spot_img
Homeຂ່າວທ້ອງຖິ່ນແຂວງສະຫວັນນະເຂດ ຈັດງານປະກວດແນວພັນເຂົ້າ ຄັ້ງທີ 2

ແຂວງສະຫວັນນະເຂດ ຈັດງານປະກວດແນວພັນເຂົ້າ ຄັ້ງທີ 2

Published on

ການຈັດງານປະກວດແນວພັນເຂົ້າ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ສູນຄົ້ນຄວ້າ ແລະ ຂະຫຽາຍແນວພັນພືດທ່າສະໂນ ແຂວງສະຫວັນນະເຂດ ໃນວັນທີ 6 ເມສາ 2016 ທີ່ຜ່ານມາ ໂດຍມີທ່ານ ທັດສະກາ ສະພັງທອງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ທ່ານ ດຣ. ນາງ ພູດາໄລ ລັດວິໄລວົງ ຫົວໜ້າສູນຄົ້ນຄວ້າ ແລະ ຂະຫຽາຍແນວພັນພືດທ່າສະໂນ ທ່ານ ດຣ. ກັນຍາວິມ ກີຣະຕິກອນ ຜູ້ອຳນວຍການສູນພັນທຸວິສະວະກຳ ແລະ ເຕັກໂນໂລຊີຊີວະພາບແຫ່ງປະເທດໄທ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນງານຄັ້ງນີ້ ຜູ້ເຂົ້າຮ່ວມງານໄດ້ມີການຊີມເຂົ້າແນວພັນໃໝ່ ເຊິ່ງຮວມມີເຂົ້າໜຽວໜຶ້ງສຸກ ແລະ ເຂົ້າຈ້າວທີ່ຫຸງສຸກແລ້ວ ໃນນີ້ຮວມມີເຂົ້າໜຽວທ່າດອກຄຳ 1 ທ່າສະໂນ ພັນເຂົ້າຈ້າວຫອມ ແລະ ພັນອື່ນໆ ໂດຍມີມວນຊົນໃຫ້ຄວາມສົນໃຈເຂົ້າຮ່ວມຊົມ ແລະ ຊີມຢ່າງຫຼວງຫຼາຍ ຈາກນັ້ນ ກໍໄດ້ມີການໃຫ້ຄະແນນໃນແບບຟອມທີ່ຄະນະຜູ້ຈັດງານໄດ້ແຈກຢາຍໃຫ້ ເພື່ອເປັນການເກັບກຳຂໍ້ມູນໃນການປັບປຸງແນວພັນເຂົ້າໃນຂັ້ນຕໍ່ໄປ ພ້ອມນັ້ນ ໃນງານຍັງໄດ້ມີການປະກວດແນວພັນເຂົ້າຕ່າງໆເຊັ່ນ ພັນເຂົ້າທີ່ມີສະມັດຖະພາບຜົນຜະລິດສູງ ພັນເຂົ້າທີ່ມີກິ່ນຫອມ ທົນນ້ຳຖ້ວມ ແລະ ຕ້ານທານຕໍ່ພະຍາດ ໂດຍມີຄະນະກຳມະການໄດ້ຕັດສິນຕາມມາດຖານ ແລະ ຄຸນະພາບຂອງພັນເຂົ້າແຕ່ລະປະເພດ ເຊິ່ງການຈັດງານຄັ້ງນີ້ແມ່ນການຮ່ວມມືລະຫວ່າງສູນຄົ້ນຄວ້າ ແລະ ຂະຫຽາຍແນວພັນພືດທ່າສະໂນ ແຂວງສະຫວັນນະເຂດ ແລະ ສູນພັນທຸວິສະວະກຳ ແລະ ເຕັກໂນໂລຊີຊີວະພາບແຫ່ງປະເທດໄທ ຮ່ວມກັນຈັດຂຶ້ນ ເຊິ່ງການຈັດງານໃນຄັ້ງນີ້ ແມ່ນເປັນສ່ວນນຶ່ງຂອງກິດຈະກຳຕ່າງໆທີ່ຈະນຳໃຊ້ເຂົ້າໃນການປັບປຸງແນວພັນເຂົ້າ ແລະ ເພື່ອສ້າງຄວາມຍືນຍົງໃນການຜະລິດເຂົ້າໃຫ້ກັບກຸ່ມຊາວນາ ນຳໄປສູ່ການປູກເຂົ້າທີ່ມີຄຸນະພາບ ໄດ້ຮັບຜົນຜະລິດສູງ ມີລຳຕົ້ນທີ່ແຂງແຮງ ທົນທານຕໍ່ພະຍາດ-ສັດຕູພືດ ແລະ ສະພາບນ້ຳຖ້ວມ ມີລົດຊາດທີ່ແຊບ ແລະ ຫອມ.

 

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...