. ​ສຳລັບໃນ​ລະດູ​ແລ້ງປີ 2013-2014 ກອງ​ປະຕິບັດ​ງານ​ພິ​ເສດ 589 ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ບິ່ງ ​ໄດ້​ຮ່ວມ​ກັບ​ວິຊາ​ການ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ກອງ​ບັນຊາ​ການ​ທະຫານ​ເມືອງ​ທ່າ​ແຂກ, ​ເມືອງ​ເຊ​ບັ້ງ​ໄຟ, ​ເມືອງ​ຄູນ​ຄຳ, ​ເມືອງ​ມະຫາ​ໄຊ, ​​ເມືອງ​ບົວລະພາ, ​ເມືອງ​ນາ​ກາຍ, ​ເມືອງ​ຍົມ​ມະ​ລາດ ຊຶ່ງ​ໄດ້​ພ້ອມກັນຊອກ​ຫາ ​ແລະສາມາດ​ຂຸດ​ຄົ້ນ​ໄດ້ຈຳນວນ 32 ສົບ. ​ເພື່ອ​ເປັນ​ການ​ຈາ​ລຶກ​ຮູ້​ບຸນຄຸນ ​ແລະຜົນງານ​ອັນ​ເລິກ​ເຊິ່ງທີ່​ຫາ​ອັນ​ປຽບ​ບໍ່​ໄດ້ຂໍ​ອວຍພອນ​​ໃຫ້​ນ້ຳ​ໃຈ​ມິດຕະພາບ​ຄວາມ​ສາ​ໝັກ​ຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງລາວ-​ຫວຽດນາມ​ຈົ່ງ​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຊົ່ວ​ຟ້າ​ກາລະ​ນານ. ​

ທີ່ມາ http://www.khammouanenews.com/khao/nalak/2598

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...