spot_img
Homeຂ່າວພາຍ​ໃນລາວສາມາດດຶງດູດການລົງທຶນ ໃນເຂດເສດຖະກິດພິເສດ ແລະ ສະເພາະ ຫລາຍກວ່າ 5 ຕື້ໂດລາ!

ລາວສາມາດດຶງດູດການລົງທຶນ ໃນເຂດເສດຖະກິດພິເສດ ແລະ ສະເພາະ ຫລາຍກວ່າ 5 ຕື້ໂດລາ!

Published on

ຂປລ. ກອງປະຊຸມ ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດ ເສດຖະກິດພິເສດ ແລະ ເຂດເສດຖະກິດ ສະເພາະ (ຄຂພສ) ກ່ຽວກັບການປະເມີນຜົນ ການພັດທະນາຄຸ້ມຄອງ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຂພສ) ແລະ ທິດທາງແຜນການໃນຕໍ່ໜ້າ ໄດ້ໄຂຂື້ນໃນຕອນເຊົ້າ ຂອງວັນທີ 11 ເມສາ 2016 ທີ່ຫ້ອງປະຊຸມ ຄຂພສ, ນະຄອນຫຼວງວຽງຈັນ ພາຍໃຕ້ການ ເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ ທັງເປັນປະທານ ຄຂພສ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າຄອງ ໃນນາມຮອງປະທານ ແລະ ກຳມະການ ຄຂພສ ພ້ອມທັງ ກອງເລຂາ ຜູ້ປະຈຳການ ແລະ ຄະນະບໍລິຫານສະພາບໍລິຫານ ແລະ ຜູ້ພັດທະນາ ຂພສ ເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຄືນ ຜົນການຈັດຕັ້ງປະຕິບັດ ການພັດທະນາ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ປະຈຳສົກປີ 20142015 ແລະ ທິດທາງແຜນການ ປະຈໍາສົກປີ 2015 – 2016 ຊຶ່ງໃນໄລຍະຜ່ານມາ ການພັດທະນາ ແລະ ຄຸ້ມຄອງ ຂພສ ຢູ່ ສປປ ລາວ ແມ່ນມີຜົນສໍາເລັດຫຼາຍດ້ານ ເຊິ່ງປັດຈຸບັນ ມີ ຂພສ ທັງໝົດ 12 ແຫ່ງ ໃນນີ້ເປັນ ເຂດເສດຖະກິດພິເສດ 4 ແຫ່ງ ແລະ ເຂດເສດຖະກິດສະເພາະ 8 ແຫ່ງ ທີ່ນຳໃຊ້ເນື້ອທີ່ດິນສຳປະທານ 19 ພັນກວ່າເຮັກຕາ ສາມາດດຶງດູດ ການລົງທຶນຕາມສັນຍາ ໄດ້ຫຼາຍກວ່າ 5 ຕື້ໂດລາສະຫະລັດ ໃນນີ້ໄດ້ລົງທຶນຕົວຈິງແລ້ວ 1 ຕື້ກວ່າໂດລາສະຫະລັດ ສາມາດດຶງດູດເອົາ ນັກທຸລະກິດເຂົ້າມາຈົດທະບຽນ ແລະ ລົງທຶນ ເພື່ອດຳເນີນກິດຈະການ ຂອງຕົນໄດ້ 500 ກວ່າບໍລິສັດ ແລະ ຫ້າງຮ້ານເຊັ່ນ: ເຂດເສດຖະກິດພິເສດ ສະຫວັນເຊໂນ ສາມາດດຶງດູດເອົາ ບໍລິສັດທີ່ມີຊື່ສຽງລະດັບສາກົນ ເປັນຕົ້ນ ບໍລິສັດ ນິກອນ, ບໍລິສັດ ໂຕໂຍຕາ, ບໍລິສັດ ເອັສຊີລໍ (ຜະລິດເລນແວນຕາ), ບໍລິສັດ ແອໂລເວີກ (ຜະລິດສີ້ນສ່ວນປະກອບເຮືອນບິນ); ສ່ວນ ຂພສ ນິຄົມອຸດສາຫາກຳ ແລະ ການຄ້າວຽງຈັນໂນນທອງ  ກໍ່ສາມາດດຶງດູດການລົງທຶນ ເອົາບໍລິສັດ ຈາກປະເທດຍີປຸ່ນ ແລະ ເອີຣົບໄດ້ເຊັ່ນດຽວກັນ ເຊັ່ນ: ບໍລິສັດ ມິຊູມິຊິ, ບໍລິສັດ ມັສຄອດ, ບໍລິສັດ ໄດອິຈິເດັນຊຶ ຊຶ່ງບັນດາບໍລິສັດເຫຼົ່ານີ້ລ້ວນແຕ່ ໄດ້ເລີ່ມທຳການຜະລິດ ແລະ ສົ່ງອອກສິນຄ້າຂອງຕົນ ໄປຕ່າງປະເທດແລ້ວ; ສໍາລັບເຂດເສດຖະກິດພິເສດ ສາມຫຼຽມຄຳ ທີ່ດຳເນີນກິດຈະການ ດ້ານການຄ້າ, ການບໍລິການ, ການທ່ອງທ່ຽວ ວັດທະນະທຳ ອາຊຽນຈີນ ຜູ້ພັດທະນາ ໄດ້ລົງທຶນເຂົ້າໃນ ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບການລົງທຶນ ແລະ ດຳເນີນກິດຈະການຂອງຕົນ.

