spot_img
Homeຂ່າວການພັດທະນາ40% ແລ້ວການສ້າງທາງແຕ່ 4 ແຍກໄຟແດງດົງໂດກຫາຕານມີໄຊ

40% ແລ້ວການສ້າງທາງແຕ່ 4 ແຍກໄຟແດງດົງໂດກຫາຕານມີໄຊ

Published on

ໂຄງ­ການກໍ່­ສ້າງເສັ້ນ­ທາງເບຕົງເສີມ ເຫຼັກ ແຕ່ 4 ແຍກໄຟແດງດົງໂດກຫາ 4 ແຍກ ໄຟແດງຕານມີໄຊ ແມ່ນໂຄງ­ການໜຶ່ງທີ່ກຳ­ລັງຂຸ້ນ­ຂ້ຽວສຸມໃສ່ປະ­ຕິ­ບັດໜ້າວຽກຢ່າງຫ້າວ­ຫັນ ເພື່ອເຮັດໃຫ້­ການສັນ­ຈອນໄປ-ມາມີຄວາມສະດວກປອດໄພ, ຫຼ້າສຸດ ເຈົ້າຂອງໂຄງ­ການເຜີຍດຽວ­ນີ້ ໜ້າວຽກໂດຍລວມຄືບໜ້າແລ້ວ 40%, ພ້ອມຢືນ­ຢັນໂຄງ­ການຈະສຳ­ເລັດທັນຕາມແຜນ­ການ.

ທ່ານ ຫຸມ­ພັນ ພະດວງເດດ ຫົວ­ໜ້າໂຄງການກໍ່­ສ້າງເສັ້ນ­ທາງດັ່ງ­ກ່າວໃຫ້ສຳ­ພາດວ່າ: ໂຄງ­ການດັ່ງ­ກ່າວ ແມ່ນ ໄດ້ເລີ່ມລົງ­ມືມາແຕ່ຕົ້ນເດືອນຕຸ­ລາ 2015 ແລະຜ່ານການ­ຈັດ­ຕັ້ງປະ­ຕິ­ບັດໜ້າວຽກ ຕ່າງໆ ໃນໄລ­ຍະຜ່ານມາຈົນຮອດປະ­ຈຸ ບັນ ເຫັນວ່າ ໂດຍລວມແລ້ວໂຄງ­ການມີຄວາມຄືບໜ້າ 40%, ໃນນີ້ ໜ້າວຽກທີ່ສຳ­ເລັດ 100% ປະ­ກອບມີວຽກວາງທໍ່ລະ­ບາຍນໍ້າ, ວຽກອະ­ນາ­ໄມ, ບຸກ­ເບີກແລວທາງ ແລະວຽກເທເບຕົງເບື້ອງຂວາມືໄດ້ຈຳ­ນວນໜຶ່ງ.

ປະ­ຈຸບັນ ໂຄງ­ການພວມເລັ່ງໃສ່ຫຼາຍໜ້າວຽກເປັນ­ຕົ້ນແມ່ນສືບ­ຕໍ່ເທເບຕົງໜ້າທາງເບື້ອງຂວາ ສະ­ເພາະເລນທີ 3 ແຕ່ໜ້າມະ­ຫາ­ວິ­ທະ­ຍາ­ໄລແຫ່ງຊາດໄປຫາ 4 ແຍກໄຟແດງຕານມີໄຊໃຫ້ສຳເລັດ, ພ້ອມທັງກະ­ກຽມປະ­ສົມຊີ­ມັງກັບຊາຍຮອງພື້ນ ເພື່ອຈະໄດ້ເລີ່ມເທເບຕົງເບື້ອງຊ້າຍ ແລະຈະເລີ່ມເປີດເສັ້ນ­ທາງໃຫ້ລົດສັນ­ຈອນໃນບາງຊ່ວງທີ່ຄົບອາ­ຍຸຂອງການນຳໃຊ້ເສັ້ນ­ທາງ, ສ່ວນໜ້າວຽກອື່ນໆແມ່ນພວມດຳ­ເນີນການຢູ່ຕົ້ນຕໍການປູທາງຄົນຍ່າງ.

ທ່ານຫົວ­ໜ້າໂຄງ­ການຍັງໃຫ້ຮູ້ອີກວ່າ: ໜ້າວຽກທີ່ທາງໂຄງ­ການປະ­ຕິ­ບັດ ໄດ້ໃນປະ­ຈຸບັນທຽບ­ໃສ່ແຜນ­ການທີ່ວາງ ໄວ້ເບື້ອງຕົ້ນໃຫ້ສຳ­ເລັດທ້າຍເດືອນມິຖຸນາຂອງປີນີ້ ແມ່ນຊ້າກວ່າແຜນການເລັກນ້ອຍ ເນື່ອງຈາກການຍົກ­ຍ້າຍສິ່ງກີດ ຂວາງເຊັ່ນ: ທໍ່ນໍ້າປະ­ປາ, ສາຍເຄເບີນ ແລະຍົກ­ຍ້າຍເສົາໄຟ ໃນເບື້ອງຕົ້ນມີຄວາມຫຍຸ້ງ­ຍາກ ແລະແກ່­ຍາວ, ແນວໃດກໍດີ ທາງໂຄງ­ການຈະສືບ­ຕໍ່ຂຸ້ນ­ຂ້ຽວປະ­ຕິ­ບັດໃຫ້ສຳ­ເລັດທັນກັບແຜນ­ການແນ່­ນອນ ໂດຍສະ­ເພາະໜ້າວຽກເທເບຕົງ, ສ່ວນວຽກປະ­ດັບປະ­ດາຕາມເສັ້ນ­ທາງຄາດວ່າຈະສຳ­ເລັດຊ້າກວ່າແຜນເລັກນ້ອຍ.

ໂຄງ­ການກໍ່­ສ້າງເສັ້ນ­ທາງເບຕົງເສີມເຫຼັກແຕ່ 4 ແຍກໄຟແດງ 450 (ດົງໂດກ) ໄປຫາ 4 ແຍກໄຟແດງຕານມີໄຊ ແມ່ນໂຄງ­ການໜຶ່ງທີ່ນອນຢູ່ໃນໂຄງ­ການປັບປຸງຕາໜ່າງເສັ້ນ­ທາງ ແລະລະ­ບົບລະບາຍນໍ້າ­ຂອງນະ­ຄອນ­ຫຼວງວຽງຈັນ ທີ່ໄດ້ເລີ່ມລົງ­ມືກໍ່­ສ້າງໃນວັນທີ 1 ຕຸ­ລາ 2015, ໂດຍທາງຈະປູດ້ວຍເບຕົງເສີມເຫຼັກໜາປະ­ມານ 23 ຊັງຕີ, ຍາວທັງໝົດ 2,5 ກິ­ໂລ­ແມັດ, ກວ້າງ 28 ແມັດ, ໃນນີ້ ປະ­ກອບມີທາງຄົນຍ່າງເບື້ອງລະ 2 ແມັດ, ດອນກາງ, 2,70 ແມັດ, ພ້ອມນັ້ນ ຍັງມີ 6 ຊ່ອງຈະ­ລາ­ຈອນ, ໄຟເຍືອງທາງຄົບຊຸດ, ສະ­ເລ່ຍມູນຄ່າການລົງ­ທຶນແມ່ນ 10,5 ລ້ານໂດລາ ຫຼື ປະ­ມານ 84 ຕື້ກວ່າກີບ ໂດຍແມ່ນບໍລິສັດຈີນຢຸນານເປັນຜູ້ຮັບເໝົາໂຄງ­ການ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...