spot_img
Homeຂ່າວພາຍ​ໃນ5 ສະໜາມ​ບິນ ​ທີ່​ອັນຕະລາຍ ​ທີ່​ສຸດ​ໃນ​ໂລກ

5 ສະໜາມ​ບິນ ​ທີ່​ອັນຕະລາຍ ​ທີ່​ສຸດ​ໃນ​ໂລກ

Published on

ສະໜາມ​ບິນ​ທີ່​ອັນ​ຕະລາຍ​ທີ່​ສຸດ​ໃນ​ໂລກ​ຄື​ສະໜາມ​ບິນ​ນານາ​ຊາດຊາ​ບາ ຕັ້ງ​ຢູ່​ເທິງ​ເກ​າະ​ເຊ​ນ ມາ​ຕິນ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ທະ​ເລ​ແຄຣິບຽນ​ເປັນ​ສະໜາມ​ບິນ​ທີ່​ມີ​ທາງ​ແລ່ນ​​ທີ່​ສັ້ນທີ່​ສຸດ​ໃນ​ໂລກ ​ໂດຍ​ມີ​ຄວາມ​ຍາວ​ພຽງ 400 ​ແມັດ​ເທົ່າ​ນັ້ນ ​ເປັນ​ອຸປະສັກ​ຕໍ່​ການ​ລົງ​ຈອດ ນັກບິນ​ຕ້ອງ​ມີ​ຄວາມ​ຊຳນານທີ່​ສຸດ.

ຕາມ​ຂ່າວ​ຕ່າງປະ​ເທ​ດລາ​ງານ​ວ່າ ສະໜາມ​ບິນ ຍິບຣອລຕາ ​ໃນ​ບິ​ຍຣອລຕ້າ ຊຶ່ງມີ​ຊາຍ​ແດນ​ພາກ​ເໜືອ​ຕິດ​ກັບ​ແອັດ​ສະ​ປາຍ​ສ້າງ​ຂຶ້ນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງ​ທີ 2 ມີ​ຖະໜົນ​ສາຍ​ຕົ້ນຕໍ​ໃຫ້​ລົດ​ສັນຈອນ​ຂ້າມ​ຜ່ານ​ສະໜາມ​ບິນ 1 ​​ເສັ້ນທາງ​ທຸກ​ຄັ້ງ​ທີ່​ເຮືອບິນ​ຂຶ້ນ ​ແລະ ລົງ​ຈອດ​ຈະ​ຕ້ອງ​ໄດ້​ປິດ​ຖະໜົນ​ເພື່ອ​ບໍ່​ໃຫ້​ລົດ​ແລ່ນ​ຜ່ານ, ສະໜາມ​ບິນ​ແຫ່ງ​ທີ່ 3 ຄື ສະໜາມ​ບິນ ລັກ​ລາ ຊຶ່ງ​ປ່ຽນ​ຊື່​ມາ​ເປັນສະໜາມ​ບິນ​ເທັນ​ຊິງ-​ຮິ​ລາຣີ ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເນ​ປານ ລະບົບຄວບ​ຄຸມ​ການ​ຈາລະ​ຈອນ​ທາງ​ອາກາດ​ບໍ່​ທັນ​ສະ​ໄໝ ບໍ່​ມີ​ແສງ​ໄຟ, ມີ​ກະ​ແສ​ໄຟຟ້າ​ໃຊ້​ພຽງ​ເລັກ​ນ້ອຍ, ສະໜາມ​ບິນ​ແຫ່ງ​ທີ 4 ຄື ສະໜາມ​ບິນ ມາ​ເດຣ່າ ທີ່​ປອັກ​ຕຸຍ​ການ ຕັ້ງ​ຢູ່​ທ່າມກາງ​ພູ​ສູງ ​ແລະ ນ້ຳທະ​ເລ ​ເຄີຍ​ເປັນ​ສະໜາມ​ບິນ​ທີ່​ມີ​ທາງ​ແລ່ນ​ແຄບ​ຫຼາຍ ນັກ​ບິນ​ທີ່​ນຳ​ເຮືອບິນ​ລົງ​ຈອດ​ຕ້ອງ​ມີ​ຄວາມ​ຊຳ​ນານ​ສູງ.

ສະໜາມ​ບິນ​ທີ່ 5 ຄື​ສະໜາມ​ບິນ​ພາ​ໂຣ​ແຫ່ງ​ພູ​ຖານ ຕັ້ງ​ຢູ່​ເທິງ​ພູ​ຫິມາ​ໄລ ​ເປັນ​ສະໜາມ​ບິນອັນ​ຕະລາຍ​ທີ່​ສຸດ​ໃນ​ໂລກ ​ເນື່ອງ​ຈາກ​ມີ​ນັກ​ບິນ​ພຽງ 8 ຄົນ​ເທົ່າ​ນັ້ນ​ທີ່​ມີ​ຄຸນສົມບັດ​ນຳ​ເຮືອບິນ​ລົງ​ຈອດ​ທີ່​ສະໜາມ​ບິນ​ນີ້​ໄດ້ ​ໂດຍ​ສະໜາມ​ບິນ​ແຫ່ງ​ນີ້ຕັ້ງ​ຢູ່​ເໜືອ​ລະດັບ​ນ້ຳ​ 2.414 ​ແມັດ ​ແລະ ອ້ອມ​ຮອບດ້ວຍພູ​ສູງ​ກວ່າ 18 ພັນ​ຟຸດທາງ​ແລ່ນ​ມີ​ຄວາມ​ຍາວ​ພຽງ 1,98 ກິ​ໂລ​ແມັດ​ເທົ່າ​ນັ້ນ.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...