ແລ້ວຈຳນວນໜຶ່ງ ເປັນມູນຄ່າ ຫຼາຍລ້ານໂດລາສະຫະລັດຄື: ການສ້າງເສັ້ນ ທາງເບຕົ້ງ ແຕ່ບ້ານນ້ຳເກິ່ງ ຫາ ບ້ານມອມ (ເຂດສາມຫຼ່ຽມຄຳ) ທີ່ມີຄວາມຍາວປະມານ 40 ກິໂລແມັດ, ສ້າງກັນຕາຝັ່ງເຈື່ອນ ລຽບແຄມແມ່ນ້ຳຂອງ ທີ່ມີຄວາມຍາວປະມານ 6,3 ກິໂລແມັດ, ສ້າງລະບົບພື້ນຖານໂຄງລ່າງ ແລະ ຕຶກອາຄານຕ່າງໆ ເຮັດໃຫ້ ເຂດສາມຫຼຽມຄຳ ທີ່ເຄີຍເປັນເຂດຊົນນະບົດ ຫ່າງໄກສອກຫຼີກ ໄດ້ມີໃບໜ້າໃໝ່ ແລະ ກາຍເປັນຕົວເມືອງໃໝ່ ທີ່ທັນສະໄໝ; ນອກຈາກນີ້ ຂພສ ອື່ນໆກໍ່ມີຄວາມຄືບໜ້າ ແລະ ພົ້ນເດັ່ນເຊັ່ນກັນ ຊຶ່ງສາມາດສ້າງ ວຽກເຮັດງານທຳ ໄດ້ຫຼາຍກວ່າ 15,000 ຕຳແໜ່ງງານ ແລະ ປະກອບສ່ວນ ໃນການສ້າງຖານເກັບ ແຫຼ່ງລາຍຮັບທີ່ຍືນຍົງ ເຂົ້າງົບປະມານແຫ່ງຊາດ ໄດ້ນັບມື້ນັບຫຼາຍຂື້ນ. ປັດຈຸບັນ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 12 ລ້ານກວ່າໂດລາສະຫະລັດ. ຄຽງຄູ່ກັບຜົນສຳເລັດ ທີ່ຍາດມາໄດ້ນັ້ນ ການພັດທະນາ ແລະ ຄຸ້ມຄອງ ຂພສ ຢູ່ ສປປ ລາວ ຍັງຈະຕ້ອງໄດ້ສືບຕໍ່ ປັບປຸງແກ້ໄຂສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນແມ່ນ ບັນຫາການຊົດເຊີຍທີ່ດິນ, ລະບຽບການຄຸ້ມຄອງເຂດ, ການກຳນົດ ແລະ ສ້າງແຜນການ ເພື່ອສະໜອງແຮງງານລາວ ໃຫ້ສາມາດຕອບສະໜອງໄດ້ ກັບຄວາມຕ້ອງການທາງດ້ານ ປະລິມານ ແລະ ຄຸນນະພາບຂອງແຕ່ລະ ຂພສ, ການສ້າງໂຄງການ ທີ່ມີສ່ວນຮ່ວມກັບປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການ, ການເຂົ້າຫາແຫ່ງທຶນ ແລະ ບັນຫາອື່ນອີກຈຳນວນໜຶ່ງ.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ພ້ອມກັນ ປະກອບຄຳຄິດເຫັນ ເຂົ້າໃນຮ່າງກົດໝາຍ ວ່າດ້ວຍ ຂພສ ຢູ່ ສປປ ລາວ ທີ່ກອງປະຊຸມລັດຖະບານ ໄດ້ຮັບຮອງເອົາແລ້ວແຕ່ຕົ້ນປີ 2015 ແລະ ລໍຖ້າຜ່ານການຮັບຮອງ ຈາກສະພາແຫ່ງຊາດ, ຊຶ່ງຮ່າງກົດໝາຍສະບັບນີ້ ແມ່ນເປັນການປັບປຸງ ແລະ ຖອດຖອນເອົາບົດຮຽນ ຈາກການຈັດຕັ້ງປະຕິບັດດຳລັດ 443/ນຍ, ລົງວັນທີ 26 ຕຸລາ 2010 ແລະ ບົດຮຽນການພັດທະນາ ແລະ ຄຸ້ມຄອງ ຂພສ ຂອງບັນດາປະເທດອ້ອມຂ້າງ ເພື່ອເຮັດໃຫ້ນະໂຍບາຍສົ່ງເສີມ ຂພສ ຢູ່ ສປປ ລາວ ມີລັກສະນະສະເພາະ ສາມາດດຶງດູດ ແລະ ຍາດແຍ່ງການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄປຄຽງຄູ່ກັບການຮັບປະກັນໃຫ້ ຂພສ ກາຍເປັນ ແຫຼ່ງລາຍຮັບອັນສຳຄັນໃນການ ປະກອບສ່ວນເຂົ້າໃນ ງົບປະມານແຫ່ງຊາດ ກໍ່ຄືການປະກອບສ່ວນ ສ້າງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ນັບດີຂື້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...