spot_img
Homeຂ່າວພາຍ​ໃນຕຳ­ຫຼວດ​ເມືອງ​ໄຊ​ບູ​ລີ ຈັບ​ຜູ້​ຄ້າ​ຢາ​ບ້າ

ຕຳ­ຫຼວດ​ເມືອງ​ໄຊ​ບູ​ລີ ຈັບ​ຜູ້​ຄ້າ​ຢາ​ບ້າ

Published on

ວັນ​ທີ 31 ມີ­ນາ 2016 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ເມືອງ​ໄຊ​ບູ​ລີ​ແຂວງ​ສະ­ຫວັນ​ນະ​ເຂດ​ຮ່ວມ​ກັບ​ປກສ​ກຸ່ມ​ບ້ານ​ທີ 1 ແກ້ງ​ກະ­ເບົາ​ໄດ້​ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ:ຢູ່​ຂອບ​ເຂດ​ບ້ານ​ດົງ​ພຸງ​ໄດ້​ມີ​ການ​ຄ້າ­ຂາຍ​ແລະ​ມົ້ວ​ສຸມ​ຢາ​ເສບ​ຕິດ (ຢາ​ບ້າ) ດັ່ງ­ນັ້ນ​ທາງ​ເຈົ້າ​ໜ້າ­ທີ່​ຈິ່ງ​ສົມ­ທົບ​ກຳ­ລັງ​ທຸກ​ພາກ­ສ່ວນ​ລົງ​ຕິດ­ຕາມ​ກວດ­ກາ​ຕົວ​ຈິງ​ກໍ​ພົບ​ວ່າ​ມີ​ເຫດ­ການ​ເກີດ​ຂຶ້ນ​ແທ້​ຈິ່ງ​ເຂົ້າ​ຈັບ​ກຸມ​ໄດ້​ຜູ້​ຖືກ​ຫາ 1 ຄົນ​ຄື: ທ້າວ​ຄຳ​ຫຼ້າ (ແອ້) ອາ­ຍຸ 28 ປີ, ບ້ານ​ດົງ​ພຸງ​ເມືອງ​ໄຊ​ບູ​ລີ​ໂດຍ​ໄດ້​ຈັບ​ກຸມ​ຢູ່​ຖຽງ­ນາ​ຂອງ​ຜູ້­ກ່ຽວ​ເອງ.

   ຜ່ານ​ການ​ກວດ​ຄົ້ນ​ຕົວ​ຈິງ​ໄດ້​ພົບ​ຂອງ​ກາງ​ຄື​ຢາ​ບ້າ​ຈຳ­ນວນ 223 ເມັດ​ເຊື່ອງ​ໄວ້​ໃນ​ຖົງ​ເສື້ອ​ເບື້ອງ​ຂວາ​ດັ່ງ­ນັ້ນ​ທາງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈິ່ງ​ໄດ້​ກັກ​ຕົວ​ຜູ້­ກ່ຽວ​ໄວ້​ເພື່ອ​ທຳ​ການ​ສືບ­ສວນ-ສອບ​ສວນ​ແລະ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ​ບ້ານ​ເມືອງ​ຕໍ່​ໄປ.

ຕາມ​ການ​ລາຍ​ງານ​ເບື້ອງ​ຕົ້ນ​ໄດ້​ໃຫ້​ຮູ້​ວ່າ: ທ້າວ​ຄຳ​ຫຼ້າ (ແອ້) ເປັນ​ບ່ອນ​ຈຳ­ໜ່າຍ​ຢາ​ເສບ​ຕິດ​ລາຍ​ຍ່ອຍ, ຂັ້ນ​ຕອນ​ຕໍ່​ໄປ​ທາງ​ເຈົ້າ​ໜ້າ­ທີ່​ຈະ​ໄດ້​ສືບ­ສວນ​ຫາ​ຕົ້ນ­ຕໍ​ເພື່ອ​ຈະ​ໄດ້​ທຳ­ລາຍ​ຮັງ​ໃຫຍ່​ຂອງ​ຜູ້​ຄ້າ​ຢາ​ເສບ​ຕິດ​ໃຫ້​ໝົດ​ໄປ​ຈາກ​ສັງ­ຄົມ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...