Homeຂ່າວເຫດການພິກວິກິດເປັນໂອກາດສໍ້ໂກງເອົາຄ່າທໍານຽມທາງນໍາປະຊາຊົນແບບຫນ້າຕາດື້ໆ

ພິກວິກິດເປັນໂອກາດສໍ້ໂກງເອົາຄ່າທໍານຽມທາງນໍາປະຊາຊົນແບບຫນ້າຕາດື້ໆ

Published on

ພິກວິກິດເປັນໂອກາດສໍ້ໂກງເອົາຄ່າທໍານຽມທາງນໍາປະຊາຊົນແບບຫນ້າຕາດື້ໆ ບັນຫານີ້ມື້ໃດຈະແກ້ໄຂໃຫ້ໝົດໄປໄດ້
ຈົດຫມາຍຈາກພົນລະເມືອງດີສົ່ງມາລະບຸວ່າພາກສ່ວນທີ່ກ່ຽວຂ້ອງ ຈະມີວິທີແກ້ໄຂແນວໃດ? ກໍລະນີພະນັກງານເກັບເງິນຄ່າທໍານຽມທາງ(ທົ່ງປົ່ງ) ເກັບບໍ່ກົງກັບແຈ້ງການ ເຊັ່ນ: ລົດເກັງນ້ອຍ ແຮງຈັກຕໍ່າກວ່າ 1200 ຊີຊີ ສວຍໂອກາດຂູດຮີດເກັບ 52.000 ກີບ ທັງໆທີ່ລາຄາຕາມແຈ້ງການແມ່ນ 20.000 ກີບ ເມື່ອອ້າງໃບແຈ້ງການໃຫ້ເພີ່ນພັດເວົ້າວ່າ ມັນໝົດແລ້ວ (ຈະໝົດຈັ່ງໃດ ແຈ້ງການເສຍຄ່າທາງຫາກໍ່ເລີ່ມ) ນີ້ແມ່ນເລື້ອງຈິ່ງ ຈາກພະນັກງານຄະນະວິທະຍາສາດ ມະຫາວິທະຍາແຫ່ງຊາດ ໄປເສຍຄ່າທໍານຽມທາງມື້ນີ້ ວັນທີ 20/4/2016. ກ່ອນຫນ້າເພີ່ນກ່າວວ່າປາໃຫຍ່ກິນປານອ້ຍປາສອ້ຍກິນຊິວ ແຕ່ດຽວນີ້ແມ່ນຫຍັງກໍບໍ່ເຫລືອ ພາກັນສຸມຫົວກັນກິນບໍ່ຕ່າງຫຍັງກັບຫມີກິນເພີ່ງ. ປັດຈຸບັນພະນັກງານລັດຈໍານວນຫນຶ່ງເປັນໂຕການເຮັດໃຫ້ພັກໃຫ້ລັດເສຍຫາຍ ແລະ ເສຍລາຍໄດ້ຫລາຍທີ່ສຸດ ໃນນັ້ນພະນັກງານບາງສວບລອຍເປັນຄາບໂຈນເກາະກິນແຫ້ນກິນສິ່ງເລັກໆນອ້ຍນໍາປະຊາຊົນ ສະນັ້ນຄວນແກ້ໄຂດ່ວນດ້ວຍວິທີບໍ່ໃຫ້ພະນັກງານຈັບເງິນສົດໂດຍໃຊ້ວິທີເສຍຄ່າທາງຜ່ານລະບົບທະນາຄານ ແລະ ລະບົບເອເລັກໂທຣນິກຈະເຮັດໃຫ້ພັກໃຫ້ລັດເຮົາຮັ່ງມີເພີ່ມຂຶ້ນ 100 ເທົ່າ ຫລັງຈາກນັ້ນໃຫ້ໄປຈອບເບິ່ງວ່າຈະເຫັນພະນັກງານເລົ່ານັ້ນຍ່າງເລາະຫາຈ່າວຂາຍຄາທາງ ຫລື ບໍ່? ພວກເຮົາຢ້ານບໍ່ເຫັນຮອດຫນ້າຢູ່ຫັນ.

ພາບ-ຂ່າວ: phy

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...