spot_img
Homeຂ່າວເຫດການຕຳຫລວດ​ຫົວພັນ​ມ້າງ​ເຄືອ​ຂ່າຍຄ້າຂາຍ​ຢາ​ເສບ​ຕິດ​ຕົວ​ອັນຕະລາຍ

ຕຳຫລວດ​ຫົວພັນ​ມ້າງ​ເຄືອ​ຂ່າຍຄ້າຂາຍ​ຢາ​ເສບ​ຕິດ​ຕົວ​ອັນຕະລາຍ

Published on

ເມື່ອ​ບໍ່​ດົນ​ມາ​ນີ້, ເຈົ້າ​ໜ້າ​ທີ່ ປກສ ​ແຂວງ​ຫົວພັນ ສາມາດ​ຈັບ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດ​ຕົວ​ອັນຕະລາຍ​ຄື: ທ້າວ​ ຫວາ​ຢົງ​ທໍ່ ອາຍຸ 45 ປີ ​ແລະທ້າວ ນູຈື່ ອາຍຸ 40 ປີ ທັງ​ສອງ ຢູ່​ບ້ານ​ພັນ​ສະຫວັນ, ​ເມືອງ​ຊຳ​​ໃຕ້, ພ້ອມ​ຂອງ​ກາງເຮ​ໂລ​ອິນ 36 ​ແທ່ງ ​ແລະ ຢາ​ບ້ານ 15 ພັນ​ເມັດ.

ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ຮັບ​ແຈ້ງ​ຈາກ​ພົນ​ລະ​ເມືອງ​ດີ​ວ່າ​ຈະ​ມີ​ການ​ລັບ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ເປັນ​ຈຳນວນ​ຫລາຍ​ໄປ​ປະ​ເທດ​​ໃກ້​ຄຽງຈຶ່ງ​ໄດ້​ນຳ​ກຳລັງ​ຕັ້ງ​ດ່ານ​ກວດກາ​ຫລາຍ​ຈຸດ​ໃນ​ເສັ້ນທາງ​ອອກ​ສູ່​ຊາຍ​​ແດນຢູ່​ເຂດ​ບ້ານ​ຫ້ວຍລາດ,​ ເມືອງ​ຊຳ​ໃຕ້ ຫລັງ​ຈາກ​ນັ້ນຈຶ່ງ​ເຫັນ​ເປົ້າ​ໝາຍ​ຂັບ​ຂີ່​ລົດຈັກ​ມາ​ສອງ​ຄັນເຈົ້າ​ໜ້າ​ທີ່​ຈຶ່ງ​ໄດ້​ທຳ​ການ​ກວດ​ຄົ້ນ​ຈຶ່ງ​ພົບ​ເຫັນ​ເຮ​ໂລອິນຈຳນວນ 36 ​ແທ່ງ ​ແລະ ຢາ​ບ້າ 15 ພັນ​ເມັດ, ຊຸກ​ເຊື່ອງ​ໄວ້​ໃນ​ເປົາ​ປ່ານ​ມັດ​ຢູ່​ທ້າຍ​ລົດ​ທັງ​ສອງ​ຄັນຈຶ່ງ​ຈັບ​ຕົວ​ພວກ​ກ່ຽວ​ພ້ອມ​ຢຶດຂອງ​ກາງ​ເພື່ອ​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະດີ​ຕາມລະບຽບ​ກົດໝາຍ.

ຜ່ານ​ການ​ສືບສວນ-ສອບ​ສວນຂອງ​ເຈົ້າ​ໜ້າ​ທີ່ ພວກ​ກ່ຽວ​ຮັບ​ສາລະພາບ​ວ່າ: ຢາ​ເສບ​ຕິດ​ທັງ​ໝົດ​ແມ່ນ​ເອົາ​ມາ​ຈາກ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ໃນ​ແຂວງ​ຫົວພັນ​ເພື່ອ​ຈະ​ເອົາ​​ໄປ​ສົ່ງ​ໃຫ້​ລູກ​ຄ້າ​ເຂດ​ຊາຍ​ແດນ​ຫວຽດນາມ.

ຂ່າວໃຫ້ຮູ້ຕື່ມວ່າ: ເມື່ອວັນທີ 6 ເມສາຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສິນປະຫານຊີວິດທ້າວ ສືລໍ ອາຍຸ 46 ປີ ຢູ່ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ ແລະ ທ້າວ ກົງກື ອາຍຸ 41 ປີຢູ່ບ້ານຜາໂດ,ເມືອງແມ່ສອດ, ແຂວງຕາກ (ປະເທດໄທ)ໃນຂໍ້ຫາຄ້າຂາຍຢາເສບຕິດ,ໂດຍທັງສອງຖືກເຈົ້າໜ້າທີ່ຈັບຕົວເມືອງກາງປີ 2015 ໃນເຂດບ້ານທ່າດິນແດງ, ເມືອງໄຊທານີ,ນະຄອນຫລວງວຽງຈັນພ້ອມຂອງກາງເຮໂລອິນຈຳນວນ 48ແທ່ງ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...