Homeຂ່າວທ້ອງຖິ່ນປ້າວຽງ ຂາຍນ້ຳຫອມສົງພະຢູ່ວັດອົງຕື້ ສ້າງລາຍຮັບ 4 ມື້ຊ່ວງປີໃໝ່ລາວ 3 ລ້ານກວ່າກີບ!

ປ້າວຽງ ຂາຍນ້ຳຫອມສົງພະຢູ່ວັດອົງຕື້ ສ້າງລາຍຮັບ 4 ມື້ຊ່ວງປີໃໝ່ລາວ 3 ລ້ານກວ່າກີບ!

Published on

ນາງ ວຽງ ນາດ​ບັນດິດ ເປັນປະຊາຊົນ​ບ້ານ​ທົ່ງ​ຂັນ​ຄຳ ເມືອງຈັນທະ​ບູ​ລີ ໄດ້​ກ່າວ​ວ່າ: ໄດ້​ຖື​ເອົາໄລຍະ​ບຸນປີໃໝ່​ລາວ ​ມາ​ເຮັດ​ນ້ຳຫອມ​ຂາຍ​ຢູ່​ທີ່​ວັດ​ອົງ​ຕື້ ເປັນ​ໄລຍະ 10 ກວ່າ​ປີ ເພື່ອ​ອຳນວຍຄວາມ​ສະດວກ​ໃຫ້​ກັບ​ຜູ້​ທີ່​ບໍ່​ມີ​ເວລາ​ ກະກຽມ​ນ້ຳ​ຫອມ​ສົງ​ພະ​ດ້ວຍຕົນ​ເອງ ແລະ ອຳນວຍ​ຄວາມສະດວກ​ໃນ​ການ​ອອກ​ມາ​ສົງ​ນ້ຳພະ​ຂອງ​ປະຊາຊົນ​ ເພື່ອ​ຂໍ​ພອນ​ໃຫ້ມີ​ໂຊກ​ມີ​ໄຊ​ຕາມ​ຮີດຄອງ​ປະເພນີ ສຳລັບ​ປີ​ນີ້​ແມ່ນ​ໄດ້​ເລີ່ມ​ມາ​ຈຳໜ່າຍ​ໃນ​ວັນ​ທີ 13 ຈົນ​ມາ​ຮອດມື້​ສຸດ​ທ້າຍ​ຂອງ​ງານ​ບຸນປີໃໝ່ລາວ ຈຳໜ່າຍ​ຄຸ​ໜຶ່ງ 10 ພັນ​ກີບ ສະເລ່ຍ​ລາຍ​ຮັບ​ໃນ 4 ມື້ (ໄລຍະບຸນປີໃໝ່​ລາວ) ໄດ້​ປະມານ 3 ລ້ານ​ກີບ.

ສຳລັບ​ງານ​ບຸນປີໃໝ່​ປີ​ນີ້​ແມ່ນມີ​ຄວາມ​ຄຶກຄື້ນ ແລະ ປະຊາຊົນກໍ່​ໄດ້​ຫຼັ່ງໄຫຼ​ເຂົ້າ​ມາ​ສົງ​ພະ​ພຸດ​ທະຮູບ​ ຕາມ​ຮີດຄອງ​ປະເພນີ​ຢ່າງ​ບໍ່ຂາດ​ສາຍ ຮັກສາ​ໄດ້​ຮີດຄອງ​ປະເພນີ​ທີ່​ໄດ້​ປະຕິບັດ​ສືບ​ທອດ​ກັນມາ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...