Homeຂ່າວພາຍ​ໃນຈັບສະຫລາກແບ່ງສາຍເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ຮຸ່ນອາຍຸ 16 ປີ ປະຈໍາປີ 2016

ຈັບສະຫລາກແບ່ງສາຍເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ຮຸ່ນອາຍຸ 16 ປີ ປະຈໍາປີ 2016

Published on

ຈັບສະຫລາກແບ່ງສາຍເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ຮຸ່ນອາຍຸ 16 ປີ ປະຈໍາປີ 2016 ຫລື AFF U16 CHAMPIONSHIP 2016 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 10-23 ເດືອນ ກໍລະກົດ 2016 ຢູ່ທີ່ນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ .
+ ຜົນການຈັບສະຫລາກ
– ກຸ່ມ A ປະກອບມີ : ມຽນມາ , ອົສຕຣາລີ , ຟີລິບປິນ , ມາເລເຊຍ , ຫວຽດນາມ ແລະ ສິງກະໂປ .
– ກຸ່ມ B ປະກອບມີ : ໄທ , ລາວ , ກຳປູເຈຍ , ຕີມໍ ເລສເຕ ແລະ ບຣູໄນ.
+ ສຳລັບຕາຕະລາງການແຂ່ງຂັນຂອງທີມຊາດລາວ
– ວັນຈັນ 11 ກໍລະກົດ ເວລາ 18:30 ກຳປູເຈຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ໂອແລມປິກສະເຕດຽມ .
– ວັນສຸກ 15 ກໍລະກົດ ເວລາ 18:30 ລາວ ພົບ ຕີມໍ ເລສເຕ ແຂ່ງຂັນຢູ່ທີ່ສະຫນາມ ໂອແລມປິກສະເຕດຽມ .
– ວັນອາທິດ 17 ກໍລະກົດ ເວລາ 15:30 ບຣຸໄນ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ ໂອແລມປິກສະເຕດຽມ .
– ວັນອັງຄານ 19 ກໍລະກົດ ເວລາ 15:30 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ ໂອແລມປິກສະເຕດຽມ .
ຜົນງານໃນການແຂ່ງຂັນໃນປີ 2015 ທີມຊາດລາວ ຮຸ່ນ 16 ປີ .
+ ຜົນງານໃນຮອບແບ່ງກຸ່ມ A
– ວັນທີ 27/ 07 / 2015 ລາວ ຊະນະ ໄທ 1-0.
– ວັນທີ 29/ 07 / 2015 ລາວ ຊະນະ ຕີມໍ ເລສເຕ 3-2.
– ວັນທີ 31/ 07 / 2015 ລາວ ສະເຫມີ ຫວຽດນາມ 2-2
– ວັນທີ 02/ 08 / 2015 ລາວ ຊະນະ ບຣູໄນ 2-0
– ວັນທີ 04/ 08 / 2015 ລາວ ຊະນະ ມາເລເຊຍ 2-0
ເປັນອັນດັບ 1 ຂອງ ກຸ່ມ A
+ ຮອບຮອງຊະນະເລີດ
– ວັນທີ 07/ 08 / 2015 ລາວ ເສຍ ມຽນມາ 0-1 .
+ ຮອບຊີງທີ 3
– ວັນທີ 09/ 08 / 2015 ລາວ ເສຍ ອົສຕຣາລີ 2 – 10
ຜົນງານໃນລາຍການແຂ່ງຂັນບານເຕະຊີງແຊ໋ມອາຊຽນ ຮຸ່ນອາຍຸ 16 ປີ ປະຈໍາປີ 2015 ຫລື AFF U16 CHAMPIONSHIP 2015 ທີມຊາດລາວແມ່ນຍາດໄດ້ອັນດັບ 4
‪#‎AFFU162016‬

ຂ່າວຈາກ: ຂ່າວສານບານເຕະລາວ

188

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...