spot_img
Homeຂ່າວການພັດທະນາທ່ານ ສົມສະຫວາດ ເລັ່ງສະຫວັດ ສຳເລັດການ ຢ້ຽມຢາມ ສະຫະພັນຣັດເຊຍ ດ້ວຍຜົນສຳເລັດອັນສະຫງ່າງາມ

ທ່ານ ສົມສະຫວາດ ເລັ່ງສະຫວັດ ສຳເລັດການ ຢ້ຽມຢາມ ສະຫະພັນຣັດເຊຍ ດ້ວຍຜົນສຳເລັດອັນສະຫງ່າງາມ

Published on

ແຕ່ວັນທີ 12 -18 ເມສາ 2016ທີ່ຜ່ານມາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດຂົງເຂດການຜະລິດ ແລະ ຈໍລະຈອນ ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງລາວ ໄປຢ້ຽມຢາມ ສະ ຫະພັນຣັດເຊຍ ຢ່າງເປັນທາງການ.

ໃນໄລຍະຢູ່ຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຄະນະຜູ້ແທນລາວເຮົາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ເດີໂວຣໂກວີຈ, ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ໂດຍທ່ານໄດ້ກ່າວ ຊົມເຊີຍ ແລະ ຕີລາຄາສູງຕໍ່ ການພົວພັນຮ່ວມມືຂອງສອງປະເທດ ທີ່ມີມູນເຊື້ອມາແຕ່ດົນນານ. ນອກນີ້, ທ່ານ ຍັງໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫລັງ ສປປ ລາວ ເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ (AEC) ແລ້ວ ຣັດເຊຍ ຍັງໄດ້ມີແຜນການເພື່ອສະເໜີແນວທາງການຮ່ວມມືອັນໃໝ່ໃນດ້ານຕ່າງໆ ກັບ ສປປ ລາວ ລວມທັງ ການສືບຕໍ່ສະໜັບສະໜູນການຮ່ວມມືພັດທະນາທາງດ້ານພະລັງງານ ຄຽງຄູ່ກັບການສືບຕໍ່ຕິດຕາມ ແລະ ຊຸກຍູ້ໃຫ້ບັນດາບໍລິສັດກ່ຽວຂ້ອງຂອງຣັດເຊຍ ເພື່ອໄປລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວ.

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ແຈ້ງໃຫ້ຄູ່ຕຳແໜ່ງຣັດເຊຍຊາບ ກ່ຽວກັບການມາເຮັດວຽກຂອງຄະນະຄັ້ງນີ້ ເຊິ່ງຈຸດປະສົງຕົ້ນຕໍ ແມ່ນເພື່ອສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແທດເຖິງຕົວຈິງຍິ່ງຂຶ້ນ, ເວົ້າສະເພາະ ແມ່ນເພື່ອຊຸກຍູ້ການຮ່ວມມືພັດທະນາໃນຂົງເຂດພະລັງງານ, ການຄ້າ ແລະ ການທ່ອງທ່ຽວ ເຊິ່ງ ສປປ ລາວ ພ້ອມທີ່ຈະອໍານວຍຄວາມສະດວກໃນດ້ານຕ່າງໆ ໃຫ້ແກ່ບັນດານັກທຸລະກິດຣັດເຊຍ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືກັນ ເພື່ອກ້າວໄປສູ່ການເຊັນສັນຍາ ການຄ້າສະບັບໃໝ່ ທີ່ແທດເໝາະກັບສະພາບການໃນປະຈຸບັນ. ນອກຈາກນັ້ນ, ຮອງນາຍົກລັດຖະມົນຕີທັງສອງ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມເຂົ້າຮ່ວມກອງປະຊຸມຄູ່ເຈລະຈາ ອາຊຽນ-ຣັດເຊຍ ແລະ ການພົບປະສຸດຍອດຂອງສອງປະເທດ ໃນຖະນາ ສປປ ລາວ ເປັນປະທານອາຊຽນ ເຊິ່ງຈະ ໄດ້ຈັດຂຶ້ນຢູ່ໂຊຈີ ໃນມໍ່ໆ ນີ້ ແລະ ເຊື່ອໝັ້ນວ່າ ຜ່ານກອງປະຊຸມຄັ້ງນີ້ ບົດບາດຂອງຣັດເຊຍ ຈະໄດ້ຮັບການເພີ່ມທະວີຂຶ້ນຢູ່ໃນອາຊຽນ. ພາຍຫລັງສໍາເລັດກອງປະຊຸມຮ່ວມມືຂອງຄະນະກໍາມາທິການຮ່ວມມື ຂອງສອງປະເທດ ຄັ້ງທີ 11 ທີ່ໄດ້ຈັດຂຶ້ນໃນເດືອນ ເມສາ 2015 ທີ່ນະຄອນຫລວງມົດສະກູ ເຫັນ ວ່າການຮ່ວມມືຂອງສອງປະເທດ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ມີຄວາມຄືບໜ້າ ເຊິ່ງມີຜົນສໍາເລັດໃນຫລາຍດ້ານ ແລະ ເຊື່ອວ່າ ກອງປະຊຸມຄັ້ງທີ 12 ຂອງຄະນະກຳມາທິກາານຮ່ວມມື ທີ່ຈະໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນເດືອນ ກໍລະກົດ 2016 ທີ່ຈະມາເຖິງນີ້ ຈະໄດ້ຮັບຜົນສຳເລັດ ໃໝ່ອີກ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ໃນຂົງເຂດວຽກງານປ້ອງກັນຊາດ ແລະ ການພັດ ທະນາຊັບພະຍາກອນມະນຸດ.
ໃນໄລຍະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ພົບປະກັບທ່ານ ນີກີໂຟຣົບ, ລັດຖະມົນຕີກະຊວງຄົມມະນາຄົມ ແລະ ສື່ສານມວນຊົນ, ທັງເປັນປະທານຄະ ນະກຳມາທິການຮ່ວມມື ຣັດເຊຍ-ລາວ ແລະ ບໍລິສັດທີ່ພັດທະນາດ້ານພະລັງງານ ຈໍານວນໜຶ່ງຕື່ມອີກ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...