Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ແຜ່ນດິນໄຫວເອກົວດໍ ທະລຸ 413 ຄົນ ທາງການຍັງຄົງຄົ້ນຫາ ຜູ້ລອດຊີວິດ!

ຍອດຜູ້ເສຍຊີວິດ ແຜ່ນດິນໄຫວເອກົວດໍ ທະລຸ 413 ຄົນ ທາງການຍັງຄົງຄົ້ນຫາ ຜູ້ລອດຊີວິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ເມສານີ້ວ່າ ຄວາມຄືບໜ້າການກູ້ໄພ ເຫດແຜ່ນດິນໄຫວ ຂະໜາດ 7.8 ໃນວັນເສົາທີ 16 ເມສາ 2016 ຜ່ານມາ ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ຫລາຍແຫ່ງ ໃນປະເທດເອກົວດໍ ໂດຍຫລ້າສຸດພົບສົບຜູ້ເສຍຊີວິດທັງໝົດແລ້ວ 413 ຄົນ ໃນຂະນະທີ່ຍັງມີຜູ້ໄດ້ຮັບບາດເຈັບອີກ ຫລາຍກວ່າ 2,000 ຄົນ ແລະ ມີປະຊາຊົນໄດ້ຮັບຜົນກະທົບ ເດືອດຮ້ອນອີກນັບ 100,000 ກວ່າຄົນ.

ແນວໃດກໍຕາມ ທາງການເອກົວດໍ ໄດ້ເປີດຮັບເອົາການຊ່ວຍເຫລືອ ຈາກບັນດາປະເທດເພື່ອນບ້ານ ແລະ ສາກົນ ທີ່ໄດ້ສົ່ງເຄື່ອງຂອງບັນເທົາທຸກ ເຂົ້າມາຊ່ວຍເຫລືອ ແລະ ການຄົ້ນຫາຜູ້ລອດຊີວິດ ຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ເຖິງແມ່ນວ່າເວລາຜ່ານມາແລ້ວ ຫລາຍກວ່າ 40 ຊົ່ວໂມງກໍຕາມ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...