HomeBaby-ແມ່ແລະເດັກລ້ຽງລູກແບບໃດ...ໃຫ້ໃຫຍ່ຂຶ້ນມາບໍ່ເປັນຄົນກ້າວລ້າວ! ຢຸດອ່ານກ່ອນທີ່ມັນຈະສາຍເກີນແກ້ໄຂ

ລ້ຽງລູກແບບໃດ…ໃຫ້ໃຫຍ່ຂຶ້ນມາບໍ່ເປັນຄົນກ້າວລ້າວ! ຢຸດອ່ານກ່ອນທີ່ມັນຈະສາຍເກີນແກ້ໄຂ

Published on

ສຳລັບພໍ່ແມ່ນີ້ພາດບໍ່ໄດ້ເລີຍກັບການລ້ຽງລູກ ລ້ຽງລູກແບບໃດ…ໃຫ້ໃຫຍ່ຂຶ້ນມາບໍ່ເປັນຄົນກ້າວລ້າວ! ຢຸ້ອ່ານກ່ອນທີ່ມັນຈະສາຍເກີນແກ້ໄຂ ກະລຸນາສະລະເວລາອັນມີຄ່າຂອງທ່ານເລັກໜ້ອຍເພື່ອອ່ານ

• ຫາກລູກຂອງທ່ານມັກຕວະທ່ານເລື່ອຍໆ ອາດເປັນເພາະທ່ານມັກລົງໂທດເຂົາຫຼາຍເກີນໄປໃນເວລາເຂົາເວົ້າຄວາມຈິງບາງເລື່ອງ

• ຫາກລູກຂອງທ່ານຂາດຄວາມໝັ້ນໃຈໃນຕົວເອງ ອາດເປັນເພາະທ່ານບໍ່ເຄີຍໃຫ້ກຳລັງໃຈເຂົາເລີຍ

• ຫາກລູກຂອງທ່ານບໍ່ມັກເວົ້າກັບທ່ານ ອາດເປັນເພາະທ່ານບໍ່ມັກເວົ້າກັບລູກ

• ຫາກລູກຂອງທ່ານມັກລັກຂະໂມຍ ອາດເປັນເພາະທ່ານບໍ່ເຄີຍສອນໃຫ້ລູກຮູ້ຄຳວ່າ ‘ໃຫ້’

• ຫາກລູກຂອງທ່ານບໍ່ມີຄວາມຫ້າຫານ ອາດເປັນເພາະທ່ານຄອຍປົກປ້ອງ ແກ້ຕົວຕ່າງໆຊ່ວຍລູກຕະຫຼອດ

• ຫາກລູກຂອງທ່ານບໍ່ໃຫ້ກຽດຄົນອື່ນ ອາດເປັນເພາະທ່ານມັກຂຶ້ນສຽງກັບພວກເຂົາ

• ຫາກລູກຂອງທ່ານຄຽດງ່າຍຢູ່ຕະຫຼອດເວລາ ອາດເປັນເພາະທ່ານບໍ່ເຄີຍຍ້ອງຍໍເຂົາເລີຍ

• ຫາກລູກຂອງທ່ານເປັນຄົນຂີ້ຖີ່ ອາດເປັນເພາະທ່ານບໍ່ເຄີຍແບ່ງປັນສິ່ງໃດໃຫ້ເຂົາ

• ຫາກລູກຂອງທ່ານອ່ອນແອ ອາດເປັນເພາະທ່ານມັກຂົ່ມຂູ່ໃຫ້ເຂົາຢ້ານກົວ

• ຫາກລູກຂອງທ່ານມັກອິດສາ ອາດເປັນເພາະທ່ານເມີນເສີຍບໍ່ໃສ່ໃຈເຂົາ

• ຫາກລູກທ່ານມັກສ້າງວາມລຳຄານໃຈຕໍ່ທ່ານ ອາດເປັນເພາະທ່ານບໍ່ເຄີຍກອດ ບໍ່ເຄີຍຫອມເຂົາ

• ຫາກລູກຂອງທ່ານບໍ່ເຊື່ອຟັງທ່ານ ອາດເປັນເພາະທ່ານຮຽກຮ້ອງຫຼາຍເກີນໄປຈາກພວກເຂົາ

• ຫາກລູກຂອງທ່ານມັກເກັບເນື້ອເກັບຕົວ ອາດເປັນເພາະທ່ານຍຸ້ງແຕ່ເລື່ອງຂອງຕົວເອງຫຼາຍເກີນໄປ

ຄົນເຮົາມັກຈະໃຊ້ປົມຂອງຕົນເອງລົງໄປທີ່ລູກ ໂດຍບໍ່ຮູ້ຕົວ ດັ່ງນັ້ນ ກ່ອນຈະເຮັດສິ່ງໃດກັບລູກ ຫຼື ຄົນທີ່ທ່ານຮັກ ຄວນຄິດກ່ອນວ່າເມື່ອຕອນທ່ານເປັນເດັກນ້ອຍ ທ່ານຢາກໃຫ້ພໍ່ແມ່ຮັກ ເຮັດສິ່ງດີໆກັບທ່ານຫຼືບໍ່? ແລ້ວທ່ານຢາກໃຫ້ລູກປະຕິບັດແບບໃດກັບທ່ານ ເມື່ອຍາມທີ່ເຂົາເຕີບໃຫຍ່

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...